ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ວ່າ ຢາກເປັນ ຜູ້ສ້າງ ສະຖຽນລະພາບ ໃນເຂດເອເຊຍ ປາຊິຟິກ (ວີດິໂອ)


ເຈົ້າ​ໜ້າທີ່​ຂັ້ນ​ສູງ​ ທາງທະຫານຂອງ​ສະຫະລັດ ພະຍາຍາມ​ຄໍ້າປະກັນຕໍ່ຈີນ ຢາກເປັນຜູ້ມີ​ອິດ​ທິພົນ ​ສ້າງ​ສະຖຽນລະ​ພາບ” ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ-ປາຊິຟິກ.
ເຈົ້າ​ໜ້າທີ່​ຂັ້ນ​ສູງ​ ທາງທະຫານຂອງ​ສະຫະລັດ ພະຍາຍາມ​ຄໍ້າປະກັນຕໍ່ຈີນ ຢາກເປັນຜູ້ມີ​ອິດ​ທິພົນ ​ສ້າງ​ສະຖຽນລະ​ພາບ” ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ-ປາຊິຟິກ.
ເຈົ້າ​ໜ້າທີ່​ຂັ້ນ​ສູງ​ ທາງທະຫານຂອງ​ສະຫະລັດ ກໍາລັງ​ພະຍາ
ຍາມ​ໃຫ້ ການຄໍ້າປະກັນຕໍ່ຈີນວ່າ ສະຫະລັດຕ້ອງການ​ຢາກເປັນ
“ຜູ້ມີ​ອິດ​ທິພົນ ​ເພື່ອ​ສ້າງ​ສະຖຽນລະ​ພາບ” ຢູ່​ໃນ​ຂົງ​ເຂດ​ເອ​
ເຊຍ-ປາຊິຟິກ.

ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບສະຫະລັດ ທ່ານ Martin
Demsey ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ກອງ​ປະຊຸມ
ຖະ​ແຫຼງ​ຂ່າວ​ຮ່ວມກັນ ກັບຄູ່​ຕໍາ​ແໜ່​ງຝ່າຍ​ຈີນ ນາຍພົນ Fang
Fenghui ​ທີ່​ກຸງ​ປັກ​ກິ່ງ.

ນາຍ​ພົນ Demsey ກ່າວ​ວ່າ ກອງທັບ​ສະຫະລັດ ມີ​ຄວາມ​ໝາຍ
​ໝັ້ນທີ່​ຈະ​ສ້າງຄວາມ​ສຳພັນ​ທີ່ດີກວ່າ​ເກົ່າ ​ເລິກ​ເຊິ່ງ​ກວ່າ​ເກົ່າ ​ແລະ​ຄົງ​ທົນກວ່າເກົ່າກັບຈີນ
ໃນ​ຂະນະ​ທີ່ລັດຖະບານຂອງທ່ານ Barack Obama ຫັນ​ຍຸດ​ທະ​ສາດຂອງ​ຕົນ ຈາກພາກ
​ຕາເວັນ​ອອກກາງ ​ໄປ​ສູ່ຂົງ​ເຂດເອ​ເຊຍປາຊິ​ຟິກ. ປະທານ​ເສນາ​ທິການ​ຮ່ວມຂອງກອງທັບ
ສະຫະລັດ ທ່ານ Martin Demsey ກ່າວ​ວ່າ:

“​ເພີ້​ມການຮ່ວ​ມມື ປັບປຸງ​ຊ່ອງ​ທາງ​ໃນ​ການສື່ສານ ​ແລະ​ສືບຕໍ່ການປະຕິບັດ​ງານ
ຮ່ວມກັນ ລະຫວ່າງກອງທັບຂອງ​ພວກ​ເຮົາ ປັບ​ປຸງຄວາມ​ສໍາພັນ​ຂອງ​ພວກ​ເຮົາ
ແລະ​ເປັນ​ທີ່​ແນ່ນອນ​ວ່າຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ຊຶ່ງກັນແລະ​ກັນດີ​ຂື້ນ.”


ນາ​ຍພົນ Dempsey ກ່າວ​ອີີກ​ວ່າ ສະຫະລັດອາດ​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ພຽງພໍ ຢູ່​ໃນ​ຂົງເຂດ
​ເອເຊຍ-ປາຊິຟິກ​ໃນ​ຮອບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່ທະຫານສະຫະລັດ​ເຮັດສົງຄາມ
ຢູ່​ໃນອີຣັກ ​ແລະອັຟກາ​ນິສຖານ. ທ່າ​ນກ່າວ​ວ່າ ວໍຊິງ​ຕັນ ​ໃນປັດ​ຈຸ​ບັນ​ນີ້ ພວມ​ທຳ​ການ
“ພົວພັນ​ຫລາຍ​ຂື້ນ” ຢູ່​ໃນ​ຂົງ​ເຂດ ​ເພື່ອ​ປ້ອງ​ກັນຕໍ່​ອັນ​ທີ່​ທ່ານຮ້ອງ​ວ່າ ການ​ເກີດ​ຄວາມວຸ້ນ
ວາຍຍ້ອນ “​ຂາດການ​ມີໜ້າ​” ຂອງສະຫະລັດ.

​ເສນາ​ທິການ​ກອງທັບປົດ​ປ່ອຍປະ​ຊາ​ຊົນຈີນ ນາຍ​ພົນ Fang ກ່າວ​ວ່າ ທະຫານ​ຈີນແລະ
​ສະຫະລັດມີ​ຄວາມ​ຕ້ອງການຢາກ​ໃຫ້​ມີການ​ປະສານ​ງານ​ຢ່າງເລິກ​ເຊິ່ງ ແລະ​ມີ​ການເປັນ
​ພາຄີກັນ​ແບບ​ໃໝ່.

China
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG