ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຄື່ອງເອເລັກໂຕຣນິກປອມຂອງຈີນ ຖືກໃຊ້ ໃນອຸບປະກອນທະຫານ ຂອງສະຫະລັດ


ຕຶກລັດຖະສະພາສະຫະລັດ
ຕຶກລັດຖະສະພາສະຫະລັດ

ການ​ສືບສວນ​ຂອງ​ສະພາ​ສູງ
​ສະຫະລັດ​ໄດ້​ພົບ​ເຫັນ​ວ່າ ເຄື່ອງ​
ອາ​ໄຫລ່ເອ​ເລັກ​ໂຕຣນິກປອມ
​ຂອງ​ຈີນ​ ທີ່ໃຊ້​ຢູ່​ໃນ​ອຸບປະກອນ
​ທະຫານ​ຂອງສະຫະລັດນັ້ນ
​ເປັນ​ອັນຕະລາຍ​ຕໍ່​ຄວາມ​ປອດ​ໄພ​
ຂອງ​ທະຫານ​ອາ​ເມຣິກັນ ​ແລະຕໍ່
​ຄວາມ​ໝັ້ນຄົງຂອງ​ຊາດ.

ການ​ສືບສວນ​ສອບ​ສວນ​ມາ​ເປັນ
​ເວລາ​ນຶ່ງ​ປີ ຂອງ​ຄະນະ​ກໍາມາ​ທິ
ການດ້ານ​ກອງທັບ​ປະ​ຈໍາ​ສະພາ
​ສູງ​ສະຫະລັດ ​ໄດ້​ພົບ​ເຫັນ​ວ່າ ມີ
​ການ​ນໍາ​ໃຊ້​ຊິ້ນ​ສ່ວນ​ເອ​ເລັກ​ໂຕຣ
ນິກປອມ​ຫຼາຍ​ກວ່າ 1800 ກໍລະ
ນີ​ ໃນ​ທຸກ​ສິ່ງທຸກ​ຢ່າງ​ ນັບ​ແຕ່​ໃນ​ເຮືອ​ບິນ​ບັນ​ທຸກ ​ໄປ​ຮອດ​ເ​ເວ່ນຕາ​ທີ່​ໃສ່​ຍາມ​ມື້ຄືນ.

ລາຍ​ງານ​ຂອງ​ຄະນະ​ກໍາມາ​ທິການ​ປະ​ຈໍາ​ສະພາ​ສູງ​ ທີ່​ເປີດ​ເຜີຍ​ໃຫ້ຮູ້ ​ໃນ​ວັນ​ຈັນ​ມື້ວານ​ນີ້​ ກ່າວ​ວ່າ ຫຼາຍ​ກວ່າ 70 ​ເປີ​ເຊັນ​ຂອງ​ເຄື່ອງ​ອາ​ໄຫລ່​ຫຼື​ຊິ້ນ​ສ່ວນ​ປະກອບ​ທີ່​ມີ​ການ​ສົງ​ໄສວ່າ ​ເປັນ​ຂອງ​ປອມໃນ​ຈໍານວນ​ທີ່​ກະ​ປະມານ​ກັນ​ວ່າ ມີ 1 ລ້ານອັນນັ້ນ ​ແມ່ນສາມາດຊີ້​ບອກ​ໄດ້​ວ່າ​ ຜະລິດ​ຢູ່​ໃນ​ປະ​ເທດ​ຈີນ ຊຶ່ງລາຍ​ງານ​ເວົ້າ​ວ່າ ບໍ່​ໄດ້​ດໍາ​ເນີນ​ການ​ຢ່າງພຽງພໍເພື່ອກວດກາ​ຕະຫຼາດ​ຂາຍ​ເຄື່ອງ​ເອ​ເລັກ​ໂຕຣນິກປອມຂອງ​ຕົນ​ນັ້ນ.

ການ​ສືບສວນ​ສອບ​ສວນ​ດັ່ງກ່າວຍັງ​ໄດ້​ຕໍາ​ໜິຕິຕຽນ​ທາງ​ການ​ສະຫະລັດ​ແລະ​ພວກ​ຮັບ​ເໝົາ​ສະໜອງ​ສິນຄ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ ​ທີ່​ທໍາ​ການກວດ​ສອບ​ສິນຄ້າ​ປອ​ມ ຫຼື​ບໍ່​ໄດ້​ລາຍ​ງານ​ໃຫ້​ຮູ້ຢ່າງເປັນ​ປົກກະຕິ​ກ່ຽວ​ກັບ​ເຄື່ອງ​ອາ​ໄຫລ່ທີ່​ສົງ​ໄສ​ວ່າ​ ເປັນ​ຂອງປອມນັ້ນ.

ຄະນະ​ກໍາມາ​ທິການ​ດັ່ງກ່າວ​ໄດ້​ຖິ້ມ​ໂທດ​ເລື້ອງ​ນີ້​ໃສ່​ພວກ​ເຈົ້າ​ໜ້າ​ທີ່​ຈີນທີ່​ເຂົ້າ​ແຊກ​ແຊງ​ໃນ​ການ​ສືບສວນ​ສອບ​ສວນ​ຂອງ​ຕົນ ​ໂດຍ​ກ່າວ​ວ່າພວກ​ເຈົ້າ​ໜ້າ​ທີ່​ຂອງ​ສະຫະລັດ​ທີ່​ກ່ຽວຂ້ອງ​ໃນ​ການ​ສືບສວນ​ສອບ​ສວນ​ນີ້​ໄດ້​ຖືກຈີນ​ປະຕິ​ເສດ ບໍ່​ອອກ​ວີ​ຊາ​ໃຫ້ ​ແລະໄດ້​ຮັບ​ແຈ້ງວ່າ ລາຍ​ງານ​ໃນ​ທາງ​ລົບ​ອາດ​ສາມາດສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສໍາພັນລະຫວ່າງ​ສະຫະລັດ​ແລະ​ຈີນ​ໄດ້.

XS
SM
MD
LG