ກິດຈະກຳຕ່າງໆ ທີ່ມີການແຂ່ງຂັນກັນ ໂດຍ ສະຫະລັດ ແລະ ຈີນ ຢູ່ເຂດຂັດແຍ່ງ ໃນ ທະເລຈີນໃຕ້ ແມ່ນໄດ້ເຮັດໃຫ້ ສາຍສຳພັນ ທີ່ຕຶງຄຽດຢູ່ແລ້ວ ລະຫວ່າງ ປະເທດມະຫາ ອຳນາດນີ້ ຮຸນແຮງຂຶ້ນຕື່ມອີກ ແລະ ກະຕຸ້ນໃຫ້ມີການຄາດຄະເນວ່າ ຈະມີບັນຫາຂັດ ແຍ່ງທີ່ຮ້າຍແຮງກວ່ານີ້ ຫຼັງຈາກທີ່ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ເຂົ້າຮັບໜ້າທີ່ໃນເດືອນໜ້ານີ້.
ສູນກາງ ຍຸດທະສາດ ແລະ ການສຶກສາ ສາກົນ ໃນສະຫະລັດ ທີ່ເປັນອົງການວິເຄາະ ໄດ້ກ່າວໃນບົດລາຍງານສະບັບ ວັນທີ 13 ທັນວາ ວ່າ ປັກກິ່ງ ໄດ້ສ້າງເຂດທະຫານ ໃນພາກສ່ວນຕ່າງໆ ຂອງໝູ່ເກາະ Spratly ຊຶ່ງເປັນກຸ່ມສາຍໝູ່ເກາະ ໃນທະເລຈີນໃຕ້ ທີ່ມີການຂັດແຍ່ງເອົາກຳມະສິດ.
ໃນເຫດການທີ່ບໍ່ກ່ຽວຂ້ອງນັ້ນ ເມື່ອສອງມື້ຜ່ານມາ ຈີນໄດ້ຍຶດເອົາເຮືອດຳນ້ຳທີ່ບໍ່ມີຄົນ
ຂັບ ຊຶ່ງກອງທັບເຮືອ ສະຫະລະ ໄດ້ນຳໃຊ້ເພື່ອການວັດແທກດ້ານວິທະຍາສາດ ຢູ່ໃນ ນ່ານນ້ຳແຫ່ງດຽວກັນນັ້ນ. ກະຊວງປ້ອງກັນປະເທດຂອງຈີນ ກ່າວວ່າ ໃນວັນອາທິດ
ວານນີ້ ວ່າຕົນຈະສົ່ງຄືນເຮືອດຳນ້ຳນັ້ນ ໃນ “ລັກສະນະທີ່ເໝາະສົມ” ໂດຍມີຄຳຖາມ ຕ່າງໆ ຖືກຍົກຂຶ້ນມາ ກ່ຽວກັບວ່າ ຕົນອາດຈະຍຶດເອົາອຸປະກອນຢູ່ໃນໂດຣນນັ້ນກ່ອນ ຫຼືບໍ່.
ທ່ານ Andrew Yang ເລຂາທິການໃຫຍ່ ຂອງ ສະພາການສຶກສານະໂຍບາຍ ເພື່ອ ຄວາມກ້າວໜ້າ ຂອງຈີນ ທີ່ເປັນອົງການວິເຄາະ ໃນໄຕ້ຫວັນ ໄດ້ກ່າວວ່າ “ການກະ ທຳທັງຫຼາຍ ຂອງຈີນ ແມ່ນເປັນວິທີຂອງການເກາະຜິດ. ບາງທີ ພວກເຂົາອາດຢາກ ຈະສົ່ງສັນຍານ ວ່າ ພວກເຂົາບໍ່ພໍໃຈ ກັບຄຳເຫັນຕ່າງໆ ຂອງທ່ານທຣຳ ປະທານາ ທິບໍດີທີ່ຖືກເລືອກໃໝ່.”
ອົງການວິເຄາະ Asia Maritime Transparency Initiative ທີ່ມີຫ້ອງການ ຢູ່ໃນ ວໍຊິງຕັ້ນ ໄດ້ລາຍງານ ລົງທາງເວັບໄຊຂອງຕົນ ບົນພື້ນຖານການສຶກສາຄົ້ນຄວ້າ ນັບຕັ້ງແຕ່ເດືອນກໍລະກົດ ເປັນຕົ້ນມາ ຂອງຕົນ ທີ່ຈີນ ໄດ້ສ້າງ “ຈຸດທີ່ສຳຄັນ ໃນ ຄວາມອາດສາມາດ ທາງດ້ານການປ້ອງກັນ ໃນຮູບແບບຂອງປືນໃຫຍ່ ຕໍ່ຕ້ານ ອາກາດສະຍານ ແລະ ອາດເປັນໄປໄດ້ວ່າ ລະບົບອາວຸດທີ່ໃກ້ຊິດ” ຢູ່ໃນ 7
ໂຂ້ນຫີນ ທີ່ຕົນປົກຄອງ ໃນສາຍໝູ່ເກາະ Spratly ນັ້ນ.
ທະເລຈີນໃຕ້ ອຸດົມສົມບູນ ດ້ວຍໝູ່ປາ ພ້ອມດ້ວຍ ອາດເປັນໄປໄດ້ວ່າ ມີນ້ຳມັນເຊື້ອ
ເພີງ ຈາກຊາກສັດ ແລະ ພືດສຳຮອງ ຢູ່ໃຕ້ທະເລ ທີ່ໄດ້ຖືກອ້າງເອົາກຳມະສິດໃນທັງ
ໝົດ ຫຼື ບາງສ່ວນ ໂດຍຈີນ ບຣູນາຍ ມາເລເຊຍ ຫວຽດນາມ ໄຕ້ຫວັນ ແລະຟີລິບປິນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
ຂໍ່້ຄວາມທາງ Twitter ຂອງທ່ານທຣຳ