ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນ ສຫລ ຈະຢ້ຽມຢາມຈີນ


ປະທານາທິບໍດີ ບາຣັກ ໂອບາມາ ໂອ້ລົມກັບຄະນະທີ່ປຶກສາ ຮວມທັງ ທ່ານ Larry Summers ຜູ້ອຳນວຍການ ສະພາເສດຖະກິດແຫ່ງຊາດ ຂອງສະຫະລັດ.
ປະທານາທິບໍດີ ບາຣັກ ໂອບາມາ ໂອ້ລົມກັບຄະນະທີ່ປຶກສາ ຮວມທັງ ທ່ານ Larry Summers ຜູ້ອຳນວຍການ ສະພາເສດຖະກິດແຫ່ງຊາດ ຂອງສະຫະລັດ.

ຜູ້ແທນລະດັບສູງ ຂອງສະຫະ ລັດຈຸນຶ່ງ ຈະເດີນທາງໄປຢ້ຽມຢາມຈີນ ໃນຕົ້ນອາທິດໜ້າ ເພື່ອສົນທະນາຫາລື ກ່ຽວກັບບັນຫາເສດຖະກິດ ແລະຄວາມໝັ້ນຄົງ.

ໂຄສົກຍິງ ຂອງກະຊວງການ ຕ່າງປະເທດຈີນ ກ່າວໃນວັນພະຫັດວານນີ້ວ່າ ທ່ານ Larry Summers ຜູ້ອຳນວຍການ ສະພາເສດຖະກິດແຫ່ງຊາດ ຂອງສະຫະລັດ ຈະເດີນທາງໄປເຖິງປະເທດຈີນ ໃນມື້ວັນອາທິດນີ້ ໃນການຢ້ຽມຢາມ ເປັນເວລາ 4 ມື້. ຕິດຕາມທ່ານໃນຄັ້ງນີ້ ກໍມີຮອງຜູ້ອຳນວຍການ ວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານ Thomas Donilon ແລະເຈົ້າໜ້າທີ່ ອື່ນໆອີກ.

ທ່ານນາງ Jiang Yu ໂຄສົກກະຊວງ ການຕ່າງປະເທດຈີນ ເວົ້າວ່າ ການເຈລະຈາຫາລື ໃນຄັ້ງນີ້ ແມ່ນກ່ຽວກັບເລື່ອງຄວາມສຳພັນສອງຝ່າຍ ແລະບັນຫາສຳຄັນອື່ນໆທີ່ທັງສອງຝ່າຍ ຕ່າງກໍມີຄວາມວິຕົກກັງວົນ. ທ່ານນາງບໍ່ໄດ້ໃຫ້ການອະທິບາຍ ຫຍັງເພີ້ມຕື່ມ.

ແຕ່ແນວໃດກໍຕາມ ສະຫະລັດໄດ້ກົດດັນ ໃຫ້ມີການເພີ້ມຄ່າ ໄວຂຶ້ນ ສຳລັບເງິນຕາຂອງຈີນ ແລະການລົງໂທດຂອງນາໆຊາດ ທີ່ໜັກກວ່າເກົ່າ ຕໍ່ອີຣ່ານ. ຈີນຢາກໃຫ້ສະຫະລັດ ຕົກລົງ ເປີດການເຈລະຈານິວເຄລຍ 6 ຝ່າຍຄືນໃໝ່ ກັບເກົາຫຼີເໜືອ.

XS
SM
MD
LG