ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດຢາກປັບປຸງ ຄວາມສໍາພັນທາງທະຫານ ກັບຈີນ


ທຸງຊາດຈີນ ແລະສະຫະລັດ
ທຸງຊາດຈີນ ແລະສະຫະລັດ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກ່າວວ່າບໍ່ມີເຫດຜົນໃດໆທີ່ຈີນແລະ
ສະຫະລັດ ຕ້ອງເປັນຄູ່ປໍລະປັກກັນ.

ທ່ານ Gates ກ່າວໃນການໃຫ້ສຳພາດ ຕໍ່ລາຍການ
Newshour ຂອງໂທລະພາບສາທາລະນະສະຫະລັດ
ໃນວັນພະຫັດວານນີ້ວ່າ ທ່ານມີຄວາມກະຕືລືລົ້ນທີ່ຈະ
ຊອກຫາຊ່ອງທາງໃນອັນທີ່ທ່ານເອີ້ນວ່າ ການມີຜົນປະ
ໂຫຍດຮ່ວມກັນ ລະຫວ່າງສະຫະລັດແລະຈີນ.

ທ່ານກ່າວວ່າ ຜົນປະໂຫຍດເຫຼົ່ານີ້ ແມ່ນຮວມທັງໂຄງ
ການນິວເຄລຍຂອງອີຣ່ານແລະເກົາຫຼີເໜືອ ພວກໂຈນ
ທະເລ ແລະການຕໍ່ຕ້ານການກໍ່ການຮ້າຍ.

ທ່ານ Gates ກ່າວວ່າ ການຊອກຫາຊ່ອງທາງເພື່ອ
ໃຫ້ກອງທັບຂອງສະຫະລັດແລະຈີນໄດ້ດຳເນີນງານ
ຮ່ວມກັນ ອາດຈະເປີດໂອກາດໃຫ້ທັງສອງຝ່າຍເສີມສ້າງຄວາມສຳພັນທີ່ເຂັ້ມແຂງກວ່າເກົ່າ.

ທ່ານ Gates ມີແຜນການ ທີ່ຈະອອກເດີນທາງໃນວັນເສົາຈະມານີ້ ເພື່ອໄປຢ້ຽມຢາມປະ
ເທດຈີນເປັນເທື່ອທຳອິດ ນັບແຕ່ປີ 2007 ເປັນຕົ້ນມາ.

ຈີນໄດ້ຕັດຄວາມສຳພັນທາງທະຫານກັບສະຫະລັດໃນປີກາຍ ເພື່ອປະທ້ວງການຂາຍອາ
ວຸດຂອງສະຫະລັດ ໃຫ້ແກ່ໄຕ້ຫວັນ.

ພວກເຈົ້າໜ້າທີ່ສະຫະລັດ ມີຄວາມກະຕືລືລົ້ນຢາກໃຫ້ຄວາມສຳພັນລະຫວ່າງປະເທດທັງ
ສອງກັບຄືນເຂົ້າສູ່ສະພາບປົກກະຕິ.

ຮອງລັດຖະມົນຕີຊ່ອຍວ່າການ ກະຊວງປ້ອງກັນປະເທດຂອງສະຫະລັດ ຮັບຜິດຊອບ
ກ່ຽວກັບເຂດມະຫາສະມຸດປາຊີຟິກ ທ່ານ Michael Schiffer ກ່າວໃນວັນພະຫັດວານ
ນີ້ວ່າ ຄວາມສຳພັນທີ່ຍັງບໍ່ແນ່ນອນກັບຈີນນັ້ນ ແມ່ນເປັນອັນຕະລາຍ.

XS
SM
MD
LG