ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຈະລົງໂທດ ຢ່າງໜັກ ຕໍ່ພວກຈັດແຈງ ການປະທ້ວງ (ສະໄລດ໌)

Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ບັນດາເຈົ້າ​ໜ້າ​ທີ່​ຈີນປະກາດວ່າ ຈະ​ລົງໂທດຢ່າງ​ໜັກ​ຕໍ່​ພວກຈັດຕັ້ງການ​ປະ​ທ້ວງ
​ເປັນ​ເວລາ​ສອງ​ວັນ ​ທີ່​ມີ​ຄວາມ​ເປັນ​ຫ່ວງກັງວົ​ນ ກ່ຽວ​ກັບຜົນ​ສະທ້ອນ ຕໍ່​ສິ່ງ​ແວດ
ລ້ອມ ​ຈາກການສະ​ເໜີ​ຕັ້ງ​ໂຮງງານ​ຜະລິດ​ເຫລັກ​ ຢູ່​ໃນ​ເມືອງ​ຂອງ​ເຂົາ​ເຈົ້າ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄວາມ​ບໍ່​ສະ​ງົບ​ໄດ້​ເກີ​ດຂື້ນ​ ໃນ​ວັນ​ຈັນວານ​ນີ້ ເວລາ​ພວກ​ປະທ້ວງ
​ຫລາຍ​ພັນ​ຄົນ​ ປະ​ທະ​ກັນກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ຢູ່​ນອກ​ຕຶກໂຮງການ​ລັດຖະບານ ​
ທີ່​ເມືອງ Shifang ຊຶ່ງ​ເປັນ​ເມືອງ​ນ້ອຍໆ ​ໃນ​ເຂດ​ພາກ​ກາງຂອງ​ຈີນ​. ​ເຈົ້າ​ໜ້າ​ທີ່​ໄດ້​
ຕອບໂຕ້ດ້ວຍການ​ໃຊ້​ລະ​ເບີດນໍ້າຕາ ​ແລະ​ຮູບ​ພາບທີ່​ນຳ​ອອກ​ເຜີຍ ​ແຜ່​ທາງຕາໜ່າງ
ສະ​ແດງ​ໃຫ້​ເຫັນ​ວ່າຕໍາຫລວດ​ໄດ້​ທຸບ​ຕີພວກ​ປະ​ທ້ວງ​. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 13 ຄົນ​ໄດ້
​ຮັບບາດ​ເຈັບ.

ໃນ​ວັນ​ອັງຄານ​ມື້ນີ້ ຕຳຫຼວດ​ໃນ​ເມືອງ Shifang ​ໄດ້ສັ່ງໃຫ້ພວກ​ຈັດ​ຕັ້ງ​ການ​ປະ​ທ້ວງ
ຈົ່ງ​ພາກັນ​ເຂົ້າມອບ​ໂຕ ໂດຍ​ເວົ້າວ່າ ຜູ້ໃດ​ທີ່ໃຊ້ອິນ​ເຕີ​ແນ​ດຫລື​ສົ່ງຂໍ້ຄວາມທາງ​ໂທລະ
ສັບ​ມື​ຖື ເພື່ອ​ຈັດ “ການ​ປະ​ທ້ວງ​ທີ່​ຜິດ​ກົດໝາຍ" ນັ້ນ ຕ້ອງ​ຢຸດເຊົາ ການ​ເຄື່ອນ​ໄຫວ​
ຂອງ​ເຂົາ​ເຈົ້າໃນທັ​ນທີ.

ລັດຖະບານ​ເມືອງ Shifang ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ຕົນ​ໄດ້ໂຈະ​ການ​ກໍ່ສ້າງ ​ໂຮງ
ງາ​ນຜະລິດ molybdenum ​ແລະ​ທອງ​ແດງ ຊຶ່ງ​ປະຊາ​ຊົນກ່າວ​ວ່າ​ຈະ​ສ້າງ ຄວາມ
​ເປື້ອນ​ເປິະ​ຢ່າງ​ໃຫ່ຍຫລວງ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ.

ການ​ປະ​ທ້ວງ​ໃນ​ເຂດ​ທ້ອງ​ຖິ່ນແບບ​ນີ້​ມັກ​ຈະ​ເກີດຂື້ນ​ຢູ່​ເປັນ​ປົກກະ​ຕິ​ໃນ​ປະ​ເທດຈີນ
ຊຶ່ງ​ພວກເຈົ້າ​ໜ້າ​ທີ່ຂອງ​ເມືອງ​ຕ່າງໆ ໄດ້​ພະຍາຍາມດີ້ນ​ຮົນຫາ​ທາງໃຫ້ມີ​ຄວາມກໍ້າ
ເກິ່ງ ລະຫວ່າງການ​ພັດ​ທະນາຢ່າງ​ວ່ອງ​ໄວ ຢູ່​ໃນ​ເຂດ​ເທດສະບານ ​ແລະ​ຄວາມໂກດ
ແຄ້ນຂອງ​ປະຊາຊົນ​ທີ່​ມີ​ເພີ່ມ​ຂຶ້ນ​ ກ່ຽວ​ກັບໄພ​ຂົ່ມຂູ່​ຕໍ່ສິ່ງ​ແວດ ລ້ອມ.

XS
SM
MD
LG