ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຈີນ ຈະເລີ້ມ ການເຈລະຈາ ດ້ານການຄ້າ ແລະ ເສດຖະກິດ ຮອບທີ 3


ສະມາຊິກຂອງຄະນະຜູ້ແທນ ການຄ້າສະຫະລັດ ທ່ານນຶ່ງ ປະຈຳຈີນ ຖືແຟ້ມເອກະສານ ໃນຂະນະທີ່ ອອກໄປຈາກໂຮງແຮມ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 7 ມັງກອນ 2019.
ສະມາຊິກຂອງຄະນະຜູ້ແທນ ການຄ້າສະຫະລັດ ທ່ານນຶ່ງ ປະຈຳຈີນ ຖືແຟ້ມເອກະສານ ໃນຂະນະທີ່ ອອກໄປຈາກໂຮງແຮມ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 7 ມັງກອນ 2019.

ບັນດານັກເຈລະຈາ ຈາກ ຈີນ ແລະ ສະຫະລັດ ຈະເລີ້ມການເຈລະຈາກັນຄືນໃໝ່ ໃນ ສັບປະດານີ້ ເພື່ອແກ້ໄຂສົງຄາມການຄ້າ ທີ່ກຳ​ລັງ​ດຳ​ເນີນ​ຢູ່ ລະຫວ່າງ ສອງເສດຖະກິດ
ທີ່ໃຫຍ່ທີ່ສຸດຂອງໂລກ.

ທຳນຽບຂາວກ່າວວ່າ ການເຈລະຈາຕໍ່ລອງຮອບທີສາມ ລະຫວ່າງ ເຈົ້າໜ້າທີ່ ໃນລະດັບ
ທີ່ຕ່ຳ​ລົງ​ມາ ຄື​ຮອງ​ຫົວໜ້າ ຈະມີຂຶ້ນ ໃນວັນອັງຄານມື້ນີ້ ແລະວັນພຸດມື້ອື່ນ ຢູ່ໃນນະຄອນ
ຫຼວງວໍຊິງຕັນ ກ່ອນທີ່ຈະມີການເຈລະຈາ ລະດັບເຈົ້າໜ້າທີ່ ອາວຸໂສ ທີ່ຈະເລີ້ມຂຶ້ນ ໃນ
ວັນພະຫັດມື້ຮື. ຖະແຫລງການຂອງທຳນຽບຂາວ ໄດ້ກ່າວອີກວ່າ ການເຈລະຈາຈະເພັ່ງ
ເລັງໃສ່ ເລື້ອງ “ການບັນລຸໃນການປ່ຽນແປງໂຄງສ້າງ ທີ່ຈຳເປັນຢູ່ໃນຈີນ ທີ່ສົ່ງຜົນ
ກະທົບຕໍ່ການຄ້າ”
ລະຫວ່າງ ສະຫະລັດ ແລະ ຈີນ.

ວໍຊິງຕັນ ໄດ້ຈົ່ມຢູ່ເລື້ອຍມາວ່າ ປັກກິ່ງ ບັງຄັບໃຫ້ ບໍລິສັດສະຫະລັດ ໂອນຄວາມກ້າວໜ້າ
ຕ່າງໆທາງດ້ານເທັກໂນໂລຈີ ໄປໃຫ້ບັນດາບໍລິສັດຂອງຈີນ ແລະ ວ່າ ຈີນ ຍັງ​ໄດ້ຈຳກັດ
ການເຂົ້າຫາຕະຫຼາດ ທີ່ກວ້າງໃຫຍ່ຂອງຕົນ. ລັດຖະບານທ່ານ ທຣຳ ໄດ້ວາງມາດຕະ
ການລົງໂທດ ດ້ວຍການເກັບພາສີມູນຄ່າ 250 ພັນລ້ານ ໂດລາ ຕໍ່ສິນຄ້າ​ຂາເຂົ້າຂອງຈີນ
ເພື່ອກົດດັນໃຫ້ຈີນປ່ຽນແປງການເຮັດການຄ້າ ຂອງຕົນ ຊຶ່ງໄດ້ກະຕຸ້ນໃຫ້ປັກກິ່ງຕອບໂຕ້
ຄືນ ດ້ວຍການເກັບພາສີເພີ້ມຂຶ້ນ ໃນມູນຄ່າ 110 ພັນລ້ານໂດລາ ຕໍ່ສິນຄ້າສົ່ງອອກ ຂອງ
ສະຫະລັດ.

ການເຈລະດ້ານຈາການຄ້າ ແມ່ນເປັນຜົນມາຈາກການຕົກລົງກັນ ໃນເດືອນທັນວາ ປີ
ກາຍນີ້ ລະຫວ່າງ ປະທານາທິບໍດີ ສະຫະລັດ ແລະ ປະທານປະເທດຈີນ ທ່ານ ສີ ຈິ່ນຜິງ
ໃຫ້ຍຸຕິ ເລື້ອງບັນຫາເກັບພາສີ ກັບໄປກັບມາຕໍ່ກັນ ໄວ້ ເປັນເວລາ 90 ວັນ ໂດຍເລີ້ມຕົ້ນ
ຕັ້ງແຕ່ວັນປີໃໝ່ສາກົນ.

ຄະນະລັດຖະບານທ່ານທຣຳ ໄດ້ຂົ່ມຂູ່ວ່າ ຈະຂຶ້ນພາສີຂາເຂົ້າຈາກ 10 ເປີເຊັນ ເປັນ 25
ເປີເຊັນ ຖ້າບໍ່ສາມາດບັນລຸຂໍ້ຕົກລົງກັນ ພາຍໃນວັນທີ 2 ເດືອນມີນາ ຈະມາເຖິງນີ້ ແຕ່
ປະທານາທິບໍດີ ທຣຳ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ທ່ານ ເຕັມໃຈທີ່ອາດຈະເລື່ອນ
ເສັ້ນຕາຍອອກໄປ ຊຶ່ງກໍຂຶ້ນຢູ່ກັບວ່າ ການເຈລະຈາ ​ດຳເນີນໄປໄດ້ດີຊ່ຳໃດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG