ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນໃຊ້ເງິນ ແລະການທູດ ເພື່ອຕໍ່ສູ້ ຍາດແຍ່ງອິດທິພົນ ກັບສະຫະລັດ ຢູ່ໃນເຂດເອເຊຍອາຄະເນ


ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢິ.
ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢິ.

ລັດຖະມົນຕີຕ່າງປະເທດຈີນທ່ານຫວັງ ຢິ ໄດ້ສະຫລຸບກອງປະຊຸມຮອບ 2 ທີ່ມີຂຶ້ນຢ່າງຕໍ່ເນື່ອງ ຮອບທີສອງ ພາຍໃນປີນີ້ ກັບບັນດາຜູ້ນຳຈາກເຂດເອເຊຍອາຄະເນ ເພື່ອສົນທະນາກ່ຽວກັບ ການແຈກຢາວັກຊີນ ການຊ່ວຍເຫຼືອເພື່ອຟື້ນໂຕຄືນຫຼັງຈາກການໂຣກລະບາດ ແລະຂໍ້ສະເໜີຕ່າງໆ ທີ່ບັນດາຜູ້ຊ່ຽວຊານກ່າວວ່າ ທີ່ຈະຊັກຊວນໃຫ້ປະເທດທີ່ສຳຄັນຕ່າງໆ ໄປເຂົ້າຂ້າງຝ່າຍຈີນ ແລະອອກຈາກ ອິດພົນທີ່ພວມເພີ້ມຂຶ້ນຂອງສະຫະລັດ.

ທ່ານຫວັງ ໄດ້ພົບປະໃນອາທິດແລ້ວນີ້ ກັບບັນດາຄູ່ຕຳແໜ່ງ ຈາກສິງກະໂປ ມາເລເຊຍ
ອິນໂດເນເຊຍແລະຟິລິບປິນ ອີງຕາມລາຍງານຂອງອົງການຂ່າວ ຊິນຫົວຂອງລັດຖະບານ
ຈີນ. ອົງການຂ່າວຊິນຫົວໄດ້ອ້າງຄຳເວົ້າຂອງທ່ານທີ່ ໄດ້ກ່າວວ່າ ຈີນ “ຢືນຢູ່ເພື່ອຜົນປະ
ໂຫຍດຂອງຂອງຫຼາຍໆປະເທດ ທີ່ກຳລັງ ພັດທະນາ ບັນດາປະເທດນ້ອຍໆ ແລະຂະ
ໜາດກາງ.” ບັນດາກຸ່ມປະເທດທີ່ ທ່ານຫວັງ ໄດ້ກ່າວເຖິງນັ້ນ ຈະກວມເອົາສ່ວນໃຫຍ່
ຂອງພົນລະເມືອງເອເຊຍ ອາຄະເນທີ່ມີ 665 ລ້ານຄົນ ໃນທົ່ວ 10 ປະເທດ.

ລັດຖະມົນຕີຕ່າງປະເທດຈີນໄດ້ຢ້ຽມຢາມບຣູນາຍ ອິນໂດເນເຊຍ ມຽນມາ ແລະ ຟິລິບປິນ ໃນເດືອນມັງກອນຜ່ານມາ ບໍ່ດົນກ່ອນໜ້າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງ. ເວລານັ້ນ ຈີນ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ ຈະຊ່ວຍບັນດາປະເທດໃນເຂດເອເຊຍອາຄະເນ ດ້ວຍຢາວັກຊີນກັນໂຄວິດ-19 ພື້ນຖານໂຄງລ່າງ ແລະການຄ້າ.

ບັນດານັກວິເຄາະກ່າວວ່າ ຈີນຫວັງທີ່ຈະມີຊື່ສຽງຄືນອີກ ຢູ່ໃນເຂດດັ່ງກ່າວຂອງ ເອເຊຍ ບ່ອນທີ່ສ່ວນໃຫຍ່ຂອງລັດຖະບານ ບໍ່ເຂົ້າຂ້າງຝ່າຍໃດໃນຄວາມສຳພັນ ກັບປະເທດມະຫາອຳນາດຫຼັງຈາກສະຫະລັດໄດ້ທຳການເຄື່ອນໄຫວຈຳນວນນຶ່ງ ທີ່ແນໃສ່ເພື່ອຄວບຄຸມ ການຂະຫຍາຍອິດທິພົນຂອງຈີນຢູ່ໃນທະເລທີ່ມີການຂັດແຍ້ງກັນກັບ 4 ປະເທດໃນເຂດເອເຊຍອາຄະເນ. ສ່ວນບັນດາປະເທດທີ່ຢູ່ເລາະ ແມ່ນໍ້າຂອງກໍມີຄວາມເປັນຫ່ວງເຊັ່ນກັນກ່ຽວກັບການຄວບຄຸມນໍ້າຂອງຈີນ ທີີໄຫຼ ລົງມາຈາກເຂື່ອນຕ່າງໆ

[[https://www.voanews.com/east-asia-pacific/mekong-river-worrying-low-level-amid-calls-more-chinese-dam-data]].

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG