ຈີນໄດ້ຕຳໜິຕິຕຽນການເກັບພາສີຕໍ່ຕ້ານການສົ່ງສິນຄ້າເຂົ້າຕີີຕະຫຼາດຂອງສະຫະລັດຕໍ່
ແຜ່ນຮັບແສງຕາເວັນຂອງຈີນ ທີ່ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງທາງດ້ານການຄ້າເພີ່ມຂຶ້ນ
ລະຫວ່າງສອງປະເທດທີ່ມີເສດຖະກິດໃຫຍ່ສຸດຂອງໂລກ.
ທ່ານ Shen Danyang ໂຄສົກກະຊວງການຄ້າຂອງຈີນ ໃນວັນສຸກມື້ນີ້ ເອີ້ນການເກັບ
ພາສີຂອງສະຫະລັດນັ້ນວ່າ ບໍ່ຍຸຕິທຳ ໂດຍເວົ້າວ່າມັນໄດ້ເນັ້ນໃຫ້ເຫັນເຖິງທ່າອຽງໄປສູ່
ລະບົບການຄຸ້ມຄອງອຸສາຫະກຳພາຍໃນປະເທດຂອງຕົນ.
ໃນວັນພະຫັດວານນີ້ ກະຊວງການຄ້າຂອງສະຫະລັດໄດ້ປະກາດເກັບພາສີລະຫວ່າງ
31 ຫາ 250% ຕໍ່ແຜ່ນຮັບແສງຕາເວັນທີ່ເຮັດໂດຍຈີນ ໂດຍຕັດສິນວ່າ ສິນຄ້າເຫຼົ່ານີ້ໄດ້
ທຸ້ມເຂົ້າມາຍັງຕະຫຼາດສະຫະລັດ ໃນລາຄາທີ່ຕໍ່າກວ່າຕົ້ນທຶນການຜະລິດ.
ພາສີດັ່ງກ່າວນີ້ ແມ່ນຈະເພີ່ມໃສ່ພາສີທີ່ຕັ້ງໄວ້ ໃນລະຫວ່າງ 2.9 ຫາ 4.7% ໃນເດືອນ
ມີນາຜ່ານມາ ຍ້ອນອັນທີ່ສະຫະລັດເວົ້າວ່າ ເປັນການໃຫ້ເງິນອຸດໜຸນທີ່ບໍ່ຍຸຕິທຳຂອງ
ລັດຖະບານຈີນຕໍ່ອຸບປະກອນຮັບແສງຕາເວັນ.
ການເຄື່ອນໄຫວທີ່ວ່ານີ້ແມ່ນໝາຍຄວາມວ່າ ຈະເຮັດໃຫ້ອຸສາຫະກຳຜະລິດແຜ່ນຮັບແສງ
ຕາເວັນຂອງສະຫະລັດ ທີ່ພວມດີ້ນຮົນຕໍ່ສູ້ກັບການແຂ່ງຂັນຂອງຈີນຢູ່ນັ້ນ ໄດ້ຮັບການ
ເສີມຂະຫຍາຍ.
ເຖິງແມ່ນໄດ້ມີການຄາດກັນ ກ່ຽວກັບການຕັດສິນໃນເລື່ອງນີ້ກໍດີ ແຕ່ມັນກໍເປັນການສ່ຽງ
ຕໍ່ຈະສ້າງຄວາມເຄັ່ງຕຶງ ໃຫ້ແກ່ສາຍສຳພັນດ້ານການຄ້າລະຫວ່າງຈີນແລະສະຫະລັດ ຊຶ່ງ
ໄດ້ມີການປະເຊີນໜ້າກັນກ່ຽວກັບບັນຫາຂັດແຍ້ງ ໃນເລື່ອງການຄ້າດ້ານອື່ນໆຈຳນວນນຶ່ງ
ຢູ່ແລ້ວ ໃນໄລຍະສອງສາມເດືອນຜ່ານມານີ້.