ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕັ້ງສະພາເທດສະບານ ແລະຄ້າຍທະຫານຂຶ້ນ ຢູ່​ເຂດຂັດແຍ້ງກັນ ໃນທະເລຈີນໃຕ້


Survivors walk in typhoon ravaged Tacloban city, Nov. 12, 2013.
Survivors walk in typhoon ravaged Tacloban city, Nov. 12, 2013.

ຈີນເວົ້າວ່າ ຕົນໄດ້ສ້າງຕັ້ງສະພາເທດສະບານຂຶ້ນສໍາລັບເມືອງນຶ່ງທີ່ຫາກໍ່ຕັ້ງຂຶ້ນໃໝ່ໆ
ຢູ່​ໃນ​ເຂດ​ທີ່ມີການຂັດແຍ້ງກັນ ຢູ່ທະເລຈີນໃຕ້ນັ້ນ ແລະໄດ້ອະນຸມັດໃຫ້ມີການຕັ້ງຄ້າຍ
ທະຫານຂຶ້ນ ຢູ່ໃນເຂດນັ້ນ.

ໃນລາຍງານຂ່າວທີ່ພິມເຜີຍແຜ່ໃນວັນອາທິດວານນີ້, ອົງການຂ່າວຊິນຫົວຂອງທາງ​ການ
​ຈີນເວົ້າວ່າ ປະຊາຊົນ 1,100 ຄົນ ທີ່ອາໃສຢູ່ໃນເກາະສາມແຫ່ງທີ່ພາສາຈີນເອີ້ນວ່າ Xisha,
Zhongsha, Nansha ນັ້ນ ໄດ້ເລືອກຕັ້ງເອົາຜູ້​ແທນ 45 ຄົນ ເຂົ້າປະຈໍາສະພາປະຊາຊົນ
ຂອງ​ເຂດເທດສະບານດັ່ງກ່າວ. ບັນດາເກາະເຫລົ່ານີ້ ແມ່ນເປັນພາກສ່ວນນຶ່ງຂອງເມືອງ
ໃໝ່ ທີ່ຊື່ວ່າ Sansha ແລະຫ້ອງການສະພາ ຈະຕັ້ງຢູ່ໃນເກາະແຫ່ງນຶ່ງທີ່ຈີນໃຫ້ຊື່ວ່າ
Yongxing ຊຶ່ງພາສາອັງກິດເອີ້ນວ່າ ເກາະ Woody.

ອົງການຂ່າວຊິນຫົວລາຍ​ງານອີກວ່າ ຄະນະກໍາມາທິການທະຫານສູນກາງຂອງຈີນ ໄດ້ ອະນຸຍາດໃຫ້ມີການສ້າງຕັ້ງກອງບັນຊາການຂອງທະຫານຮັກສາການ ຂຶ້ນ​ທີ່​ເມືອງ
Sansha ທີ່ຈະຮັບຜິດຊອບ​ເລື້ອງ “ການປ້ອງກັນປະເທດ” ແລະ “ການປະຕິບັດງານ
ຂອງທະຫານ
”.

ລັດຖະບານຈີນໄດ້ປະກາດການສ້າງຕັ້ງເມືອງ Sansha ໃນເດືອນແລ້ວນີ້ ໂດຍໄດ້ເວົ້າວ່າ ບົດບາດຂອງຫົວເມືອງດັ່ງກ່າວ​ແມ່ນການບໍລິຫານໝູ່ເກາະ Paracel ແລະSpratly ທີ່
ມີການຂັດແຍ້ງກັນຢູ່ນັ້ນ ແລະເຂດນ່ານນໍ້າອ້ອມ​ແອ້ມທະເລຈີນໃຕ້ ທີ່ເຊື່ອກັນວ່າມີບໍ່ນໍ້າມັນ ແລະອາຍແກັສທໍາມະຊາດນັ້ນ. ບຣູໄນ, ຈີນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະຫວຽດ
ນາມ ຕ່າງກໍໄດ້ ອ້າງເອົາກໍາມະສິດທັງໝົດ ຫລືບໍ່ ກໍສ່ວນໃດສ່ວນນຶ່ງຂອງເກາະເຫລົ່ານີ້.

ຢູ່ໃນຄໍາຖະແຫລງສະບັບ​ນຶ່ງ​ອອກ​ມື້​ວັນ​ເສົາຜ່ານ​ມາ​ນັ້ນ ລັດຖະບານຫວຽດນາມ ເວົ້າວ່າ
ຕົນຄັດຄ້ານ​ຕໍ່ການສ້າງຕັ້ງເມືອງ Sansha ແລະໄດ້ເອີ້ນການເຄື່ອນ ໄຫວດັ່ງກ່າວວ່າ ເປັນ “ການລະເມີດຢ່າງຮຸນແຮງ” ຕໍ່ອໍານາດອະທິປະໄຕຂອງ ລັດຖະບານຮາໂນ່ຍ ໃນໝູ່ເກາະ
Paracel ແລະ Spratly ນັ້ນ ໂດຍອ້າງວ່າ ໝູ່ເກາະເຫລົ່ານັ້ນເປັນສ່ວນນຶ່ງຂອງເມືອງດາໜັງ ແລະແຂວງແຄັງຮົວ ຕາມລໍາ ດັບ. ວິທະຍຸ​ແຫ່ງ​ຊາດ​ Voice of Vietnam ຫລື ສຽງຂອງ
ຫວຽດນາມ ໄດ້ ອ້າງເຖິງຄໍາເວົ້າຂອງພວກເຈົ້າໜ້າທີ່ໃນເມືອງດາໜັງ ແລະແຂວງແຄັງຮົວ
ທີ່ເວົ້າວ່າ ລັດຖະບານກຸງປັກກິ່ງ ແມ່ນກໍາລັງສ່ຽງຕໍ່ການທໍາລາຍມິດຕະພາບ ລະຫວ່າງ
ສອງປະເທດ ທີ່ເປັນເພື່ອນບ້ານກັນນັ້ນ.

XS
SM
MD
LG