ສື່ມວນຊົນແຫ່ງລັດຂອງຈີນເຕືອນໃນວັນຈັນມື້ນີ້ວ່າ ການຕ້ອນຮັບທີ່ມ່ວນຊື່ນເບີກບານໃຈທີ່ໃຫ້ແກ່ເອກອັກຄະລັດຖະທູດຄົນໃໝ່ຂອງສະຫະລັດປະຈໍາກຸງປັກກິງ ບໍ່ຄວນຖືກເຂົ້າໃຈ
ຜິດ ຄິດວ່າເປັນການແກ້ໄຂບັນຫາລະຫວ່າງສອງປະເທດ.
ທ່ານ Gary Locke ຊຶ່ງຄົນອະເມຣິກັນເຊື້ອສາຍຈີນຄົນທໍາອິດ ທີ່ໄດ້ເປັນເອກອັກຄະລັດຖະທູດສະຫະລັດປະຈໍາປະເທດຈີນ ໄດ້ເປັນຂ່າວດັງແລະໄດ້ຮັບການຕ້ອນຮັບຢ່າງຕື່ນເຕ້ນຈາກສື່ມວນຊົນຈີນ ເວລາທ່ານເດີນທາງໄປຮອດກຸງປັກກິ່ງໃນວັນສຸກຜ່ານມາ ໂດຍຫີ້ວຫີບເດີນທາງຂອງທ່ານເອົາເອງ ແລະເດີນທາງຈາກສະໜາມບິນໃນລົດເກ໋ງທໍາມະດາ
ແບບຖ່ອມຕົວ.
ແຕ່ອົງການຂ່າວຊິນຫົວທາງການຈີນ ທີ່ໄດ້ເອີ້ນທ່ານວ່າ ຜູ້ພາຍຖົງເປ້ນັ້ນ ໃຫ້ຂໍ້ສັງເກດເຖິງບັນຫາຕ່າງໆຈໍານວນນຶ່ງທີ່ປະເຊີນໜ້າທ່ານ Locke ທີ່ຮວມທັງຄວາມເຄັ່ງຕຶງທາງດ້ານການຄ້າ ສາຍພົວພັນທາງທະຫານແລະເລື້ອງໜີ້ສິນຂອງສະຫະລັດນັ້ນ. ຊີນຫົວເວົ້າວ່າ ພາລະ ກິດຂອງທ່ານ Locke ນັ້ນ ແມ່ນຈະໜັກກວ່າຖົງເປ້ທີ່ທ່ານຖືມານໍາ ເວລາເດີນທາງມາຈີນນັ້ນອີກ.
ໜັງສືພິມ The Global Times ຂອງຈີນ ກໍໃຫ້ຂໍ້ສັງເກດເຊ່ນກັນກ່ຽວກັບການເດີນທາງ
ມາຮອດຈີນແບບຖ່ອມຕົວຂອງທ່ານ Locke ແລະບັນລະຍາຍທ່ານວ່າ ອາດຈະເປັນເອກ
ອັກຄະລັດຖະທູດອະເມຣິກັນປະຈໍາປະເທດຈີນ ຜູ້ທີ່ມີຄົນຮັບຮູ້ຫລາຍທີ່ສຸດໃນປະວັດສາດ.
ແຕ່ໜັງສືພິມສະບັບນີ້ເວົ້າຕື່ມວ່າ ເຊື້ອສາຍຈີນຂອງທ່ານຈະບໍ່ໝາຍຄວາມເຖິງທ່າທີທີ່ອ່ອນ
ລົງຂອງທ່ານ ເວລາເວົ້າເຖິງການປ້ອງກັນຜົນປະໂຫຍດຂອງສະຫະລັດນັ້ນ.
ໃນກອງປະຊຸມນັກຂ່າວທີ່ກຸງປັກກິງໃນວັນອາທິດວານນີ້ ທ່ານ Locke ໄດ້ໃຫ້ຄໍາໜັ້ນສັນຍາວ່າຈະເສີມສ້າງສາຍພົວພັນລະຫວ່າງສອງຝ່າຍໃຫ້ເຂັ້ມແຂງຂຶ້ນ ໂດຍກ່າວວ່າ ຄວາມຮ່ວມ
ໄມ້ຮ່ວມມືກັນລະຫວ່າງຈີນກັບສະຫະລັດໃນດ້ານທຸລະກິດ ວິທະຍາສາດແລະດ້ານວິຊາການ
ອາດສາມາດນໍາໄປສູ່ການແກ້ໄຂກັນໄດ້ຕໍ່ຫລາຍບັນຫາທີ່ກໍາລັງປະເຊີນໜ້າໂລກທັງປວງໃນ
ເວລານີ້.
ທ່ານ Locke ທີ່ມີສະມາຊິກຄອບຄົວຂອງທ່ານຢືນອ້ອມຂ້າງ ຢູ່ທີ່ບ້ານພັກທາງການຂອງ
ທ່ານໃນກຸງປັກກິ່ງນັ້ນ ໄດ້ບອກບັນດານັກຂ່າວວ່າ ສະຫະລັດກໍາລັງດໍາເນີນງານເພື່ອແກ້
ໄຂບັນຫາດ້ານການເງິນຂອງຕົນຢູ່. ຈີນເປັນເຈົ້າໜີ້ລາຍໃຫຍ່ທີ່ສຸດຂອງກະຊວງການເງິນ
ຂອງສະຫະລັດ.
ລາຍຊື່ບັນດາປະເທດທີ່ເປັນເຈົ້າໜີ້ ຖືພັນທະບັດຂອງກະຊວງການເງິນສະຫະລັດ:
WHO WASHINGTON OWES
|