ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຈີນເຕືອນສະຫະລັດ ກ່ຽວກັບ ການຂາຍອາວຸດ ໃຫ້ໄຕ້ຫວັນ


ເອກອັກຄະລັດຖະທູດສະຫະລັດປະຈຳປະເທດຈີນ ທ່ານ Gary Locke
ເອກອັກຄະລັດຖະທູດສະຫະລັດປະຈຳປະເທດຈີນ ທ່ານ Gary Locke

ຈີນເຕືອນໃນວັນພະຫັດມື້ນີ້ວ່າ ຄວາມສຳພັນທາງດ້ານການທູດແລະທາງດ້ານທະຫານກັບ
ສະຫະລັດຈະໄດ້ຮັບຄວາມເສຍຫາຍ ຍ້ອນການຕັດສິນໃຈຂອງວໍຊິງຕັນທີ່ຈະປັບປຸງຍົກລະ
ດັບຝູງເຮືອບິນລົບອາຍພົ່ນ F-16 ທີ່ເກົ່າແກ່ຂອງໄຕ້ຫວັນໃຫ້ທັນສະໄໝນັ້ນ.

ກະຊວງການຕ່າງປະເທດຈີນໄດ້ຮຽກໂຕ ທ່ານ Gary Locke ເອກອັກຄະລັດຖະທູດສະ ຫະລັດປະຈຳກຸງປັກກິ່ງເຂົ້າພົບ ແລະໂຄສົກຄົນນຶ່ງຂອງກະຊວງການຕ່າງປະເທດຈີນກ່າວ
ວ່າ ໄດ້ມີການແຈ້ງໃຫ້ທ່ານຊາບວ່າການຕົກລົງດັ່ງກ່າວນີ້ ຈະບ່ອນທຳລາຍຕໍ່ການຮ່ວມມື
ທາງດ້ານທະຫານແລະຄວາມໝັ້ນຄົງ.

ໂຄສົກກ່າວຕື່ມວ່າທັງລັດຖະບານແລະປະຊາຊົນຈີນແມ່ນຄັດຄ້ານຢ່າງແຂງຂັນຕໍ່ຂໍ້ຕົກລົງ
ດັ່ງກ່າວ. ຄວາມພິດພາດທີ່ສະຫະລັດໄດ້ກະທຳໄປນັ້ນ ແມ່ນໄດ້ສ້າງຄວາມເສຍຫາຍແບບ
ຫຼີກລ້ຽງບໍ່ໄດ້ຕໍ່ຄວາມສຳພັນແລະການຮ່ວມມືສອງຝ່າຍໃນດ້ານການທະຫານແລະຄວາມ
ໝັ້ນຄົງ ລະຫວ່າງປະເທດທັງສອງ. ສະຫະລັດຈະຕ້ອງເປັນຜູ້ຮັບຜິດຊອບໂດຍເຕັມກ່ຽວ
ກັບເລື່ອງນີ້.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ກ່າວວ່າ ລັດຖະບານສະຫະລັດ ຕ້ອງເປັນຜູ້ຮັບຜິດຊອບໂດຍເຕັມກ່ຽວກັບການກະທຳຂອງຕົນ.

ກະຊວງການຕ່າງປະເທດຈີນ ໄດ້ອອກຖະແຫຼງການຂອງຕົນໃນວັນພະຫັດມື້ນີ້ ສະແດງ
ຄວາມບໍ່ພໍໃຈຢ່າງແຮງ ແລະທຳການປະນາມຢ່າງແຂງຂັນຕໍ່ການຂາຍອາວຸດຂອງສະຫະ
ລັດ.

ແຕ່ແນວໃດກໍຕາມພວກນັກວິເຄາະກ່າວວ່າ ບໍ່ມີທ່າທາງວ່າຈີນຈະທຳການຕອບໂຕ້ຢ່າງ
ແຂງແຮງດັ່ງທີ່ໄດ້ກະທຳໄປ ຕອນ​ທີ່​ມີການຂາຍອາວຸດເທື່ອແລ້ວໃຫ້ໄຕ້ຫວັນໃນປີກາຍ
ນີ້ຊຶ່ງໄດ້ນຳໄປສູ່ການຕັດຂາດຄວາມສຳພັນລະຫວ່າງກອງທັບກັບກອງທັບເປັນເວລານຶ່ງ
ປີກັບສະຫະລັດນັ້ນ.

XS
SM
MD
LG