ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນບໍ່ຖືສຳຄັນ ການຕິຕຽນ ຂອງລັດຖະມົນຕີ ສຫລ


ທ່ານນາງຈຽງຢູໂຄສົກກະຊວງການຕ່າງປະເທດຈີນ
ທ່ານນາງຈຽງຢູໂຄສົກກະຊວງການຕ່າງປະເທດຈີນ

ເຈົ້າໜ້າທີ່ຈີນບໍ່ຖືວ່າເປັນເລື່ອງໃຫຍ ່ກ່ຽວກັບຄຳຕຳໜິຕິຕຽນຂອງລັດຖະມົນຕີການຕ່າງປະ
ເທດສະຫະລັດທ່ານນາງ Hillary Clinton ໂດຍເວົ້າວ່າການໃຫ້ທັດສະນະຄວາມເຫັນຂອງ
ທ່ານນາງໃນວາລະສານ Atlantic ນັ້ນແມ່ນເປັນໄປໃນທາງບວກຫຼາຍກວ່າທີ່ໄດ້ຖືກບັນລະ
ຍາຍອອກມາ.

ນອກນັ້ນ ໂຄສົກກະຊວງການຕ່າງປະເທດຈີນທ່ານນາງຈຽງຢູ ຍັງໄດ້ກ່າວຊົມເຊີຍຜົນຂອງ
ກອງປະຊຸມລະດັບສູງ ທີ່ກຸງວໍຊິງຕັນໃນສັບປະດານີ້ ໂດຍເວົ້າວ່າ ປະເທດທັງສອງມີຜົນປະ
ໂຫຍດຮ່ວມກັນຫຼາຍກວ່າການຂັດແຍ້ງ ຢູ່ໃນເຂດເອເຊຍປາຊີຟິກ.

ວາລະສານ Atlantic ໄດ້ອ້າງຄຳເວົ້າ ຂອງທ່ານນາງ Clinton ທີ່ກ່າວວ່າ ການປາບປາມ
ພວກຄັດຄ້ານລັດຖະບານຂອງຈີນ ປາກົດວ່າໄດ້ຮັບການຊັກຈູງຍ້ອນຢ້ານວ່າ ຈະເກີດການ
ລຸກຮືຂຶ້ນຂອງປະຊາຊົນ ແບບດຽວກັນກັບທີ່ໄດ້ສ້າງຄວາມວຸ້ນວາຍໃຫ້ແກ່ລັດຖະບານຕ່າງໆ
ໃນທົ່ວພາກຕາເວັນອອກກາງ. ວາລະສານດັ່ງກ່າວຍັງເວົ້າວ່າ ທ່ານນາງ Clinton ໄດ້ກ່າວ
ຫາຈີນທີ່ພະຍາຍາມຈະຫາທາງຢຸດເຊົາກົງລໍ້ປະວັດສາດແລະກ່າວເຖິງການດຳເນີນຄວາມພະ
ຍາຍາມນີ້ວ່າເປັນແນວທາງທີ່ສິ້ນຫວັງ.

ແຕ່ທ່ານນາງຈຽງຢູ ກ່າວໃນວັນພະຫັດມື້ນີ້ວ່າ ພວກນັກຂ່າວເຂົ້າໃຈແຕ່ພຽງບາງສ່ວນຂອງ
ຄວາມເຫັນທ່ານນາງ Clinton ແລະການສຳພາດໂດຍເຕັມແມ່ນເປັນໄປໃນທາງບວກຫຼາຍ
ກວ່າ. ການໃຫ້ຄວາມເຫັນຂອງທ່ານນາງຈຽງຢູ ແມ່ນຂັດກັນຢ່າງໃຫຍ່ ກັບການໃຫ້ຄວາມ
ເຫັນອື່ນໆທີ່ພວກເຈົ້າໜ້າທີ່ຈີນໄດ້ປະຕິເສດຢ່າງແຂງຂັນຕໍ່ການຕຳໜິຕິຕຽນຂອງສະຫະລັດ
ຕໍ່ເລື່ອງສິດທິມະນຸດຂອງຈີນນັ້ນວ່າ ເປັນການແຊກແຊງເຂົ້າໃນກິດຈະການພາຍໃນຂອງຈີນ.

XS
SM
MD
LG