ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຕືອນ ປະທານາທິບໍດີ Obama ໃນການພົບປະກັບ ອົງດາໄລລາມະ


ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ອົງ Dalai Lama (ຊ້າຍ) ຖຶກຕ້ອນຮັບຈາກ ຜູ້ສະແຫວງບຸນ ໃນຂະນະທີ່ພະອົງ ໄດ້ສະເດັດໄປໃຫ້ພະຣາຊະໂອວາດ ຢູ່ວັດ Tsuglakhang ທີ່ເມືອງ Dharmsala, ປະເທດອິນເດຍ, ວັນທີ 7 ເດືອນກັນຍາ ປີ 2015.
ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ອົງ Dalai Lama (ຊ້າຍ) ຖຶກຕ້ອນຮັບຈາກ ຜູ້ສະແຫວງບຸນ ໃນຂະນະທີ່ພະອົງ ໄດ້ສະເດັດໄປໃຫ້ພະຣາຊະໂອວາດ ຢູ່ວັດ Tsuglakhang ທີ່ເມືອງ Dharmsala, ປະເທດອິນເດຍ, ວັນທີ 7 ເດືອນກັນຍາ ປີ 2015.

ຈີນ​ໄດ້​ເຕືອນ​ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ກ່ຽວ​ກັບ​ການ​ພົບ​ປະ​ກັບ​ອົງ​ດາ​ໄລລາ​ມະໂດຍ​ກ່າວ​ວ່າ ​ມັນ​ອາດ​ຈະ​ທຳ​ລາຍຄວາມ​ໄວ້​ເນື້ອ​ເຊື່ອໃຈ ​ຊຶ່ງ​ກັນ​ແລະ​ກັນ ​ໃນ​ວັນ​ອັງຄານ​ວານ​ນີ້.

​ການພົບ​ປະ ຊຶ່ງມີ​ກຳນົດ​ໃນ​ວັນ​ພຸດ​ມື້​ນີ ຈະ​ເປັນ​ການ​ປະຊຸມ​ລັບ ​ເພື່ອ​ຫລີກ​ລ່ຽງ ບໍ່​ຢາກ​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ຈີນ ຜູ້​ທີ່​ມອງອົງ​ດາ​ໄລລາ​ມະວ່າ​ ເປັນຜູ້​ແບ່ງ ​ແຍກ​ດິນ​ແດນ​ທີ່ເປັນ​ອັນ​ຕະລາຍ​ນັ້ນ.

ປະທານາທິບໍດີ Obama ​ໄດ້​ພົບ​ປະ​ຫລາຍໆ​ຄັ້ງມາ​ແລ້ວ ​ກັບ​ອົງ​ດາ​ໄລລາ​ມະ ຜູ້ນຳ​ສາສະ ໜາ​ ຊຶ່ງ​ເປັນ​ທີ່​ເຄົາລົບ​ຮັກ​ຂອງຊາວທິ​ເບ​ດ ແລະ​ກ່າວ​ເຖິງ​ພະ​ອົງ​ວ່າ“​ເປັນ​ເພື່ອນ​ທີ່​ດີ.”

​ແຕ່​ຈີນ​ຢ້ານ​ກົວ​ວ່າ ມັນ​ຈະ​ເປັນ​ການ​ສົ່ງ​ຂໍ້ຄວາມ​ທີ່​ຜິດພາດໄປ​ຫາ​ຊາວ​ທິ​ເບ​ດ.

​ໂຄສົກ​ກະຊວງ​ຕ່າງປະ​ເ​ທດຈີນ ທ່ານ Lu Kang ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພຸດ​ມື້​ນີ້ວ່າ “ຖ້າ​ຫາກ​ການ​ພົບ​ປະ​ຜ່ານໄປ ມັນ​ຈະ​ສົ່ງ​ສັນຍານທີ່​ຜິດພາດໃຫ້​ແກ່​ກຳລັງ​ແບ່ງ​ແຍກດິນ​ແດນ ທີ່​ຢາກ​ໃຫ້​ທິ​ເບ​ດ​ເປັນ​ເອກ​ກະລາດ ​ແລະ​ມັນ​ຈະ​ສ້າງ ຄວາມ​ເສຍ​ຫາຍຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈແລະ​ການ​ຮ່ວມມືລະຫວ່າງ​ກັນ.”

ການ​ເຈລະຈາ​ລະຫວ່າງ​ອົງ​ດາ​ໄລ​ລາ​ມະ ​ແລະ​ລັດຖະບານ​ກາງ​ຈີນ ​ໄດ້​ຢຸດ​ລົງ​ໃນ​ປີ 2010.

ຊາວ​ທິ​ເບດ​ໄດ້​ເລືອກ​ເອົາ​ນາຍົກລັດຖະມົນຕີ​ເຂົາ​ເຈົ້າ ​ເຂົ້າ​ຮັບ​ຕຳ​ແໜ່​ງຕື່ມ​ອີກ​ໃນ​ເດືອນ​ພຶດສະພາຜ່ານ ​ແລະຍັງ​ສືບ​ຕໍ່​ມີ​ຄວາມ​ຫວັງວ່າ ກາ​ນ​ເຈລະຈາກັບ​ຈີນກ່ຽວ​ກັບ “​ທາງ​ສາຍ​ກາງ” ທີ່ອາດ​ຈະ​ເຮັດ​ໃຫ້​ທິ​ເບ​ດສາມາດ​ດຳ​ເນີນ​ການ​ປົກຄອງ​ຄົນ​ເອງ​ໄດ້​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Tibet Politics
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG