ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດແລະຈີນມີຄວາມເຫັນ ຂັດແຍ້ງກັນ


ລັດຖະມົນຕີກະຊວງຍຸດຕິທຳຂອງສະຫະລັດທ່ານ Eric Holder (ຊ້າຍ) ຈັບມືກັບທ່ານ Zhou Yongkang ສະມາຊິກຄະນະກຳມະການກົມການເມືອງສູນກາງຂອງພັກຄອມມູນິສຈີນ ໃນການພົບປະທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (20 ຕຸລາ 2010)
ລັດຖະມົນຕີກະຊວງຍຸດຕິທຳຂອງສະຫະລັດທ່ານ Eric Holder (ຊ້າຍ) ຈັບມືກັບທ່ານ Zhou Yongkang ສະມາຊິກຄະນະກຳມະການກົມການເມືອງສູນກາງຂອງພັກຄອມມູນິສຈີນ ໃນການພົບປະທີ່ຫໍສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ (20 ຕຸລາ 2010)

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດ ກ່າວວ່າ
ສະຫະລັດແລະຈີນໄດ້ມີຄວາມເຫັນຂັດແຍ້ງກັນຢ່າງ
ສຳຄັນ ກ່ຽວກັບນາຍ Liu Xiaobo ນັກຄັດຄ້ານ
ລັດຖະບານຈີນທີ່ຖືກຄຸມຂັງຢູ່ໃນເວລານີ້ ຊຶ່ງໄດ້ຖືກ
ເລືອກໃຫ້ເປັນຜູ້ຮັບລາງວັນໂນແບລຂະແໜງສັນຕິ
ພາບໃນປີນີ້.

ລັດຖະມົນຕີກະຊວງຍຸຕິທຳຂອງສະຫະລັດທ່ານ Eric
Holder ເວົ້າວ່າທ່ານໄດ້ສົນທະນາຫາລືກ່ຽວກັບເລື່ອງ
ນາຍ Liu ໃນລະຫວ່າງການພົບປະຂອງທ່ານທີ່ກຸງປັກ
ກິ່ງໃນສັບປະດານີ້ ແຕ່ເລື່ອງນີ້ບໍ່ແມ່ນຈຸດເພັ່ງເລັງໃນ ການເຈລະຈາຫາລື.

ທ່ານກ່າວວ່າ ປະທານາທິບໍດີສະຫະລັດທ່ານບາຣັກ
ໂອບາມາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສະຫະລັດ
ເຊື່ອວ່າ ຈີນຄວນເຄົາລົບນັບຖືສິດທິພື້ນຖານປະຊາຊົນ ຂອງຕົນທຸກໆຄົນ ແລະຮວມທັງຂອງນາຍ Liu ນຳດ້ວຍ.

ນາຍ Liu ຊຶ່ງເປັນຜູ້ທີ່ຮ່ວມແຕ່ງ ຄຳຮຽກຮ້ອງໃຫ້ມີການປະຕິຮູບທາງດ້ານການເມືອງນັ້ນ
ພວມຖືກຄຸກເປັນເວລາ 11 ປີ ໃນຂໍ້ຫາຍຸແຍ່ ໃຫ້ເກີດຄວາມບໍ່ສະຫງົບຕໍ່ຕ້ານລັດຖະບານ.
ຈີນໄດ້ມີຄວາມໂກດແຄ້ນເປັນທີ່ສຸດ ກ່ຽວກັບການປະກາດ ມອບລາງວັນໂນແບລຂະແໜງ
ສັນຕິພາບ ໃຫ້ແກ່ນາຍ Liu ໂດຍກ່າວວ່າ ການຕັດສິນໃຈທີ່ວ່ານີ້ແມ່ນເປັນການບໍ່ເຄົາລົບ
ຕໍ່ລະບົບຕຸລາການຂອງຈີນ.

ຂະນະດຽວກັນ ກະຊວງການຕ່າງປະເທດຈີນກໍໄດ້ຕຳໜິຕິຕຽນໃນອັນທີ່ເອີ້ນວ່າ ການໃຫ້
ຄວາມເຫັນແບບບໍ່ມີຄວາມຮັບຜິດຊອບ ກ່ຽວກັບປະວັດການເຄົາຣົບນັບຖືສິດທິມະນຸດຂອງ ຈີນ ໂດຍກຸ່ມລັດຖະສະພາສະຫະລັດ.

XS
SM
MD
LG