ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດແລະຈີນ ກໍາລັງປະຊຸມໃນນະຄອນຫລວງປັກ
ກິ່ງ ຊຶ່ງເປັນການພົບປະກັນໃນລະດັບສູງຄັ້ງທໍາອິດ ນັບຕັ້ງແຕ່ການພົວພັນສອງຝ່າຍມີຄວາມ
ເຄັ່ງຕຶງ ຍ້ອນການຂາຍອາວຸດຂອງສະຫະລັດ ແກ່ໄຕ້ຫວັນ ແລະການປະກາດແຜນການ
ຂອງສະຫະລັດ ທີ່ຈະເອົາກໍາລັງທະຫານຂອງຕົນໄປປະຈໍາຢູ່ອັອສເທຣເລຍ.
ຜູ້ຊ່ວຍລັດຖະມົນຕີປ້ອງກັນປະເທດສະຫະລັດ ທີ່ຮັບຜິດຊອບຝ່າຍນະໂຍບາຍ ທ່ານ MICHEL FLOURNOY ໄດ້ໄຂກອງປະຊຸມພົບປະປະຈໍາປີ ໃນວັນພຸດມື້ນີ້ ກັບ
ຮອງຫົວໜ້າກອງເສນາທິການໃຫຍ່ຂອງກອງທັບຈີນ ທ່ານ ໝ໋າ ຊຽວຕຽນ.
ການພົບປະທີ່ວ່ານີ້ ເປັນການພົບປະຂັ້ນລັດຖະມົນຕີຄັ້ງທໍາອິດ ນັບແຕ່ເດືອນກັນຍາ
ເປັນຕົ້ນມາ ຊຶ່ງສະຫະລັດໄດ້ເຮັດໃຫ້ຈີນໂກດແຄ້ນ ໂດຍການປະກາດວ່າຈະປັບປຸງກອງ
ທັບອາກາດຂອງໄຕ້ຫວັນ ເປັນມູນຄ່າ 5 ພັນ 850 ລ້ານໂດລາ.
ໃນເດືອນພະຈິກທີ່ຜ່ານມາ, ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະກາດແຜນການທີ່ຈະສົ່ງທະຫານ 2 ພັນ 500 ຄົນ ໄປປະຈໍາທີ່ອັອສເທຣເລຍ ເພື່ອເພີ້ມຄວາມແຂງແກ່ນດ້ານຄວາມໝັ້ນຄົງຢູ່ໃນຂົງເຂດ ແລະຕ້ານການແຜ່ອິດທິພົນຂອງຈີນ ໃນຂົງເຂດປາຊີຟິກ ຊຶ່ງເປັນການເຄື່ອນໄຫວທີ່ຈີນເວົ້າວ່າ “ບໍ່ເປັນການສົມຄວນເລີຍ” ນັ້ນ.
ການພົບປະຄັ້ງນີ້ ເປັນຮອບທີ 12 ຂອງການເຈລະຈາຫາລືໃນດ້ານປ້ອງກັນ ປະເທດ ລະຫວ່າງສະຫະລັດແລະຈີນ ຊຶ່ງຕາມປົກກະຕິແລ້ວ ເປັນການສໍ່ສະແດງເຖິງສະພາບການພົວພັນທີ່ດີ ລະຫວ່າງປະເທດທັງສອງ. ຈີນມັກຈະຕັດສາຍພົວພັນທາງທະຫານກັບສະຫະລັດເປັນປະຈໍາ ເພື່ອເປັນການປະທ້ວງຕໍ່ນະໂຍບາຍຕ່າງໆ ຖ້າຫາກມີອັນໃດທີ່ຈີນບໍ່ມັກ.