ການພົວພົວ ລະຫວ່າງທະຫານກັບທະຫານຂອງສະຫະລັດແລະຈີນ ສຳລັບປີ 2017 ນີ້
ແມ່ນເລີ່ມຕົ້ນຂຶ້ນຢ່າງຊ້າໆ ແລະມີການຕັ້ງຫຼາຍຄຳຖາມ ກ່ຽວກັບວ່າ ໂຄງການນີ້ ໄດ້ຖືກ
ໂຈະໄວ້ ຫຼື ແມ່ນກະທັງຖືກຕັດລົງ ໂດຍລັດຖະບານທ່ານ ທຣຳ ຫຼືບໍ່.
ຜູ້ບັນຊາການກອງທັບເຮືອສະຫະລັດ ທ່ານ Gary Ross ຊຶ່ງເປັນໂຄສົກຂອງທຳນຽບ
ຫ້າແຈ ສຳລັບກິດຈະການເອເຊຍປາຊີຟິກ ໄດ້ບອກຕໍ່ວີໂອເອວ່າ ໄດ້ມີການພົວພັນ
ໂດຍກົງ ອັນນຶ່ງທາງດ້ານທະຫານ ລະຫວ່າງສອງກອງທັບ ນັບຕັ້ງແຕ່ ຕົ້ນປີນີ້ມາ ໃນ
ການພົບປະ ເມື່ອວັນທີ 18 ມັງກອນ ກ່ຽວກັບການປະສານງານ ໃນດ້ານນະໂຍບາຍ
ປ້ອງກັນປະເທດ ຊຶ່ງຮວມທັງການປຶກສາຫາລືໃນເລື່ອງແຜນ ການປະຈຳປີ.
ທ່ານ Bryan Clark ເຈົ້າໜ້າທີ່ອາວຸໂສ ຢູ່ທີ່ອົງການວິເຄາະ CSBA ຢູ່ໃນວໍຊິງຕັນ ໄດ້ບອກຕໍ່ວີໂອເອວ່າ ແຜນການພົວພັນເຫຼົ່ານີ້ ຕາມທຳມະດາແມ່ນໄດ້ຕົກລົງກັນ ຕັ້ງແຕ່ລະດູໃບໄມ້ລົ່ນ ຂອງປີກາຍນີ້.
ທ່ານ Ross ໄດ້ກ່າວ ເມື່ອທ້າຍສັບປະດາແລ້ວນີ້ ວ່າ ລັດຖະບານທ່ານທຣຳ ບໍ່ໄດ້ສັ່ງໃຫ້ທຳນຽບຫ້າແຈຍຸຕິ ຫຼືຫລຸດການພົວພັນທາງດ້ານທະຫານ ລະຫວ່າງ ສະຫະລັດ
ແລະຈີນ.
ກະຊວງປ້ອງກັນປະເທດຈີນ ໄດ້ຢືນຢັນວ່າ ທັງສອງຝ່າຍກຳລັງທຳງານ ເພື່ອຈັດການ ພົວພັນຮ່ວມກັນຢູ່. ໂຄສົກທ່ານນຶ່ງຂອງກະຊວງປ້ອງກັນປະເທດຈີນ ໄດ້ກ່າວໃນວັນ
ພະຫັດມື້ນີ້ ວ່າ ຈີນໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ການພັດທະນາໃນດ້ານ ຂອງສາຍ
ພົວພັນ ລະຫວ່າງກອງທັບຂອງຈີນ ແລະສະຫະລັດ ແລະ ຫວັງວ່າ ສະຫະລັດ ຈະຮ່ວມ
ກັນສົ່ງເສີມພັດທະນາ ສາຍພົວພັນຂອງທັງສອງກອງທັບ ໃຫ້ຍືນຍົງ ແລະໝັ້ນຄົງຍິ່ງຂຶ້ນ.
ອີງຕາມບັນທຶກແລ້ວ ໃນລະຍະສາມປີທີ່ຜ່ານມາ ພາຍໃນທ້າຍເດືອນກຸມພານີ້ ໄດ້ມີ ການພົວພັນຢ່າງນ້ອຍນຶ່ງຄັ້ງ ລະຫວ່າງເຈົ້າໜ້າທີ່ຂັ້ນສູງສຸດ ຂອງທັງສອງກອງທັບ.
ນາຍພົນ Joseph Dunford ປະທານເສນາທິການຮ່ວມ ໄດ້ສະເໜີແນະໃນວັນ
ພະຫັດມື້ນີ້ ໃນການສົນທະນາກັນ ຢູ່ທີ່ສະຖາບັນ Brookings ວ່າ ສາຍພົວພັນຂອງ
ກອງທັບ ສະຫະລັດ ກັບຈີນ ແມ່ນເຊື່ອມໂຍງກັບສາຍພົວພັນທາງດ້ານການເມືອງ
ລະຫວ່າງ ທັງສອງປະເທດ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ