ຈີນກ່າວວ່າ ຕົນຈະເປີດການສືບສວນກ່ຽວກັບການນໍາເຂົ້າທາດ polysilicon ຈາກສະຫະ
ລັດແລະເກົາຫລີໃຕ້ ທີ່ໃຊ້ໃນການເຮັດຜະລິດຕະພັນຮັບແສງຕາເວັນ.
ກະຊວງການຄ້າຂອງຈີນໄດ້ປະກາດໃນວັນສຸກນີ້ວ່າ ຕົນຈະທໍາການສືບສວນເບິ່ງວ່າ ສະຫະ
ລັດແລະເກົາຫລີໃຕ້ ໄດ້ຂາຍທາດ polysilicon ເພື່ອໃຊ້ສຳຫຼັບຜະລິດໝໍ້ໄຟຮັບແສງຕາເວັນ
ໃນລາຄາທີ່ຖືກເກີນໄປຫຼືບໍ່ ຢູ່ໃນປະເທດຈີນ.
ໃນຖະແຫຼງການອີກສະບັບນຶ່ງນັ້ນກະຊວງການຄ້າຂອງຈີນກ່າວວ່າ ຕົນຈະທໍາການສືບສວນ
ກ່ຽວກັບການໃຫ້ເງິນຊ່ອຍເຫຼືອເກື້ອກູນ ຂອງສະຫະລັດ ຕໍ່ພາກສ່ວນດັ່ງກ່າວ ຮວມທັງການ
ຍົກເວັ້ນພາສີ ການໃຊ້ທີ່ດີນໂດຍບໍ່ຄິດຄ່າ ແລະການໃຊ້ທຶນຫຼວງຝຶກງານ.
ການປະກາດທີ່ວ່ານີ້ໄດ້ມີຂື້ນຫລັງຈາກວໍຊິງຕັນໄດ້ເກັບພາສີເຄື່ອງອຸປະກອນຮັບແສງຕາເວັນ
ຈາກຈີນໃນເດືອນພຶດສະພາຜ່ານມາຍ້ອນອັນທີ່ເຈົ້າໜ້າທີ່ສະຫະລັດເວົ້າວ່າ ເປັນການທຸ້ມສິນ
ຄ້າເພື່ອຕີຕະຫຼາດ. ປັກກິ່ງຮ້ອງການເຄື່ອນໄຫວຂອງສະຫະລັດວ່າເປັນການປົກປ້ອງຄຸ້ມຄອງ
ສິນຄ້າຂອງຕົນ.