ສື່ມວນຊົນທາງການຂອງຈີນ
ເວົ້າວ່າ ຜູ້ແທນຂັ້ນສູງຂອງ
ກອງທັບຈີນຄະນະນຶ່ງ ກຳລັງ
ເດີນທາງໄປຍັງ ສະຫະລັດ
ອັນເປັນຮ່ອງຮອຍຫລ້າສຸດ
ຂອງສາຍພົວພັນທີ່ໄດ້ຮັບ
ການປັບປຸງໃຫ້ດີຂຶ້ນ ລະຫວ່າງກອງທັບ-ກັບ-ກອງທັບຂອງສອງປະເທດ.
ອົງການຂ່າວ ຊິນຫົວ ຂອງທາງການຈີນເວົ້າວ່າ ຄະນະຜູ້ແທນດັ່ງກ່າວຊຶ່ງນຳພາໂດຍ ທ່ານ Ma Xiaotian ຮອງຫົວໜ້າເສນາທິການ ໄດ້ເດີນທາງອອກຈາກນະຄອນຫລວງປັກກິ່ງໄປ ໃນວັນພະຫັດມື້ນີ້ ເພື່ອທຳການປຶກສາຫາລືຢູ່ ສຫລ.
ຈີນໄດ້ຍົກເລີກການເຈລະຈາລະຫວ່າງ ກອງທັບ-ກັບ-ກອງທັບ ຂອງສອງປະເທດ ຫລາຍຄັ້ງໃນຕົ້ນປີນີ້ ເພື່ອປະທ້ວງຕໍ່ການຂາຍອາວຸດຂອງສະຫະລັດ ໃຫ້ແກ່ໄຕ້ຫວັນ. ແຕ່ວ່າ ບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງທັງສອງຝ່າຍ ໄດ້ຕົກລົງກັນ ຮື້ຟື້ນການຕິດຕໍ່ພົວພັນກັນແບບໂດຍກົງນັ້ນຄືນໃໝ່ ຢູ່ໃນກອງປະຊຸມບັ້ນນຶ່ງ ທີ່ຫວຽດນາມ ໃນເດືອນຕຸລາທີ່ຜ່ານມານີ້.
ຝ່າຍຫົວໜ້າເສນາທິການສະຫະລັດ ພົນເຮືອເອກ Mike Mullen ກໍໄດ້ກ່າວທີ່ກອງ
ປະຊຸມນັກຂ່າວ ໃນວັນພະຫັດມື້ນີ້ທີ່ໂຕກຽວວ່າ ການຂາດການພົວພັນກັນທາງທະຫານ
ແບບໂດຍກົງລະຫວ່າງສອງຊາດນັ້ນ ໄດ້ເປັນ “ດ້ານທີ່ຍາກທີ່ສຸດດ້ານນຶ່ງ” ຂອງສາຍພົວ
ພັນລະຫວ່າງສະຫະລັດກັບຈີນ. ທ່ານຍັງໃຫ້ຮູ້ອີກວ່າການຢ້ຽມຢາມຈີນຂອງທ່ານ Robert
Gates ລັດຖະມົນຕີກະຊວງປ້ອງກັນປະເທດຂອງ ສຫລ ທີ່ໄດ້ປະກາດໄປແລ້ວນັ້ນ ຈະມີ
ຂຶ້ນໃນເດືອນໜ້າ ກໍຄືເດືອນມັງກອນ ປີ 2011 ນີ້.