ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນແລະຫວຽດນາມ ຕົກລົງເລັ່ງລັດ ການເຈລະຈາກັນ


ຮູບຖ່າຍທາງອາກາດ ຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງກັນ ໃນ ເຂດທະເລຈີນໃຕ້ (7 ກັນຍາ 2011)
ຮູບຖ່າຍທາງອາກາດ ຂອງເກາະ Pagasa ຊຶ່ງເປັນສ່ວນນຶ່ງຂອງໝູ່ເກາະ Spratly ທີ່ມີການຂັດແຍ້ງກັນ ໃນ ເຂດທະເລຈີນໃຕ້ (7 ກັນຍາ 2011)

ສື່ມວນຊົນຂອງທາງການຈີນແຈ້ງວ່າ ຈີນແລະຫວຽດນາມໄດ້ຕົກລົງທີ່ຈະເລັ່ງລັດການເຈລະ
ຈາກ່ຽວກັບບັນຫາຂັດແຍ້ງຢູ່ໃນເຂດທະເລຈີນໃຕ້ ໂດຍມີເປົ້າໝາຍທີ່ຈະລົງນາມໃນຂໍ້ຕົກລົງ
ຢ່າງເປັນທາງການໂດຍໄວເທົ່າທີ່ຈະໄວໄດ້.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຄວາມໝາຍໝັ້ນຕັ້ງໃຈດັ່ງກ່າວໄດ້ມີຂຶ້ນ
ໃນລະຫວ່າງກອງປະຊຸມ ຢູ່ທີ່ນະຄອນຫຼວງຮ່າໂນ່ຍ ໃນສັບປະດານີ້ ລະຫວ່າງທ່ານ Dai
Bingguo ທີ່ປຶກສາຂອງລັດຖະບານຈີນ ແລະພວກເຈົ້າໜ້າທີ່ອະວຸໂສ ຂອງຫວຽດນາມ.
ໃນລະຫວ່າງການເຈລະຈາ ທັງສອງຝ່າຍໄດ້ກ່າວເນັ້ນ ເຖິງຄວາມປາດຖະນາ ເພື່ອຊອກຫາ ຊ່ອງທາງແກ້ໄຂຢ່າງສັນຕິຕໍ່ບັນຫາທີ່ພວມເພີ່ມທະວີຄວາມຮ້າຍແຮງຂຶ້ນນັ້ນ.

ອົງການຂ່າວຊິນຫົວເວົ້າວ່າ ປະເທດທັງສອງໄດ້ຕົກລົງ ທີ່ຈະແກ້ໄຂບັນຫາຂັດແຍ້ງໂດຍໃຫ້
ສອດຄ່ອງກັບກົດໝາຍລະຫວ່າງປະເທດ ແລະຄຳປະກາດ ປີ 2002 ກ່ຽວກັບການປະພຶດ ປະຕິບັດຂອງພັກຝ່າຍຕ່າງໆຢູ່ໃນເຂດທະເລຈີນໃຕ້.

ພວກເຈົ້າໜ້າທີ່ຈາກເຂດເອເຊຍຕາເວັນອອກສຽງໃຕ້ແລະຈີນໄດ້ຕົກລົງກັນໃນເດືອນກໍລະ
ກົດຜ່ານມາກ່ຽວກັບຫລັກ​ຊີ້​ນໍາທີ່ບົ່ງ​ອອກ​ມາວ່າຄຳປະກາດດັ່ງກ່າວຄວນມີການຈັດຕັ້ງປະ
ຕິບັດແບບໃດ. ຈີນ ໄຕ້ຫວັນ ແລະ 4 ປະເທດ ສະມາຊິກຂອງອາຊ່ຽນ ໄດ້ອ້າງກຳມະສິດ ກວມກັນຢູ່ໃນເຂດທະເລຈີນໃຕ້.

ກ່ອນໜ້ານີ້ອົງການຂ່າວຊິນຫົວລາຍງານວ່າ ທ່ານ Dai ຊຶ່ງເປັນຫົວໜ້ານັກການທູດຂອງ
ຈີນນັ້ນ ໄດ້ມອບສານສະບັບນຶ່ງຂອງປະທານປະເທດຈີນ ທ່ານຫູຈິນເຖົາ ໃຫ້ແກ່ພວກເຈົ້າ
ໜ້າທີ່ຫວຽດນາມ ທີ່ໄດ້ກ່າວເນັ້ນເຖິງຄວາມສຳຄັນຢ່າງໃຫຍ່ທີ່ຈີນໃຫ້ແກ່ການຮ່ວມມືແບບ ເພື່ອນມິດກັບປະເທດຫວຽດນາມ.

XS
SM
MD
LG