ຈີນກ່າວວ່າ ຕົນໄດ້ “ກະກຽມສິ່ງທີ່ຈຳເປັນທັງໝົດ” ຖ້າສະຫະລັດຫາກປະຕິບັດຕາມຄຳ
ໝັ້ນສັນຍາຂອງຕົນ ທີ່ຈະເກັບພາສີຄັ້ງໃໝ່ຕໍ່ສິນຄ້າຈີນໃນຂະນະທີ່ຫົວ ໜ້າເຈລະຈາ
ຂອງຕົນ ເດີນທາງມາຮອດວໍຊິງຕັນ ເພື່ອເລີ້ມການເຈລະຈາຮອບໃໝ່ ທີ່ແນໃສ່ຫາທາງ
ຍຸດຕິສົງຄາມການຄ້າ.
ຮອງນາຍົກລັດຖະມົນຕີ ຫຼິວ ເຫ ທີ່ປຶກສາທາງດ້ານເສດຖະກິດ ຄົນສຳຄັນສຸດຂອງ
ປະທານ ປະເທດຈີນ ທ່ານສີ ຈິ້ນຜິງ ຈະເລີ້ມການເຈລະຈາກັບຜູ້ຕາງໜ້າທາງດ້ານ
ການຄ້າຂອງສະຫະລັດ ທ່ານໂຣເບີດ ໄລໄທເຊີ ແລະລັດຖະມົນຕີ ກະຊວງການເງິນ
ທ່ານສຕີເວັນ ມະນຸກຈິນ ໃນວັນພະຫັດມື້ນີ້ ນຶ່ງມື້ກ່ອນທີ່ ການຂຶ້ນພາສີຈາກ 10 ເປີເຊັນ
ເປັນ 25 ເປີເຊັນ ຕໍ່ສິນຄ້າທີ່ນຳເຂົ້າຂອງຈີນ ໃນມູນຄ່າ 200 ຕື້ໂດລາ ຈະເລີ້ມມີຜົນ
ບັງຄັບ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກຳນົດເສັ້ນຕາຍໃສ່ວັນສຸກມື້ອື່ນນີ້ ເພື່ອ
ຂຶ້ນພາສີ ຫຼັງຈາກ ສະຫະລັດ ກ່າວຫາຈີນໃນຕົ້ນອາທິດນີ້ວ່າ ບໍ່ຮັກສາຄຳໝັ້ນສັນຍາ
ຂອງຕົນ ໃນລະຫວ່າງການເຈລະຈາເປັນເວລາຫຼາຍໆເດືອນ ເພື່ອຍຸຕິສົງຄາມການຄ້າ.
ປະທານາທິບໍດີທຣຳ ກ່າວຕໍ່ພວກສະໜັບສະໜຸນ ໃນການໂຮມຊຸມນຸມທີ່ລັດຟລໍຣິດາວ່າ
“ເຂົາເຈົ້າໄດ້ລະເມີດສັນຍາ ດັ່ງນັ້ນ ພວກເຂົາເຈົ້າຈຶ່ງຈະບິນມາ ຮອງນາຍົກລັດຖະ
ມົນຕີຈະບິນມາໃນມື້ອື່ນນີ້ ແຕ່ເຂົາເຈົ້າໄດ້ລະເມີດສັນຍາ. ພວກເຂົາເຈົ້າບໍ່ສາມາດ
ເຮັດແບບນັ້ນໄດ້. ດັ່ງນັ້ນພວກເຂົາເຈົ້າຈະຕ້ອງຊົດໃຊ້.”
ໃນຕອນເຊົ້າວັນພຸດວານນີ້ ປະທານາທິບໍດີທຣຳກ່າວວ່າ ທ່ານຈະ “ດີໃຈ” ໃນການສືບ
ຕໍ່ເກັບພາສີສິນຄ້າຂາເຂົ້າຂອງຈີນ ແລະກ່າວຕື່ມວ່າ ຈະເປັນການຜິດພາດສຳລັບປັກກິ່ງ
ທີ່ຫວັງວ່າ ຈະທຳການເຈລະຈາການຄ້າຕາມພາຍຫຼັງກັບພັກເດໂມແຄຣັດ.
ທ່ານກ່າວເຟັງ ໂຄສົກກະຊວງການຄ້າຂອງຈີນ ກ່າວຕໍ່ພວກນັກຂ່າວທີ່ນະຄອນຫຼວງ
ປັກກິ່ງໃນວັນພະຫັດມື້ນີ້ວ່າ ຈີນຈະບໍ່ຍອມກົ້ມຫົວຮັບເອົາການກົດດັນໃດໆ ແລະເຕືອນ
ວ່າ ຕົນໄດ້ “ຕັດສິນໃຈໄປແລ້ວ ແລະສາມາດທີ່ຈະປົກປ້ອງຜົນປະໂຫຍດຂອງຕົນ.”
ກະຊວງການຄ້າຈີນໄດ້ອອກຖະແຫຼງການສະບັບນຶ່ງກ່ອນໜ້ານັ້ນ ໂດຍປະກາດວ່າ
“ຈະເອົາທຸກມາດຕະການຕອບໂຕ້ທີ່ຈຳເປັນ ຖ້າຫາກມີການຈັດຕັ້ງປະຕິບັດ ໃນ
ການເກັບພາສີ.”
ລັດຖະບານປະທານາທິບໍດີທຣຳ ຫວັງວ່າ ການເກັບພາສີໃໝ່ນີ້ ຈະບັງຄັບໃຫ້ມີການ
ປ່ຽນແປງໃນເລື້ອງການຄ້າກັບຈີນ ການໃຫ້ເງິນອຸດໜຸນ ແລະການປະຕິບັດ ໃນເລື້ອງ
ຊັບສິນທາງດ້ານສະຕິປັນຍາ.
ທັງສອງຝ່າຍຍັງບໍ່ສາມາດບັນລຸການຕົກລົງກັນເທື່ອ ສ່ວນນຶ່ງແລ້ວ ແມ່ນເປັນຍ້ອນມີ
ຄວາມເຫັນຂັດແຍ້ງກັນ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະກຳນົດເວລາ ໃນ
ການຍົກເລີກພາສີ.