ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕິຕຽນກົດໝາຍ ສະຫະລັດ


ຈີນຕຳໜິຕິຕຽນ ຕໍ່ຮ່າງກົດໝາຍ ທີ່ພວມມີການ ນຳສະເໜີ ຂອງສະຫະລັດ ທີ່ຈະລົງໂທດປັກກິ່ງ ໃນການຄວບຄຸມເງິນ ຕາຕາມທີ່ມີການ ກ່າວຫາກັນນັ້ນ ທ່າມກາງ ຄວາມກົດດັນ ທີ່ມີເພີ້ມຂຶ້ນ ຂອງນາໆຊາດຕໍ່ຈີນ ໃຫ້ປ່ຽນແປງນະໂຍບາຍ ການເງິນຂອງຕົນ.

ໂຄສົກຄົນນຶ່ງ ຂອງກະຊວງການຄ້າຈີນ ກ່າວຕໍ່ພວກນັກ ຂ່າວ ທີ່ນະຄອນຫຼວງປັກກິ່ງ ໃນວັນເສົາມື້ນີ້ວ່າ ກົດລະ ບຽບຂອງອົງການໆຄ້າໂລກ ບໍ່ອະນຸຍາດໃຫ້ ມີກົດໝາຍ ທີ່ພວມນຳສະເໜີ ຂອງສະຫະຣັດ ນັ້ນໄດ້.

ສະມາຊິກ ສະພາສູງ ຂອງສະຫະລັດ ຫຼາຍໆທ່ານ ກ່າວໃນມື້ວັນພຸດ ຜ່ານມານີ້ວ່າ ໃນໄວໆນີ້ ພວກຕົນຈະນຳສະເໜີ ຮ່າງກົດໝາຍ ເພີ້ມການເກັບພາສີ ແລະອາກອນນຳເຂົ້າ ຕໍ່ຈີນ ເພື່ອເປັນການລົງໂທດ ຕໍ່ການທີ່ປັກກິ່ງ ໄດ້ປະຕິເສດ ບໍ່ຍອມຂຶ້ນຄ່າ ເງິນຕາຂອງຕົນ.

ນອກນັ້ນແລ້ວ ໃນອາທິດນີ້ ທ່ານ LORENZO BINI-SMAGHI ສະມາຊິກ ໃນຄະນະ ວາງນະໂຍບາຍ ຂອງທະນາຄານກາງ ຢູໂຣບ ໄດ້ຖິິ້ມໂທດ ໃສ່ນະໂຍບາຍ ເງິນຕາ ຂອງຈີນ ທີ່ເຮັດໃຫ້ ການຟື້ນໂຕຄືນ ຂອງເສດຖະກິດ ໃນບັນດາປະເທດ ທີ່ຈະເລີນແລ້ວ ມີການຊັກຊ້າ.

ໃນມື້ນີ້ ໂຄສົກ ກະຊວງການຄ້າຈີນ ທ່ານ YAO JIAN ໄດ້ກ່າວຢໍ້າ ເຖິງທັດສະນະທ່າທີ ທີ່ມີມາ ເປັນເວລາດົນນານ ຂອງປັກກິ່ງ ທີ່ວ່າ ການອຸບປະໂພກ ບໍລິໂພກ ເກີນຂອບເຂດ ໃນບັນດາປະເທດ ທີ່ຈະເລີນແລ້ວ ແລະບໍ່ແມ່ນ ນະໂຍບາຍ ການເງິນຂອງຈີນ ເປັນສາເຫດ ຕົ້ນຕໍ ທີ່ພາໃຫ້ເກີດ ຄວາມບໍ່ກໍ້າເກິ່ງ ກ່ຽວກັບ ເສດຖະກິດ ຂອງໂລກ.

XS
SM
MD
LG