ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະຕິຍານ ການປາບປາມທີ່ 'ເດັດ​ຂາດ' ຂະນະທີ່ການປະທ້ວງ ກຳລັງເພີ້ມຂຶ້ນນັບມື້

ຜູ້ຂີ່ລົດຈັກສົ່ງເຄື່ອງ ຢືນຢູ່ໃກ້ລົດຕຳຫຼວດຈອດຢູ່ໃກ້ສະຖານທີ່ມີການປະທ້ວງເມື່ອທ້າຍອາທິດແລ້ວນີ້ ຊຶ່ງເຈົ້າໜ໊າທີ່ຕຳຫຼວດນັ່ງສັງເກດການຢູ່ນັ້ນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 30 ພະຈິກ 2022.
ຜູ້ຂີ່ລົດຈັກສົ່ງເຄື່ອງ ຢືນຢູ່ໃກ້ລົດຕຳຫຼວດຈອດຢູ່ໃກ້ສະຖານທີ່ມີການປະທ້ວງເມື່ອທ້າຍອາທິດແລ້ວນີ້ ຊຶ່ງເຈົ້າໜ໊າທີ່ຕຳຫຼວດນັ່ງສັງເກດການຢູ່ນັ້ນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 30 ພະຈິກ 2022.

ພັກຄອມມິວນິສຈີນ ທີ່ປົກຄອງປະເທດໃນປັດຈຸບັນໄດ້ປະຕິຍານທີ່ຈະປາບປາມການເດີນຂະບວນປະທ້ວງຕໍ່ຕ້ານຂໍ້ຈຳກັດໃນການສະກັດກັ້ນພະຍາດໂຄວິດ-19 ທີ່ເຄັ່ງຄັດຂອງລັດຖະບານ ເຖິງແມ່ນວ່າ ຕຳຫຼວດໄດ້ປະທະກັບພວກປະທ້ວງຢູ່ໃນເມືອງກວງຊູ ທາງພາກໃຕ້ຂອງປະເທດ ​ໃນ​ຂະ​ນະ​ທີ່​ມີການປະເຊີນໜ້າກັນ ຄັ້ງຫຼ້າສຸດຫຼາຍແຫ່ງທົ່ວປະເທດ.

ເມື່ອຕອນແລງວັນອັງຄານນີ້ ຈີນໄດ້ກ່າວວ່າ ຕົນຈະ “ປາບປາມຢ່າງເດັດຂາດຕໍ່ການແຊກ​ຊຶມ ແລະກິດຈະການກໍ່ວິນາດສະກຳໃດໆໂດຍກຳລັງທີ່ເປັນປໍລະປັກ.” ຄຳຖະແຫລງນີ້ ມາຈາກຄະນະກຳມາທິການກົມການເມືອງ ແລະຮັບຜິດຊອບດ້ານກົດໝາຍ ບໍ່ໄດ້ກ່າວໂດຍກົງຕໍ່ການປະທ້ວງທີ່ໄດ້ລະເບີດຂຶ້ນໃນຢ່າງໜ້ອຍ 15 ຫົວເມືອງ ທີ່ລວມມີນະຄອນຫຼວງປັກກິ່ງ ແລະສູນກາງການເງິນ ຊຽງໄຮ້ ແຕ່ໄດ້ກ່າວຢ່າງຈະແຈ້ງ ເຖິງເຈດຕະນາທີ່ຈະບັງຄັບໃຊ້ກົດລະບຽບຂອງຕົນ.

ພາບຈຳລອງ ສະແດງໃຫ້ເຫັນ ສະຖານທີ່ມີການປະທ້ວງ ໃນທົ່ວປະເທດຈີນ ຍ້ອນການປິດເມືອງ ຫຼື ລັອກດາວ ເພາະພະຍາດໂຄວິດ.
ພາບຈຳລອງ ສະແດງໃຫ້ເຫັນ ສະຖານທີ່ມີການປະທ້ວງ ໃນທົ່ວປະເທດຈີນ ຍ້ອນການປິດເມືອງ ຫຼື ລັອກດາວ ເພາະພະຍາດໂຄວິດ.

ຢູ່ໃນເມືອງກວງຊູ ຊຶ່ງເປັນສູນກາງໂຮງງານຜະລິດແລະບ້ານພັກຂອງພວກແຮງງານທີ່ມາຈາກຖິ່ນອື່ນຫຼາຍຄົນ ໄດ້ບັນທຶກວີດີໂອ ແລ້ວນຳອອກເຜີຍແຜ່ໃນສື່ສັງຄົມ ສະແດງໃຫ້ເຫັນ ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ໃສ່ຊຸດປ້ອງກັນພະຍາດ ແລະຖືເຄື່ອງປ້ອງກັນຂະນະທີ່ພວກເຂົາລາດຕະເວນຖະໜົນຫົນທາງ.

ຢູ່ໃນປັກກິ່ງ ເມື່ອວັນພຸດວານນີ້ ລົດໃຫຍ່ອະເນກປະສົງ ຫຼື SUV ລົດຕູ້ ແລະລົດຫຸ້ມເກາະຕິດຕັ້ງດ້ວຍໄຟກະພິບ ຫຼາຍຮ້ອຍຄັນໄດ້ຈອດຢູ່ຕາມຫົນທາງຂອງເມືອງ. ຕຳຫຼວດແລະກອງກຳລັງທະຫານໄດ້ດຳເນີນການກວດເບິ່ງບັດປະຈຳໂຕ ແລະກວດຄົ້ນໂທລະສັບມືຖືຫາ ຮູບພາບ, ແອັບທີ່ຫວງຫ້າມ ຫຼື ຫຼັກຖານທີ່ອາດສະແດງໃຫ້ເຫັນວ່າ ພວກເຂົາໄດ້ເຂົ້າຮ່ວມໃນການເດີນຂະບວນປະທ້ວງຕໍ່ຕ້ານຂໍ້ຈຳກັດ “ສູນໂຄວິດ” ຂອງລັດຖະບານ ທີ່ໄດ້ລະເບີດຂຶ້ນຫຼາຍແຫ່ງ ໃນບໍ່ເທົ່າ ໃດວັນມໍ່ໆມານີ້.

ພົນລະເມືອງຊຽງໄຮ ປະເຊີນໜ້າກັບພວກຄົນງານໃສ່ຊຸດປ້ອງກັນພະຍາດໄວຣັສໂຄໂຣນາ (COVID-19) ໃນນະຄອນຊຽງໄຮ ຂອງຈີນ, ໃນພາບຢູດນີ້ ທີ່ເອົາມາຈາກວີດີໂອ ໃນສື່ສັງຄົມ ທີ່ໄດ້ຖືກເຜີຍແຜ່ ໃນວັນທີ 30 ພະຈິກ 2022. Video obtained by Reuters.

ວີດີໂອທັງຫຼາຍ ໄດ້ສະແດງໃຫ້ເຫັນ ຕຳຫຼວດຈັບກຸມພວກປະທ້ວງຈຳນວນນຶ່ງຢູ່ໃນຫົວເມືອງທີ່ສຳຄັນຕ່າງໆ. ພວກເຂົາບາງສ່ວນປາກົດວ່າ ໄດ້ທຳການປະທ້ວງຢ່າງງຽບໆ ສ່ວນຫຼາຍຍົກເຈ້ຍຂາວທີ່ບໍ່ຂຽນຫຍັງໃສ່ຂຶ້ນ ອັນເປັນການສະແດງອອກເຖິງການຕໍ່ຕ້ານການຂາດເສລີພາບໃນການປາກເວົ້າ ໃນຂະນະທີ່ພວກຄົນ ອື່ນໆ ໄດ້ຮ້ອງເຍາະເຍີ້ຍພວກເຈົ້າໜ້າທີ່. ພວກເຂົາຈຳນວນນຶ່ງໄດ້ຖືກຄວບຄຸມໂຕໄປ ຫຼື ຊະຕາກຳຂອງພວກເຂົ້າ ແມ່ນບໍ່ຮູ້ຈັກເລີຍ.

ພວກປະທ້ວງບາງສ່ວນ ໄດ້ຮຽກຮ້ອງໃຫ້ປະທານປະເທດ ສີ ຈິ້ນຜິງ ລາອອກ ຜູ້ທີ່ໃນເດືອນຕຸລາ ໄດ້ຖືກເລືອກໃຫ້ເປັນຜູ້ນຳພັກຄອມມິວນິສ ສະໄໝທີສາມ ໄລຍະ 5 ປີ. ລັດຖະບານຂອງທ່ານ ໂຕ້ແຍ້ງວ່າ ຂໍ້ຈຳກັດຕໍ່ຕ້ານໄວຣັສນັ້ນ ຊຶ່ງລວມມີການປິດເມືອງ ແລະຂົງເຂດຕ່າງໆທັງໝົດ ໄດ້ຊ່ອຍຊີວິດຄົນ.

ແຕ່ພວກຊາວຈີນຫຼາຍຄົນ ໄດ້ມີຄວາມຄຽດແຄ້ນ ກັບຜົນກະທົບຂອງກົດລະບຽບໃນການຕໍ່ຕ້ານໄວຣັສ ຕໍ່ຊີວິດຂອງພວກເຂົາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG