ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ມີຄວາມລະມັດລະວັງ ໃນການໃຫ້ຄຳເຫັນ ກ່ຽວກັບ ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ປາກົດຕົວໃນຈໍໂທລະພາບ ຂອງພິທີເປີດສະພາປະຊາຊົນແຫ່ງຊາດ ຢູ່ຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງ ປັກກິ່ງ. 5 ມີນາ, 2022, in Beijing.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ປາກົດຕົວໃນຈໍໂທລະພາບ ຂອງພິທີເປີດສະພາປະຊາຊົນແຫ່ງຊາດ ຢູ່ຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງ ປັກກິ່ງ. 5 ມີນາ, 2022, in Beijing.

ໃນຫຼາຍອາທິດກ່ອນທີ່ທ່ານໄດ້ສັ່ງໃຫ້ບຸກລຸກ ຢູເຄຣນ ນັ້ນ, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເດີນທາງໄປປະເທດ ຈີນ ເພື່ອພົບປະກັບປະທານປະເທດ ທ່ານ ສີ ຈິ່ນຜິງ ເຊິ່ງພວກເພິ່ນໄດ້ເຊັນຂໍ້ຕົກລົງການຮ່ວມມືຮອບດ້ານ ທີ່ໄດ້ປັບປະເທດຂອງພວກເພິ່ນເຂົ້າກັນ ເພື່ອຮັບມືກັບການດີ້ນຮົນທີ່ດຳເນີນຢູ່ສຳລັບການມີອິດທິພົນໃນໂລກ ລະຫວ່າງ ບັນດາປະເທດປະຊາທິປະ ໄຕຕົກເວັນຕົກ ແລະ ລັດຜະເດັດການທີ່ກຳລັງເກີດຂຶ້ນ.

ຕອນນີ້, ມັນບໍ່ຈະແຈ້ງຢ່າງແນ່ນອນວ່າ ຈີນ ໄດ້ຮູ້ວ່າ ເຂົາເຈົ້າກຳລັງເຂົ້າຮ່ວມກັບຫຍັງ.

ສາມອາທິດຫຼັງຈາກ ທ່ານ ສີ ໄດ້ເອົາຊື່ຂອງທ່ານ ໃສ່ໃນເອກະສານທີ່ປະກາດວ່າ ມິດຕະພາບລະຫວ່າງ ຣັດເຊຍ ແລະ ຈີນ “ແມ່ນບໍ່ມີຂີດຈຳກັດ” ແລະ “ບໍ່ເປັນທີ່ຕ້້ອງຫ້າມ ໃນຫຼາຍຂົງເຂດຂອງການຮ່ວມມືນັ້ນ,” ການບຸກລຸກ ຢູເຄຣນ ຂອງ ທ່ານ ປູຕິນ ໄດ້ປ່ຽນ ຣັດເຊຍ ເປັນປະເທດທີ່ຖືກລັງກຽດໃນສາກົນ, ປະເຊີນກັບມາດຕະການລົງໂທດທີ່ຮ້າຍແຮງ ແລະການກ່າວປະນາມຈາກທົ່ວໂລກ.

ສຳລັບພາກສ່ວນຂອງເຂົາເຈົ້າ, ບັນດານັກການທູດ ຈີນ ແມ່ນໄດ້ພະຍາຍາມທີ່ຈະລະມັດລະວັງ, ທຳການຖະແຫຼງທີ່ທ່ຽງຕົງ ກ່ຽວກັບ ຄວາມສຳຄັນຂອງສັນຕິ ພາບ ແລະການເຄົາລົບຕໍ່ຜືນແຜ່ນດິນອັນຄົບຖ້ວນຂອງປະເທດອື່ນ, ໃນຂະນະ ທີ່ໄດ້ຫຼີກລ່ຽງ ທີ່ຈະກ່າວເຖິງຂໍ້ເທັດຈິງໃດໆວ່າມັນແມ່ນພັນທະມິດທີ່ໃກ້ຊິດຂອງ ຈີນ ທີ່ໄດ້ເປີດສົງຄາມນອງເລືອດ ໃນປະເທດ ຢູເຄຣນ ຢ່າງຈິງຈັງ.

ໃນການຂຽນໃນໜັງສືພິມ ວໍຊິງຕັນ ໂພສ ເມື່ອວັນອັງຄານທີ່ຜ່ານມາ, ເອກອັກຄະລັດຖະທູດ ຈີນ ປະຈຳ ສະຫະລັດ ທ່ານ ຈິນ ກາງ, ໄດ້ຢືນຢັນວ່າປະເທດຂອງທ່ານ ແມ່ນຕົກໃຈ ກັບການບຸກລຸກທີ່ວ່ານັ້ນ. ທ່ານໄດ້ຫຼີກລ່ຽງຄຳຖາມທີ່ວ່າ ຣັດເຊຍ ໄດ້ຂໍອາວຸດ ແລະ ສິ່ງຂອງອື່ນໆຈາກ ຈີນ ຫຼື ບໍ່, ດັ່ງທີ່ອົງ​ການຂ່າວຈຳນວນຫຼາຍ ໄດ້ລາຍງານນັ້ນ.

ສະຖານະຂອງ ຈີນ ກ່ຽວກັບ ຢູເຄຣນ ນັ້ນ, ທ່ານໄດ້ຂຽນວ່າ, “ຈຸດປະສົງແລະ ຫຼັກ​ການຂອງກົດບັດ ສະຫະປະຊາຊາດ ຕ້ອງຖືກປະຕິບັດຢ່າງເຕັມທີ່, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງທຸກປະເທດ, ລວມທັງຢູເຄຣນ, ຕ້ອງຖືກເຄົາລົບນັບຖື. ຄວາມເປັນຫ່ວງດ້ານຄວາມປອດໄພ ທີ່ຖືກຕ້ອງຂອງທຸກປະເທດຕ້ອງຖືກຮັບຮູ້ຢ່າງຈິງຈັງ ແລະ ທຸກຄວາມພະຍາຍາມທີ່ນຳໄປສູ່ການແກ້ໄຂວິກິດການຢ່າງສັນຕິ ຕ້ອງໄດ້ຮັບການສະໜັບສະໜູນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG