ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປ່ອຍ ຊາວປະມົງຫວຽດນາມ ທີ່ຖືກຈັບ


ແຜນທີ່ໝູ່ເກາະ Spratly ແລະ Paracel ໃນທະເລຈີນໃຕ້
ແຜນທີ່ໝູ່ເກາະ Spratly ແລະ Paracel ໃນທະເລຈີນໃຕ້

ຈີນ​ກ່າວ​ວ່າ ຕົນ​ໄດ້​ປ່ອຍ​ຊາວ​ປະມົງ​ຫວຽດນາມ 21 ຄົນທີ່​ຖືກ​ຈັບເມື່ອ​ນຶ່ງ​ເດືອນກວ່າໆ​ຜ່ານ
ມາໃນ​ບໍລິ​ເວນ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້​ງກັນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນລາຍ​ງານ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຊາວ​ປະມົງຫວຽດນາມ
ເຫຼົ່ານີ້​ໄດ້​ຖືກ​ປ່ອຍຫຼັງຈາກ​ໄດ້ເຊັນ​ຊື່​ໃນ​ໃບ​ຄໍ້າປະກັນ ຊຶ່ງຊິນ​ຫົວເວົ້າວ່າໃບ​ຄໍ້າປະກັນ​ດັ່ງກ່າວ
ແມ່ນ​ການ​ໃຫ້​ຄຳ​ໝັ້ນສັນຍາ​ວ່າຈະ​ບໍ່​ລ່ວງ​ລະ​ເມີດ​ເຂົ້າ​ໄປ​ໃນ​ເຂດ​ນໍ້າ​ແດນ​ດິນ​ທາງ​ທະ​ເລ​ຂອງ
ຈີນ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ການປະມົງ​ຢູ່​ໃນ​ເຂດ​ນ່ານນໍ້າຂອງ​ຈີນ​.

ຊາວ​ປະມົງ​ຫວຽດນາມ​ເຫຼົ່ານີ້​ໄດ້​ຖືກ​ຈັບ​ໃນຕົ້ນ​ເດືອນ​ມີນາ ​ໃກ້ໆ​ບໍ​ລິ​ເວນ​ໝູ່​ເກາະ Paracel
ທີ່​ຄວບ​ຄຸມ​ໂດຍ​ຈີນ ​ແຕ່​ອ້າງ​ກຳມະສິດ​ໂດຍ​ຫວຽດນາມ.

ການ​ປ່ອຍ​ໂຕ​ຊາວ​ປະມົງ​ຫວຽດນາມ​ມີ​ຂຶ້ນຂະນະ​ທີ່​ປັກ​ກິ່ງພວມ​ປະ​ເຊີນ​ໜ້າ​ກັບ​ຟີລິບ​ປິນຢູ່​ໃນ
ອີກ​ເຂດ​ນຶ່ງ​ທີ່ຍັງ​ເປັນ​ບັນຫາ​ຂັດ​ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້.

ຈີນ​ໄດ້​ຢືນຢັນ​ຢ່າງ​ແຂງ​ຂັນ​ກວ່າ​ເກົ່າ​ກ່ຽວ​ກັບ​ການ​ອ້າງ​ເອົາ​ກຳມະສິດ​ໃນ​ເຂດ​ແດນ​ທາງ​ທະ​ເລ​
ທີ່​ອາດ​ອຸດົມສົມບູນ​ໄປ​ດ້ວຍ​ພະລັງງານ ໃນ​ບໍລິ​ເວນ​ທະ​ເລ​ຈີນໃ​ຕ້ ​ໂດຍ​ໄດ້​ເຂົ້າສະກັດ​ກັ້ນຂັດ
ຂວາງ​ເປັນ​ປະຈຳ​ຕໍ່​ພວກ​ເຮືອ​ປະມົງ​ແລະ​ເຮືອສຳຫຼວດນໍ້າມັນ​ຂອງ​ຕ່າງປະ​ເທດ.

ປັກ​ກິ່ງຢືນ​ຢັດ​ວ່າ ​ເຂດ​ທະ​ເລ​ຈີນ​ໃຕ້​ທັງ​ໝົດ​ທີ່​ມີ​ພື້ນທີ່ 3 ລ້ານ 5 ​ແສນ​ກິ​ໂລ​ແມັດ​ມົນທົນ​ນັ້ນ
ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຕົນ. ຟີ​ລິບ​ປິນ ມາ​ເລ​ເຊຍ ບຣູນາຍ ​ແລະ​ ​ໄຕ້​ຫວັນ​ກໍ​ອ້າງ​ກຳມະ
ສິດ​ເອົາ​ບາງ​ເຂດ​ຂອງ​ທະ​ເລດັ່ງກ່າວ​ນີ້.

XS
SM
MD
LG