ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຢືນຢັນ ທີ່ຈະສ້າງຄວາມສໍາພັນສອງຝ່າຍ ໃນທາງບວກກັບຈີນ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ

ທ່ານ Hu Jintao
ທ່ານ Hu Jintao

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງກ່ຽວກັບ
ຄວາມໝາຍໝັ້ນຕັ້ງໃຈຂອງທ່ານ ທີ່ຈະສ້າງຄວາມສຳພັນສອງຝ່າຍໃນທາງບວກກັບຈີນ ໃນລະຫວ່າງການພົບປະທີ່ກຸງວໍຊິງຕັນກັບລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang
Jiechi.

ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນຕອນແລງວັນອັງຄານວານນີ້ ທຳນຽບ
ຂາວກ່າວວ່າ ທ່ານໂອບາມາໄດ້ກ່າວຕໍ່ທ່ານ Yang ວ່າ ທ່ານຢາກໃຫ້ຄວາມສໍາພັນທີ່
ວ່ານີ້ເປັນຄວາມສຳພັນໃນຂອບເຂດທີ່ກວ້າງຂວາງຮອບດ້ານ ບັນລຸຜົນໃນທາງບວກ ແລະມີລັກສະນະແບບຮ່ວມມືກັນ.

ທ່ານໂອບາມາໄດ້ຢຸດແວ່ເບິ່ງການພົບປະທີ່ທຳນຽບຂາວລະຫວ່າງທ່ານ Yang ແລະ
ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Tom Donilo ຊຶ່ງທັງ
ສອງທ່ານພວມສົນທະນາຫາລືກັນ ກ່ຽວກັບການກະກຽມສໍາລັບການເດີນທາງມາຢ້ຽມຢາມ
ກຸງວໍຊິງຕັນຢ່າງເປັນທາງການໃນເດືອນນີ້ຂອງປະທານປະເທດຈີນ ທ່ານ ຫູຈິນເຖົາ.

XS
SM
MD
LG