ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຢາກ​ໃຫ້ 10 ປະ​ເທດ ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ສະ​ໜັບ​ສະ​ໜຸນ ຂໍ້​ຕົກ​ລົງຮອບ​ດ້ານ


ແມ່​ຍິງ​ຄົນ​ນຶ່ງ ພວມ​ຍ່າງ​ຂ້າມ​ທາງ​ໃກ້​ກັບ​ປ້າຍ​ໂຄ​ສະ​ນາ ລະ​ນຶກ​ເຖິງ​ການ​ຢ້ຽມ​ຢາມ​ຂອງ​ປະ​ເທດ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ເມືອງ​ທ່າ ​ມໍ​ເຣັ​ສ​ບີ ປາ​ປົວ​ນິວ​ກີ​ນີ ເມື່ອ​ວັນ​ທີ 15 ພະ​ຈິກ 2018.
ແມ່​ຍິງ​ຄົນ​ນຶ່ງ ພວມ​ຍ່າງ​ຂ້າມ​ທາງ​ໃກ້​ກັບ​ປ້າຍ​ໂຄ​ສະ​ນາ ລະ​ນຶກ​ເຖິງ​ການ​ຢ້ຽມ​ຢາມ​ຂອງ​ປະ​ເທດ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ເມືອງ​ທ່າ ​ມໍ​ເຣັ​ສ​ບີ ປາ​ປົວ​ນິວ​ກີ​ນີ ເມື່ອ​ວັນ​ທີ 15 ພະ​ຈິກ 2018.

ຈີນ​ຕ້ອງ​ການ​ຢາກ​ໃຫ້ສິບ​ປະ​ເທດ​ນ້ອຍໆ ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ສະ​ໜັບສະ​ໜຸນ​ຂໍ້​ຕົກ​ລົງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ ກວມ​ເອົາ​ທຸກໆ​ຢ່າງ​ນັບ​ແຕ່​ຄວາມ​ໝັ້ນ​ຄົງ ​ໄປ​ຫາ​ການ​ປະ​ມົງ ໃນ​ອັນ​ທີ່​ຜູ້​ນຳ​ຄົນ​ນຶ່ງ​ເຕືອນ​ວ່າ ເປັນຄວາມ​ພະ​ຍາ​ຍາມ ເພື່ອ​ໃຫ້ມີ “ການ​ປ່ຽນ​ແປງ​ທີ່​ສຳ​ຄັນ” ໂດຍ​ປັກ​ກິ່ງ​ຈະ​ໄດ້​ເຂົ້າ​ຄວບ​ຄຸມ​ຂົງ​ເຂດ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ຂ່າວ​ເອ​ພີ.

ຮ່າງ​ຂໍ້​ຕົກ​ລົງ​ທີ່​ອົງ​ການ​ຂ່າວ​ເອ​ພີ​ໄດ້​ຮັບ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຕ້ອງ​ການ​ຢາກ​ຈະ​ຝຶກ​ແອບ​ກຳ​ລັງ​ຕຳ​ຫຼວດ​ໃຫ້​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ເພື່ອ​ປະ​ກອບ​ເຂົ້າ​ເປັນ​ທີມ​ງານ “ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຕາມ​ປະ​ເພ​ນີດັ້ງ​ເດີມ ແລະ​ບໍ່​ແມ່ນດັ້ງ​ເດີມ” ແລະ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ກົດ​ໝາຍ.

ຈີນ​ຢາກ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ແຜນ​ການ​ປະ​ມົງ​ທາງ​ທະ​ເລ ຊຶ່ງ​ຈະ​ຮວມ​ທັງ​ການ​ຈັບ​ປາ​ທູ​ນາ​ໄດ້​ມີ​ຜົນ​ກຳ​ໄລ​ງາມ ເພີ້ມ​ການ​ຮ່ວມ​ມື​ໃນ​ການ​ບໍ​ລິ​ຫານ​ງານ​ຕາ​ໜ່າງ​ອິນ​ເຕີ​ແນັດ​ຢູ່​ໃນ​ຂົງ​ເຂດ ແລະ​ສ້າງ​ຕັ້ງ​ສະ​ຖາ​ບັນວັດ​ທະ​ນະ​ທຳ​ຂົງ​ຈື້ ແລະ​ໂຮງ​ຮຽນ​ຕ່າງໆ​. ນອກນັ້ນ ​ຈີນ​ຍັງ​ເວົ້າ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ກັບ​ບັນ​ດາ​ປະ​ເທດ​ໃນ​ເຂດ​ປາ​ຊີ​ຟິກ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຂອງ​ຈີນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ຫວັງ ຢີ ແລະ​ຄະ​ນະ​ຜູ້​ແທນທີ່​ປະ​ກອບ​ດ້ວຍ 20 ​ຄົນ​ເລີ້ມ​ການຢ້ຽມ​ຢາມ​ຂົງ​ເຂດ​ດັ່ງ​ກ່າວ​ໃນ​ອາ​ທິດນີ້.

ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ເກີ້​ຈຽງ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໝູ່​ເກາະ​ໂຊ​ໂລມວອນ ທ່ານ​ມາ​ນາ​ສ​ເຊ ໂຊ​ກາ​ວາ​ເຣ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ ໃນ​ພິ​ທີ​ຕ້ອນ​ຮັບ ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 9 ຕຸ​ລາ 2019.
ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼີ ເກີ້​ຈຽງ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໝູ່​ເກາະ​ໂຊ​ໂລມວອນ ທ່ານ​ມາ​ນາ​ສ​ເຊ ໂຊ​ກາ​ວາ​ເຣ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ ໃນ​ພິ​ທີ​ຕ້ອນ​ຮັບ ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 9 ຕຸ​ລາ 2019.

ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ

​ຈີນ ໂດຍ​ກ່າວ​ວ່າ​ປັກ​ກິ່ງ​ຂໍ້​ຕົກ​ລົງ​ທີ່​ສະ​ເໜີ​ໄປ​ນັ້ນ ເພື່ອ​ສວຍ​ໃຊ້​ປະ​ເທດ​ເກາະ​ດອນ​ເຫຼົ່າ​ນີ້ ແລະ​ສ້າງ​ຄວາ​ມ​ບໍ່​ທຸ່ນ​ທ່ຽງ​ຢູ່​ໃນ​ຂົ​ງ​ເຂດ.

ທ່ານ​ໄພ​ຣ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງວ່າ ຂໍ້​ຕົກ​ລົງທີ່​ມີ​ການລາຍ​ງານ​ເຫຼົ່າ​ນີ້ອາດ​ພວມ​ມີ​ການ​ເຈ​ລະ​ຈາ​ແບບ​ເລັ່ງ​ລັດ ແບບ​ບໍ່​ມີ​ຄວາມ​ໂປ່ງ​ໃສ.” ທ່ານ​ໄດ້​ເຕືອນວ່າ ຈີນ “​ໄດ້​ທຳ​ການ​ສະ​ເໜີຂໍ້​ຕົກ​ລົງ​ແບບບໍ່​ຈະ​ແຈ້ງ ​ຄຸມ​ເຄືອ ເກືອບ​ວ່າ​ບໍ່​ມີ​ຄວາມ​ໂປ່ງ​ໃສ ຫຼື​ການ​ປຶກ​ສາ​ຫາ​ລື​ຢູ່​ໃນ​ຂົງ​ເຂດທີ່​ພົວ​ພັນ​ກັບ​ການ​ປະ​ມົງ ພົວ​ພັນ​ກັບ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ, ການ​ພັດ​ທະ​ນາ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາ​ດ້ານ​ພັດ​ທະ​ນາ ແລະ​ເມື່ອ​ໄວໆ​ມານີ້ ແມ່ນ​ຮວມ​ທັງ​ການ​ປະ​ຕິ​ບັດ​ຕ່າງໆ​ໃນ​ດ້ານ​ຄວາມ​ໝັ້ນ​ຄົງ.”

ທ່ານ​ໄພ​ຣ​ສ໌ ກ່າວ​ຕື່ມ​ວ່າ ຂໍ້​ຕົກ​ລົງ​ເຫຼົ່າ​ນີ້​ແມ່ນ​ຮວມ​ທັງ​ການ​ສົ່ງ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຈີນ​ໄປ​ຍັງ​ປະ​ເທດ​ຕ່າງໆ “ອາດ​ຈະ​ມີ​ແຕ່​ຫາ​ທາ​ຊຸກ​ຍູ້​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປະ​ເທດ​ຕື່ມ​ຂຶ້ນ ແລະ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ເພີ້ມ​ຂຶ້ນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ລະ​ບົບ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ​ຂອງ​ຕົນ​ໄປ​ຍັງ​ຂົງ​ເຂດ​ປາ​ຊີ​ຟິກ.”

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG