ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ​ຕ່າງ​ປະ​ເທດ​ຈີນ​ ຢ້ຽມຢາມ​ເກົາຫຼີໃຕ້


ທ່ານ Yang Jiechi ລັດຖະມົນຕີການຕ່າງປະເທດຈີນ ພົບປະກັບ ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sunghwan (ຊ້າຍ) ທີ່ Seoul
ທ່ານ Yang Jiechi ລັດຖະມົນຕີການຕ່າງປະເທດຈີນ ພົບປະກັບ ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sunghwan (ຊ້າຍ) ທີ່ Seoul

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ລັດຖະມຸນຕີ​ຕ່າງ
ປະ​ເທດ​ຈີນ ທ່ານ Yang Jiechi ​ໄດ້​ສະ​ແດງ​ຄວາມ​
ເປັນ​ຫ່ວງ​ອອກ​ມາ​ ກ່ຽວ​ກັບ​ຄວາມ​ປາດ​ຖະໜາ​ຢາກ​ມີ​
ອາວຸດ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ນັ້ນ ​ແລະ​ໃຫ້ຄໍາໝັ້ນ​
ສັນຍາທີ່​ຈະ​ທໍາ​ການ​ປຶກສາ​ຫາ​ລື​ກັນ​ຢ່າງ​ໃກ້ຊິດ​ກັບ​ກຸງ​ໂຊລ
ກ່ຽວ​ກັບ​ໂຄງການຍົກ​ລະດັບ​ທາດ​ຢູ​ເຣນຽມ​ຂອງ​ກຸງ​ພຽງ​ຢາງ​.

ແຕ່​ບໍ່​ມີ​ຮ່ອງຮອຍ​ໃດໆ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເກົາຫລີ
ໃຕ້​ຂອງ​ທ່ານ Yang ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ສະ​ແດງ​ໃຫ້​
ເຫັນວ່າ ​ທາງ​ກຸງ​ປັກ​ກິ​ງ​ໄດ້​ຜ່ອນຄາຍ​ການ​ຄັດຄ້ານ​ຂອງ​ຕົນ
ຕໍ່​ລາຍ​ງານ​ສະບັບ​ນຶ່ງ​ຂອງ​ສະຫະ​ປະຊາຊາດ​ທີ່​ບັນ​ລະ​ຍາຍ​ໂຄງການ​ດັ່ງກ່າວ​ຂອງ​ເກົາຫລີ​
ເໜືອ ວ່າ​ເປັນ​ການລະ​ເມີດ​ຢ່າງ​ຮ້າຍ​ແຮງຕໍ່​ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດນັ້ນ.

ຄາດ​ວ່າ ຈີນ​ຈະ​ຂັດຂວາງ​ຕໍ່ການຈັດ​ພິມ​ລາຍ​ງານ​ຂອງສະຫະ​ປະຊາ​ຊາດສະບັບ​ນີ້ ​ເວລາ​
ເລື້ອງ​ນີ້​ຖືກ​ຍົກຂຶ້ນ​ມາສົນທະນາ​ກັນ ໂດຍຄະນະ​ກໍາມະການ​ນຶ່ງ​ຂອງສະພາ​ຄວາມ​ໜັ້ນຄົງ​
ສະຫະ​ປະຊາ​ຊາດ​ໃນ​ຕອນ​ບ່າຍໆ​ວັນ​ພຸດ​ມື້​ນີ້. ປັກ​ກິ​ງ​ເຄີຍ​ກ່າວ​ມາ​ກ່ອນ​ແລ້ວວ່າ ​ໂຄງການ​
ດັ່ງກ່າວຊຶ່ງ​ສາມາດ​ເຮັດ​ໃຫ້ເກົາຫລີ​ເໜືອມີ​ເຊື້ອ​ໄຟ​ສໍາລັບ​ຜະລິດ​ອາວຸດ​ນີວ​ເຄລຍ​ໄດ້​ນັ້ນ
ຄວນ​ຈະ​ຍົກ​ມາ​ໂອ້​ລົມ​ສົນທະນາ​ກັນ​ໃນ​ການເຈລະ​ຈາ​ 6 ຝ່າຍ ​ທີ່​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ
ບໍ່​ມາ ​ດົນ​ກວ່າ 2 ປີ​ມາ​ແລ້ວນັ້ນ.

ທ່ານ Yang ທີ່​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Lee Myung-bak
ແລະລັດຖະມຸນຕີ​ຕ່າງປະ​ເທດ Kim Sung-hwan ນັ້ນ ​ໄດ້ກ່າວໃນ​ການຖະ​ແຫລ​ງ​
ຢ່າງ​ເປີດ​ເຜີຍ​ຂອງ​ທ່ານຄັ້ງ​ດຽວ​ນັ້ນ​ວ່າ ຈີນ​ຈະ​ດໍາ​ເນີນ​ງານ​ເພື່ອ​ໃຫ້​ມີ​ການເປີດ​ການ
ເຈລະຈາ 6 ຝ່າຍ​ນັ້ນ​ ຄືນ​ອີກ

XS
SM
MD
LG