ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ດ້ານນີວເຄລຍ ສະຫະລັດ ແລະເກົາຫຼີເໜືອ ເຈລະຈາກັນ ກາຍເວລາ


ທ່ານ Glyn Davies ຜູ້ຕາງໜ້າພິເສດ ແລະນັກເຈລະຈາ ສະຫະລັດ
ທ່ານ Glyn Davies ຜູ້ຕາງໜ້າພິເສດ ແລະນັກເຈລະຈາ ສະຫະລັດ

ການເຈລະຈາລະຫວ່າງ​ຫົວໜ້າ​ເຈລະຈາ​ໃນ​ດ້ານ​ນິວ​ເຄລຍຂອງ​ສະຫະລັດ​ແລະ​ເກົາຫຼີ​ເໜືອ
ໄດ້ແກ່ຍາວ​ອອກ​ໄປ​ກາຍ​ເວລາໃນ​ວັນ​ພະຫັດ​ມື້ນີ້ ລຸນ​ຫຼັງ​ນຶ່ງ​ມື້​ໃນ​ອັນ​ທີ່​ກ່າວ​ກັນ​ວ່າ​ເປັນ
ການ​ສົນທະນາ​ຫາລື​ທີ່ສຳຄັນ​ແລະ ຈິງ​ຈັງ.

ທ່ານ Glyn Davies ນັກ​ເຈລະຈາ​ສະຫະລັດ ​ກ່າວຕໍ່​ພວກ​ນັກ​ຂ່າວ​ທີ່​ກຸງ ປັກ​ກິ່ງ​ວ່າ ທັງ​
ສອງຝ່າຍ​ກຳລັງ​ຢູ່​ໃນ​ລະຫວ່າງ​ກາງຂອງ​ການ​ເຈລະຈາ​ແລະ ​ໄດ້​ຕັດສິນ​ໃຈ ​ທີ່​ຈະ​ຮັບ​ປະ
ທານ​ອາຫານ​ແລງ​ຮ່ວມ​ກັນ ​ແລະ​ຫຼັງຈາກ​ນັ້ນກໍ​ຈະ​ເຈລະຈາ​ກັນ​ຕໍ່​ອີກ​ໃນ​ມື້ວັນ​ສຸກ. ທ່ານ
ເວົ້າວ່າທັງ​ສອງ​ຝ່າຍ​ໄດ້​ໂອ້​ລົມ​ກັນ ກວມ​ເອົາ​ບັນຫາ​ຕ່າງໆ​ຈຳນວນ​ນຶ່ງ ​ແຕ່​ບໍ່​ຍອມ​ໃຫ້​
ລາຍ​ລະອຽດກ່ຽວ​ກັບ​ບັນຫາ​ທີ່​ບໍ່​ມີຄວາມ​ຄືບ​ໜ້າ.

ຄັ້ງ​ນີ້​ ນັບ​ວ່າ​ເປັນ​ຄັ້ງ​ທີ່​ສາມ​ຂອງ​ການພົບ​ປະ​ກັນ​ລະຫວ່າງປະ​ເທດ​ທັງ​ສອງ​ ນັບ​ຕັ້ງ​ແຕ່​
ເດືອນ​ກໍລະກົດ​ເປັນຕົ້ນ​ມາ ​ແຕ່​ວ່າ ​ເປັນ​ເທື່ອ​ທໍາ​ອິດ​ ນັບ​ຕັ້ງ​ແຕ່ ​Kim Jong Un ຜູ້ນໍາ
ເກົາຫຼີ​ເໜືອຄົນ​ໃໝ່​ໄດ້ເຂົ້າຮັບຕໍາ​ແໜ່​ງ​ແທນ​ພໍ່​ເມື່ອປີຜ່ານ​ມາ. ພວກ​ເຈລະຈາ​ໄດ້​ພົບ​ປະ
ກັນ
ເປັນ​ເວລາ​ຫຼາຍກວ່າສອງ​ຊົ່ວ​ໂມງ​ ​ໃນ​ຕອນ​ເຊົ້າຂອງວັນ​ພະຫັດມື້​ນີ້​ທີ່​ສະຖານທູດ​ເກົາຫຼີ
ເໜືອ ​ແລະ​ຫຼັງຈາກ​ນັ້ນ​ກໍ​ໄດ້​ເຈລະຈາ​ກັນ​ຕໍ່​ອີກໃນ​ຕອນ​ບ່າຍ​ ທີ່​ສະຖານ​ທູດ​ສະຫະລັດ.

ທ່ານ Glyn Davies ກ່າວໃນ​ລະຫວ່າງ​ກຳລັງ​ມຸ້ງ​ໜ້າ​ໄປ​ຍັງ​ທີ່​ປະຊຸມໃນ​ຕອນ​ເຊົ້າມື້ນີ້ວ່າ
ທ່ານ​ກຳລັງ​ຕັ້ງໜ້າ​ລໍຄອຍ​ທີ່​ຈະ​ໂອ້​ລົມ​ກັບ​ທ່ານ Kim Kye-gwan ຄູ່​ຕຳ​ແໜ່​ງຝ່າຍ​ເກົາ
ຫຼີ​ເໜືອ​ຂອງ​ທ່ານ.

ທ່ານ ​Davies ກ່າວໃນ​ອາທິດ​ນີ້​ວ່າ ທ່ານ​ມີ​ກຳລັງ​ໃຈ ນຳ​ຄວາມ​ເຕັມ​ໃຈ ຂອງ​ເກົາຫຼີ​ເໜືອ
ທີ່​ຈະ​ຟື້ນຟູ​ການ​ໂອ້ລົມ​ສົນທະນາ​ກັນ​ຄືນ​ໃໝ່ ​ແລະ​ມີ ຄວາມ​ກະຕືລື​ລົ້ນ ​ຢາກ​ເຫັນ​ວ່າການ​
ປ່ຽນ​ແປງ​ຜູ້​ນໍາ​ຄົນ​ໃໝ່​ນີ້​ຈະ​ສົ່ງ​ຜົນ​ຕໍ່ ​ທ່າ​ທີ​ຂອງ​ເກົາຫຼີ​ເໜືອ​ ໜ້ອຍ​ຫຼາຍສໍ່າ​ໃດ.

XS
SM
MD
LG