ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະທານປະເທດຈີນກໍາລັງ ເດີນທາງມາຢ້ຽມຢາມ ສະຫະລັດ


ທໍານຽບຂາວໄດ້ຍົກທຸງຂອງປະເທດຈີນຂຶ້ນເພື່ອຕ້ອນຮັບຜູ້ນໍາຈີນ
ທໍານຽບຂາວໄດ້ຍົກທຸງຂອງປະເທດຈີນຂຶ້ນເພື່ອຕ້ອນຮັບຜູ້ນໍາຈີນ

ປະທານປະເທດຈີນທ່ານ Hu Jintao ກໍາລັງຢູ່ໃນ
ລະຫວ່າງການເດີນທາງມາຢ້ຽມຢາມສະຫະລັດຢ່າງເປັນ
ທາງການໃນຈຸດປະສົງເພື່ອຜ່ອນຄາຍຄວາມເຄັ່ງຕຶງລະ
ຫວ່າງສອງປະເທດມະຫາອໍານາດໃຫຍ່ສຸດທາງເສດຖະ
ກິດ.

ທ່ານ Hu ມີກໍານົດທີ່ຈະມາເຖິງສະຫະລັດ ທັນກັບງານ
ລ້ຽງຮັບຮອງອາຫານຄໍ່າ ແບບນ້ອຍໆສ່ວນຕົວທີ່ທໍານຽບ
ຂາວໃນຕອນແລງຂອງວັນອັງຄານມື້ນີ້ກ່ອນການເປີດເຈລະ
ຈາຢ່າງເປັນທາງການໃນຂອບເຂດທີ່ກວ້າງຂວາງກັບປະທາ
ນາທິບໍດີ ສະຫະລັດທ່ານບາຣັກ ໂອບາມາໃນວັນພຸດມື້ອື່ນ.
ງານລ້ຽງຮັບຮອງແບບຫລູູຫລາຢ່າງເປັນທາງການ ຊຶ່ງເປັນ
ການໃຫ້ກຽດຢ່າງສູງສຸດແກ່ແຂກຕ່າງປະເທດທີ່ເດີນທາງມາ
ຢ້ຽມຢາມນັ້ນ ກໍມີກຳນົດຈະຈັດຂຶ້ນໃນຄໍ່າຄືນມື້ອື່ນເຊັ່ນກັນ.
ນອກນັ້ນ ທ່ານ Hu ຍັງຈະເດີນທາງໄປຢ້ຽມຢາມນະຄອນ
Chicago ຊຶ່ງເປັນເມືອງໃຫຍ່ອັນດັບ 3 ຂອງສະຫະລັດ
ເພື່ອພົບປະກັບພວກນັກທຸລະກິດທີ່ນັ້ນ

ຈີນໄດ້ປະກາດໄປແລ້ວໃນສັບປະດານີ້ວ່າ ໄດ້ມີການຕົກລົງທາງດ້ານການຄ້າກັບ ພວກ
ບໍລິສັດຂອງສະຫະລັດແລ້ວ ໃນເປັນມູນຄ່າ 600 ລ້ານໂດລາ ແລະກໍຍັງມີຄວາມເປັນໄປ
ໄດ້ອີກຕື່ມ ໃນການທີ່ຈະຕົກລົງກັບບໍລິສັດອື່ນໆ. ແຕ່ວ່າການໄດ້ປຽບໃນດ້ານການຄ້າປະຈໍາ
ປີຂອງຈີນກັບສະຫະລັດ ມີຍອດເຖິງ 200 ພັນລ້ານໂດລານັ້ນ ຈຶ່ງມີທ່າທາງວ່າ ຈະບໍ່ມີການ
ຍົກເວັ້ນການສົນທະນາຫາລືແບບກົງໄປກົງມາກ່ຽວກັບຄວາມແຕກຕ່າງທາງດ້ານເສດຖະກິດ.

ໃນວັນຈັນວານນີ້ ສະມາຊິກສະພາ 3 ທ່ານຈາກພັກ Democrate ຂອງທ່ານປະທານາ
ທິບໍດີ ໂອບາມາ ໄດ້ນຳສະເໜີຮ່າງກົດໝາຍເພື່ອກົດດັນໃຫ້ຈີນປ່ອຍໃຫ້ເງິນຕາຂອງຕົນ
ມີຄ່າສູງຂຶ້ນໄວກວ່າເກົ່າ.

XS
SM
MD
LG