ໂຄສົກກະຊວງການຕ່າງປະເທດຈີນທ່ານ Ma Zhaoxu
ກ່າວໃນວັນອັງຄານ ວານນີ້ວ່າ ທ່ານໄດ້ເຫັນແລ້ວ ລາຍ
ງານທີ່ວ່າ ຫລາຍໆວິທະຍຸກະຈາຍສຽງນາໆຊາດ ເຊັ່ນ
VOA ແລະ BBC ຈະຫຼຸດລາຍການກະຈາຍສຽງເປັນພາ
ສາຈີນກາງລົງນັ້ນ.
// ສຽງ //
ທ່ານ Ma ເວົ້າວ່າ ທ່ານບໍ່ມີຄວາມເຫັນຫຍັງ ທີ່ຈະເພີ່ມ
ຕື່ມແຕ່ກໍກ່າວວ່າ ບັນດາອົງການເຫຼົ່ານີ້ທຳການຕັດສິນໃຈ
ຂອງພວກເຂົາເຈົ້າເອງ.
ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Ma ແມ່ນບໍ່ຮ້າຍ
ແຮງ ທໍ່ກັນກັບບົດບັນນາທິການທີ່ປາກົດອອກເມື່ອສັບປະ
ດາແລ້ວຢູ່ໃນໜ້າໜັງສືພິມພາສາອັງກິດ Global Times
ທີ່ມີການພິມຈຳໜ່າຍຫຼາຍທີ່ສຸດ ສະບັບນຶ່ງຂອງຈີນ.
ບົດຂຽນດັ່ງກ່າວເວົ້າວ່າ ການຕັດລາຍການກະ
ຈາຍສຽງພາກພາສາຈີນກາງຂອງ VOA ແລະ
BBC ລົງນັ້ນ ແມ່ນການໃຫ້ສັນຍານເຖິງອັນທີ່
ໜັງສືພິມສະບັບນີ້ບັນຍາຍວ່າ ເປັນ “ການສິ້ນ
ສຸດລົງຂອງຍຸກສະໄໝນຶ່ງ” ແລະເອີ້ນການຕັດ
ລົງນັ້ນວ່າ ເປັນ “ການເສຍຫາຍຕໍ່ການປຸກລະ
ດົມທາງດ້ານແນວຄິດ ທີ່ບັນດາປະເທດຕ່າງໆ
ໄດ້ດໍາເນີນມາ” ເພື່ອຕໍ່ຕ້ານຈີນ ແລະເວົ້າວ່າ
ພວກໜັບສະໜຸນວິທຍຸ VOA ໄດ້ຕີລາຄາສູງ
ເກີນໄປ ກ່ຽວກັບປະສິດທິຜົນ ຂອງວິທຍຸດັ່ງ
ກ່າວນີ້ ໃນການທີ່ຈະເອົາຊະນະຈິດໃຈ ຂອງ
ພວກຜູ້ຟັງຊາວຈີນ.
ບົດຂຽນດັ່ງກ່າວນີ້ມ້ວນທ້າຍໂດຍເວົ້າວ່າພະແນກພາສາຈີນພວມຈະພົບກັບຈຸດອະວະສານ
ທາງປະວັດສາດ ໂດຍທີ່ການປະຕິບັດຂອງພວກເຂົາເຈົ້າບໍ່ໄດ້ປະສົບກັບຄວາມສຳເລັດ.
ຄະນະກໍາມະການຄຸ້ມຄອງການອອກອາກາດ ທີ່ເອີນຫຍໍ້ວ່າເປັນພາສາອັງກິດວ່າ BBG
ຊຶ່ງເປັນຜູ້ກໍາກັບນໍາວິທະຍຸ VOA ນັ້ນ ໄດ້ນໍາສະເໜີຮ່າງງົບປະມານຕໍ່ລັດຖະສະພາສະຫະ
ລັດ ທີ່ຮວມທັງແຜນການຈັດຕັ້ງໃໝ່ຕ່າງໆ ກ່ຽວກັບການອອກອາກາດໄປຍັງປະເທດຈີນ.
ໃນນັ້ນກໍມີຮວມທັງການລຶບລ້າງການອອກອາກາດ ເປັນພາສາຈີນກວາງຕຸ້ງຂອງ VOA
ແລະຍັງຈະລຶບລ້າງ ການກະຈາຍສຽງທາງວິທະຍຸຄື້ນສັ້ນເປັນພາສາຈີນກາງ ຂອງ VOA
ໂດຍຈະໃຫ້ກາຍເປັນພະແນກ ທີ່ໃຫ້ບໍລິການທາງເວັບໄຊ້ທ໌ຫຼືທາງອິນເຕີແນັດທໍ່ນັ້ນ.
ວິທະຍຸເອເຊຍເສລີ ຫລື RFA ຊຶ່ງໄດ້ຮັບເງິນທຶນຈາກອົງການ BBG ເຊ່ນດຽວກັນນັ້ນ
ໄດ້ຮັບການສະເໜີໃຫ້ເປັນຜູ້ອອກອາກາດຊົ່ວໂມງພາສາຈີນກາງຂອງ VOA.
ການຕັດງົບປະມານທີ່ວ່ານີ້ຈະຫຼຸດ
ພະນັກງານອອກອາກາດພະແນກ
ພາສາຈີນຂອງ VOA ລົງ 45
ຄົນ ຈາກຈໍານວນທັງໝົດ 76
ຄົນ. ແຜນການທີ່ວ່ານີ້ ຄາດວ່າ
ຈະປະຫຍັດເງິນໄດ້ 8 ລ້ານໂດ
ລາ ຊຶ່ງການປະຫຍັດສ່ວນນຶ່ງ
ຈະມາຈາກຄ່າໃຊ້ຈ່າຍໃນການ
ອອກອາກາດ. ງົບປະມານທັງ
ໝົດຂອງ VOA ທີ່ຮ້ອງຂໍໄປ
ສໍາລັບສົກປີ 2012 ນັ້ນແມ່ນ ຫລາຍກ່ວາ 200 ລ້ານໂດລາ.
ນາຍ Bao Tong ນັກຄັດຄ້ານລັດຖະບານອະວຸໂສຂອງຈີນໄດ້ຕຳໜິຕິຕຽນການຕັດສິນໃຈ
ດັ່ງກ່າວ.
// ສຽງ //
ນາຍ Bao ເວົ້າວ່າລາວຄິດວ່າໃນການປະຫຍັດເງິນ 8 ລ້ານໂດລານັ້ນແມ່ນລັດຖະບານສະ
ຫະລັດບໍ່ຕ້ອງການຢາກຈະເປັນເພື່ອນ ກັບປະຊາຊົນຊາວຈີນແລະກ່າວຕຶ່ມວ່າການຕັດທີ່ວ່າ
ນີ້ອາດເປັນຮ່ອງຮອຍສະແດງໃຫ້ເຫັນວ່າ ສະຫະລັດຢ້ານ ການມີອິດທິພົນເພີ່ມຂຶ້ນຂອງຈີນ.
ຈີນມັກຕໍາໜິຕິຕຽນວິທະຍຸ VOA ວ່າອອກຂ່າວແບບລໍາອຽງແລະມີອັນທີ່ ຈີນບັນລະຍາຍ
ວ່າເປັນ “ສະພາບຈິດໃຈໃນສະໄໝສົງຄາມເຢັນ”.
VOA ຫລືວິທະຍຸສຽງອະເມຣິກາອອກອາກາດເປັນເທື່ອທໍາອິດໃນປີ 1942 ໂດຍໄດ້ຮັບເງິນ
ທຶນດໍາເນີນງານຈາກລັດຖະບານສະຫະລັດ ແຕ່ປະຕິບັດງານອີງຕາມກົດບັດທີ່ບັງຄັບໃຫ້ອອກ
ຂ່າວແບບມີຄວາມກໍ້າເກິ່ງກັນ. ວິທະຍຸ VOA ອອກອາກາດ ຂ່າວ ຂໍ້ມູນ ລາຍການສຶກສາ
ແລະວັດທະນະທໍາ ຫຼາຍກວ່າ 1,000 ຊົ່ວໂມງ ໃນແຕ່ລະອາທິດ ໄປຍັງຜູ້ຟັງຢູ່ໃນທົ່ວໂລກ
125 ລ້ານກວ່າຄົນ.