ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ຫວຽດນາມ ໂອ້ລົມກັນ ກ່ຽວກັບ ບັນຫາ ຂັດແຍ້ງ ທາງທະເລ (ວີດີໂອ)


ທ່ານ Yang Jiechi ລັດຖະມົນຕີພິເສດຈີນ (ຄົນທີ 5 ຂ້າງຊ້າຍ ) ແລະທ່ານ Pham Binh Minh ລັດຖະມົນຕີ ຕ່າງປະເທດຫວຽດນາມ (ຄົນທີ 5 ຈາກຂວາ) ພົບປະກັນ ທີ່ທຳນຽບ ຕ້ອນຮັບແຂກ ຂອງລັດຖະບານທີ່ຮາໂນ່ຍ ວັນທີ 18 ມິຖຸນາ 2014.
ທ່ານ Yang Jiechi ລັດຖະມົນຕີພິເສດຈີນ (ຄົນທີ 5 ຂ້າງຊ້າຍ ) ແລະທ່ານ Pham Binh Minh ລັດຖະມົນຕີ ຕ່າງປະເທດຫວຽດນາມ (ຄົນທີ 5 ຈາກຂວາ) ພົບປະກັນ ທີ່ທຳນຽບ ຕ້ອນຮັບແຂກ ຂອງລັດຖະບານທີ່ຮາໂນ່ຍ ວັນທີ 18 ມິຖຸນາ 2014.
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ແລະ​ຫວຽດນາມ ທີ່​ກຳ​ລັງ​ພົບ​ປະກັນທີ່​ນະ
ຄອນຫຼວງ​ຮາ​ໂນ່ຍ ສະ​ແດງ​ຄວາມ​ເຕັມ​ໃຈເພື່ອ​ປັບປຸງ​ສາຍພົວ
ພັນ​ທີ່​ເຄັ່ງ​ຕຶງ​ໃຫ້​ດີ​ຂຶ້ນ ​ເນື່ອງ​ຈາກ​ບັນຫາ​ຂັດ​ແຍ້​ງກັນເລື້ອງ​ປັກ
​ກິ່ງ​ ຕັ້ງ​ຖານ​ເຈາະ​ນ້ຳມັນ​ຂອງ​ຕົນ​ຂຶ້ນ ຫວ່າງ​ໄວໆ​ມາ​ນີ້ ໃນ​ເຂດ​
ນ່ານນ້ຳທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ຫວຽດ
ນາມ​ນັ້ນ.

ການໃຫ້ຄວາມ​ເຫັນ​ຕ່າງໆ​ໃນ​ວັນ​ພຸດ​ມື້​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ສອງ
​ຝ່າຍ​ໄດ້​ຈັດການ​ພົບ​ປະ​ໂອ້​ລົມ​ກັນ​ໃນ​ລະດັບ​ສູງ​ຂຶ້ນ ນັບ​ແຕ່​ບໍລິ
ສັດ​ລັດ​ວິ​ສາ​ຫະກິດຈີນ​ໄດ້ຕິດຕັ້ງ​ຖານ​ເຈາະນ້ຳມັນ​ຂອງ​ຕົນ​ໃນ​
ເດືອນ​ພຶດສະພາ​ຜ່ານ​ມາ​ນີ້​ ເປັນ​ຕົ້ນ​ມາ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ປະ
​ເຊີນ​ໜ້າ​ກັນ​ທາງ​ທະ​ເລ ​ແລະ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ​ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ
​ໃນ​ຫວຽດນາມ​ນັ້ນ.

ທ່ານ ຟາ​ມ ບິນ ມິນ ລັດຖະມົນຕີ​ຕ່າງປະ​ເທດ​ຫວຽດນາມກ່າວ​ຢືນຢັນໃນ​ວັນ​ພຸດ​ມື້​
ນີ້​ວ່າ ບັນຫາ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້ທີ່​ເອີ້ນ​ກັນ​ໃນ​ຫວຽດນາມ​ວ່າ ທະ​ເລຕາ​
ເວັນ​ອອກ​ນັ້ນ ຈະ​ເປັນ​ຈຸດ​ເພ່ງ​ເລັງ​ຂອງ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ທ່ານ Yang
Jiechi ລັດຖະມົນຕີພິເສດປະຈຳ ລັດຖະບານກາງຂອງຈີນ.

ທ່ານ​ຟາ​ມບິນ​ມິນ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ ຈະ​ໂອ້​ລົມ​ກັນ ​ແລະ​ແກ້​ໄຂ​ສະ
ຖານະ​ການ​ທີ່​ວຸ້ນວາຍ​ສັບສົນ​ໃນ​ທະ​ເລ​ຕາ​ເວັນ​ອອກ​ນີ້ ​ແລະ​ເພື່ອ​ຊ່ອຍ​ພັດ
ທະນາ​ສາຍ​ພົວພັນ​ທີ່​ດີ​ແລະ​ທຸ່ນ​ທ່ຽງ ລະຫວ່າງ​ສອງ​ປະ​ເທດເພື່ອ​ຜົນ​ປະ​
ໂຫຍ​ດຂອງ​ທັງ​ສອງ​ຝ່າຍ​ແລະ​ໃນ​ພາກ​ພື້ນ.


ທ່ານ Yang ຍອມຮັບ​ຮູ້​ວ່າ ຂໍ້​ຂັດ​ແຍ້​ງກັນ​ນີ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​
ສຳພັນ​ລະຫວ່າງ​ສອງ​ປະ​ເທດ​ຄອມ​ມີ​ວນິດ​ນຳ​ກັນ ທີ່​ໄດ້​ຕໍ່ສູ້ ສົງຄາມ​ຊາຍ​ແດນ​
ຢ່າງ​ນອງ​ເລືອດ​ເປັນ​ເວລາ 3 ສັບປະດາ​ໃນ​ປີ 1979 ນັ້ນ ຊຶ່ງ​ທ່ານ​ກ່າວ​ວ່າ
ສາຍ​ພົວພັນລະຫວ່າງ​ຈີນ​ແລະ​ຫວຽດນາມ​ກຳລັງ​ປະສົບ​ກັບ​ຊ່ວງ​ຫຍຸ້ງ
ຍາກ. ​ໃນ​ການ​ເດີນທາງ​ມາ​ຖ້ຽວ​ນີ້ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍ​ຄະນະ​ກຳມະ
ການ​ສູນ​ກາງພັກ ຂ້າພະ​ເຈົ້າ​ຈະ​ທຳ​ການ​ໂອ້​ລົມສົນທະນາ​ກັນ​ຢ່າງ​ຕົງ​
ໄປ​ຕົງ​ມາ ​ແລະ​ຢ່າງ​ຖີ່​ຖ້ວນ​ກັບ​ທ່ານ​ຟາ​ມບິນ​ມິນ​ກ່ຽວ​ກັບ​ສາຍ​ພົວພັນ​
ລະຫວ່າງ​ສອງ​ປະ​ເທດແລະ​ບັນຫາ​ຕ່າງໆ​ໃນ​ປັດຈຸບັນ​ໃນ​ທະ​ເລ​ຈີນ​ໃຕ້.”

China Vietnam VO
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG