ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈະລົງໂທດໜັກ ຕໍ່ຜູ້ຝ່າຝືນ ກົດລະບຽບ ຄວາມປອດໄພ ຂອງອາຫານ


ລູກຄ້າກຳລັງເວົ້າກັບຄົນຂາຍເຄື່ອງກິນ ຢູ່ຕະຫລາດໃນ ນະຄອນຫລວງປັກກິ່ງ.
ລູກຄ້າກຳລັງເວົ້າກັບຄົນຂາຍເຄື່ອງກິນ ຢູ່ຕະຫລາດໃນ ນະຄອນຫລວງປັກກິ່ງ.

ຮອງ​ນາຍົກລັດຖະມົນຕີ​ຈີນ ທ່ານ Wang Yang ​ໄດ້​ໃຫ້​ຄຳ
​ໝັ້ນ​ສັນຍາ ທີ່​ຈະ​ຈັດຕັ້ງປະຕິບັດການ​ປະຕິ​ຮູບ​ເພີ້ມຕື່ມ ກ່ຽວ
​ກັບ​ການ​ຄຸ້ມຄອງຄວາມ​ປອດ​ໄພໃນ ດ້ານອາຫານແລະ​ຢາ ​
ແລະທຳການ “​ລົງ​ໂທດ​ຮ້າຍແຮງສຸດ” ຕໍ່​ຜູ້ທີ່ຝ່າຝືນ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນລາຍ​ງານ​ໃນ​ວັນ​ເສົາ
​ມື້​ນີ້​ວ່າ ທ່ານ Wang ​ໄດ້​ໃຫ້ຄວາມເຫັນດັ່ງກ່າວໃນ​ລະຫວ່າງທີ່
ໄປ​ກວດກາເບິ່ງສູນ​ກາງ​ຄຸ້ມຄອງຄວາມ ປອດໄພດ້ານ​ອາຫານ
​ຂອງ​ປັກ​ກິ່ງ ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານໄດ້​ກ່າວ​ຕໍ່​ບັນດາ​ເຈົ້າໜ້າທີ່ປະຕິບັດ​ກົດໝາຍດ້ານອາຫານ
​ແລະ​ຢາ ປະຈຳທ້ອງ​ຖິ່ນວ່າ ຄວນຈະມີການຈັດຕັ້ງລະບົບ​ການ​ຄວບຄຸມ​ທີ່​ເຄັ່ງ​ຄັດເພື່ອລົງ
ໂທດ​ພວກ​ທີ່​ບໍ່ປະຕິບັດຕາມ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.

ຕຳຫລວດ​ຈີນ ​ໄດ້​ຈັບ​ພະນັກງານ​ຫ້າ​ຄົນ​ ໃນເດືອນ​ກໍລະກົດຜ່ານມາ ທີ່​ເປັນ​ຜູ້ແຈກສົ່ງ​ອາ
ຫານຢູ່ນະຄອນ Shanghai ໂດຍຖືກ​ກ່າວ​ຫາ​ວ່າ ຂາຍ​ຊີ້ນ​ທີ່ໝົດ​ກຳ​ນົດ​ ແກ່ບັນດາຮ້ານ​ອາຫານ​ໃນ​ຈີນ ຮວມ​ທັງຮ້ານ McDonald ​ແລະ KFC.

​ໂທລະພາບ Dragon ຂອງ​ຈີນ ​ໄດ້​ລາຍ​ງານ​ວ່າ ພວກ​ພະນັກງານ​ຂອງບໍລິສັດ ດັ່ງກ່າວ
ພາກັນ​ເອົາຊີ້ນ​ທີ່ໝົດກຳນົດ ປະສົມໃນ່​ກັນ​ກັບ​ຊີ້ນ​ສົດ ແລ້ວກໍຕິດ​ກາ​ ​ໃໝ່ໃສ່ ​ແລະໃຊ້
​ຊີ້ນທີ່ຕົກລົງ​ໃສ່ພື້ນແລ້ວນັ້ນ​ນຳດ້ວຍ.​

XS
SM
MD
LG