ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວ​ວ່າ​ອາ​ວຸດ​ນິວ​ເຄ​ລຍ​ຂອງ ສະ​ຫະ​ລັດ ໃນ ເກົາຫຼີ​ໃຕ້ ຈະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ເຂົາ​ເຈົ້າ


​ແຜນ​ທີ່​ປະ​ເທດ ເກົາຫຼີ​ເໜືອ ແລະ ເກົາຫຼີ​ໃຕ້.
​ແຜນ​ທີ່​ປະ​ເທດ ເກົາຫຼີ​ເໜືອ ແລະ ເກົາຫຼີ​ໃຕ້.

ຈີນ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຄັດ​ຄ້ານ​ການ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ໄປ ເກົາຫຼີ​ໃຕ້ ໃນ​ຂະ​ນະ​ທີ່​ມັນ​ຈະ​ເປັນ​ອັນ​ຕະ​ລາຍ​ຕໍ່​ປະ​ເທດ​ທັງຫຼາຍ​ໃນ​ພາກ​ພື້ນ. ປັກ​ກິ່ງ ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ລາຍ​ງານ​ທີ່​ຊີ້​ແນະ​ວ່າ ສະ​ຫະ​ລັດ ຄວນ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ​ເພື່ອ​ຍົກ​ລະ​ດັບ​ການ​ຍັບ​ຢັ້ງ​ໄພ​ຂົ່ມ​ຂູ່​ຈາກ ເກົາຫຼີ​ເໜືອ.

ທ່ານ ຫຼິວ ເປັງ​ຢູ, ໂຄ​ສົກ​ສະ​ຖານ​ທູດ ຈີນ ປະ​ຈຳ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ກ່າວ​ວ່າ “ຖ້າ ສະ​ຫະ​ລັດ ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ໄປ​ພາກ​ພື້ນ​ເອ​ເຊຍ​ປາ​ຊີ​ຟິກ, ມັນ​ຈະ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ອັນ​ຕະ​ລາຍ​ທີ່​ຈະ​ເປັນ​ໄພຂົ່ມ​ຂູ່​ອັນ​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ທຳ​ລາຍ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ.”

ທ່ານ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ໄດ້​ສົ່ງ​ໃຫ້​ວີ​ໂອ​ເອ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ຮັບ​ມື​ກັບ​ບັນ​ຫາ​ໃນ​ແຫຼມ​ເກົາຫຼີ ອີງ​ຕາມ​ຄຸນ​ຄ່າ ແລະ ຖາ​ນະ​ຂອງ​ພວກ​ເຮົາ​ເອງ.”

ທ່ານ ເປັງ​ຢູ ໄດ້​ອະ​ທິ​ບາຍ​ຖາ​ນະ​ຂອງ ຈີນ ໃນ​ແຫຼມ​ເກົາຫຼີ ດັ່ງ​ກັບ​ຜູ້​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ແລະ ຜູ້​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ​ທີ່​ກ້າວ​ໜ້າ ທີ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ໂດຍ​ລວມ​ຂອງ​ທຸກ​ຝ່າຍ.

ຄຳ​ເວົ້າ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ການ​ຕອບ​ໂຕ້​ຕໍ່​ລາຍ​ງານ​ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ວັນ​ທີ 29 ພຶດ​ສະ​ພາ​ທີ່​ຜ່ານ​ມາ ໂດຍ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ໂຣ​ເຈີ ວິກ​ເກີ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ມີ​ລະ​ດັບ​ສູງ ໃນ​ຄະ​ນະ​ກຳ​ມະ​ການ​ກອງ​ກຳ​ລັງ​ຕິດ​ອາ​ວຸດ​ສະ​ພາ​ສູງ, ທີ່​ຮຽກ​ຮ້ອງ​ເພື່ອ​ຂະ​ຫຍາຍ​ການ​ສ້າງກອງ​ທັບ ສະ​ຫະ​ລັດ ແລະ ຄວາມ​ພ້ອມ​ຕໍ່​ປະ​ເທດ​ຕ່າງໆ​ຄື ເກົາຫຼີ​ເໜືອ ແລະ ຈີນ.

ໃນ​ລາຍ​ງານ​ທີ່​ຊື່​ວ່າ “ສັນ​ຕິ​ພາບ​ຜ່ານ​ຄວາມ​ແຂງ​ແກ່ນ,” ທ່ານ ວິກ​ເກີ ໄດ້​ແນະ​ນຳ​ໃຫ້ ສະ​ຫະ​ລັດ ຊອກ​ຫາ​ທາງ​ເລືອກ​ໃໝ່, ເຊັ່ນ “ຂໍ້​ຕົກ​ລົງ​ແບ່ງ​ບັນ​ອາ​ວຸດ​ນິວ​ເຄ​ລຍ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ແລະ ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ຂອງ ສະ​ຫະ​ລັດ ໄປ​ໃນ ແຫຼມ ເກົາຫຼີ.”

ທ່ານໄດ້​ກ່າວ​ວ່​າ​ສິ່ງ​ທີ່​ວ່ານີ້ຈະ “ຂະ​ຫຍາຍ​ການ​ຍັບ​ຢັ້​ງ​ໃນ​ແຫຼມ​ເກົາຫຼີ” ໃນ​ຂະ​ນະ​ທີ່ ເກົາຫຼີ​ເໜືອ “ຍັງ​ສືບ​ຕໍ່​ທີ່​ຈະ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ​ເພີ່ມ​ເຕີມ ແລະ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ມີ​ຄວາມ​ສາ​ມາດ​ໂຈມ​ຕີ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ໃນ​ອິນ​ໂດ​ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG