ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ສຫລ ຈະເລີ້ມ ທຳການເຈລະຈາ ທາງການຄ້າ ຄືນອີກ ໃນທ້າຍເດືອນນີ້

ທ່ານ ສະເຕັບເຟັນ ແບລ, ປະທານແລະຫົວໜ້າບໍລິຫານ ສະພາການຄ້າ ໃນເຂດ Arkadelphia, ລັດອາຄານຊໍ ກ່າວໃນວັນທີ 25 ກໍລະກົດ 2018 ເຖິງການຂະຫຍາຍຕົວ ຂອງທາງລົດໄຟໃໝ່ ທີ່ກໍາລັງຢູ່ໃນການກໍ່ສ້າງ ເພື່ອຕອບສະໜອງຄວາມຕ້ອງການຂອງສິ່ງທີ່ທ່ານຫວັງວ່າ ຈະເປັນໂຮງງານຜະລິດເຈ້ຍໃໝ່ ຊຶ່ງເປັນເປັນຂໍ້ຕົກລົງອັນນຶ່ງ ໃນຫລາຍໆອັນທີ່ໄດ້ຮັບການສະໜັບສະໜຸນຈາກຈີນ ທີ່ລັດອາຄານຊໍ ໄດ້ເຊັນໄປໃນ ຊຸມປີມໍ່ໆມານີ້.

ຄະນະຜູ້ແທນຈີນ ຈະເດີນທາງມາຍັງສະຫະລັດໃນທ້າຍເດືອນນີ້ ເພື່ອເລີ້ມການເຈ
ລະຈາຄືນອີກ ໃນຂະນະທີ່ສົງຄາມການຄ້າ ລະຫວ່າງສອງປະເທດ ທີ່ມີເສດຖະກິດ
ໃຫຍ່ທີ່ສຸດຂອງໂລກ ກໍາລັງເພີ້ມທະວີຄວາມຮ້າຍແຮງຂຶ້ນ.

ກະຊວງການຄ້າຂອງຈີນ ກ່າວວ່າ ທ່ານຫວາງ ຊູເວນ ຮອງລັດຖະມົນຕີກະຊວງການ
ຄ້າ ຈະພົບປະກັບທ່ານເດວິດ ໂມລແພັສ (David Malpass), ລັດຖະມົນຕີຊ່ວຍວ່າ
ການ ກະຊວງການເງິນຂອງສະຫະລັດ ຮັບຜິດຊອບດ້ານວຽກງານສາກົນ.

ກະຊວງດັ່ງກ່າວຂອງຈີນໄດ້ອອກຖະແຫລງການສະບັບນຶ່ງ ໂດຍເວົ້າວ່າ ທາງປັກກິ່ງ
ມີຄວາມຍິນດີທີ່ຈະມີການໂອ້ລົມກັນ ແຕ່ວ່າ "ຈະບໍ່ຮັບເອົາມາດຕະການກີດກັ້ນການ
ຄ້າແບບຝ່າຍດຽວໃດໆ ທັງນັ້ນ."

ຈີນ ແລະສະຫະລັດໄດ້ພາກັນເລີ້ມເກັບພາສີຕໍ່ສິນຄ້າຂອງກັນແລະກັນນັບແຕ່ວັນທີ 6
ກໍລະກົດເປັນຕົ້ນມາ ເມື່ອວໍຊິງຕັນໄດ້ເກັບພາສີໃນອັດຕາ 25 ເປີເຊັນຕໍ່ສິນຄ້າຂອງຈີນ
800 ກວ່າຊະໜິດ ທີ່ມີມູນຄ່າ 34 ຕື້ໂດລາ. ສ່ວນປັກກິ່ງກໍໄດ້ຕອບໂຕ້ຄືນໂດຍເກັບພາ
ສີໃນອັດຕາດຽວກັນ ຕໍ່ສິນຄ້າ 545 ຊະໜິດຂອງສະຫະລັດທີ່ມີມູນຄ່າ 34 ຕື້ໂດລາ
ເຊັ່ນກັນ.

ທັງສອງຝ່າຍຈະວາງມາດຕະການເກັບພາສີຮອບໃໝ່ອີກ ຕໍ່ສິນຄ້າຂອງກັນ ແລະກັນທີ່
ມີມູນຄ່າ 16 ຕື້ໂດລາ ນັບແຕ່ວັນທີ 23 ສິງຫານີ້ ເປັນຕົ້ນໄປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG