ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ທ່ານ Gates ເສັດສິ້ນ ການຢ້ຽມຢາມຈີນ


ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ ແລະ ທ່ານຫູ ຈິນເຖົາ ປະທານປະເທດຈີນ. ວັນທີ 11 ມັງກອນ 2011

ທ່ານ Robert Gates ລັດຖະມຸນຕີປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ເສັດ​ສິ້ນ​ການຢ້ຽມຢາມ​ຈີນ​ເປັນ​ເວລາ 4 ມື້​ຂອງ​ທ່ານ ​ໂດຍກ່າວ​ວ່າ ທ່ານ​ພົບ​ເຫັນ​ວ່າ ທັງ​ບັນດາ​ຜູ້​ນໍາ​ພົນລະ​ເຮືອນ​ແລະ​ທະຫານ​ຕຽມ​ພ້ອມ​ທີ່​ຈະເຮັດ​ໃຫ້​ສາຍ​ພົວ
ພັນ​ລະຫວ່າງ​ສະຫະລັດ​ແລະ​ຈີນກ້າວຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ Gates ​ໃຊ້​ເວລາ​ວັນ​ພຸດ​ມື້​ນີ້​ທ່ຽວ​ຢ້ຽມຢາມ​ສູນ​ບັນຊາ​
ການ​ນີວ​ເຄລຍຂອງຈີນ ​ແລະ​ທ່ຽວ​ຊົມ​ກໍາ​ແພງ​ເມືອງ​ຈີນ​ໃນ
ພາກ​ເໜືອ​ຂອງ​ກຸງ​ປັກ​ກິ​ງ ກ່ອນ​ບິນ​ອອກຈາກ​ຈີນ​ໄປ​ຍັງ​ຍີ່
ປຸ່ນ ​ແລະ​ທ່ານ​ຈະ​ໄປ​ແວ່​ຢ້ຽມຢາມ​ເກົາຫລີ​ໃຕ້​ໃນ​ວັນ​ສຸກ​ມື້
ຮື​ນີ້.

ທ່ານ Gates ກ່າວ​ວ່າ ທ່ານ​ມີ​ຄວາມ​ດີ​ອົກ​ດີ​ໃຈ​ນໍາ​ການ​ໂອ້​ລົມ​ສົນທະນາ​ກັນຢ່າງ​ກົງ​ໄປ​
ກົງ​ມາ​ກັບ​ພວກ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ໃຫຍ່​ສົງຄາມ​ນິວ​ເຄລຍ ຮວມທັງ​ການ​ໂອ້​ລົມ​ສົນທະນາ​ກັນໃນ​ເລື້ອງ​ຍຸດ​ທະ​ສາດ​ນິວ​ເຄລຍຂອງ​ຈີນ​ນັ້ນ.

ທ່ານ Gates ກ່າວ​ຕື່ມ​ວ່າ ຜູ້​ບັນຊາ​ການ​ສໍານັກງານ​ໃຫຍ່​ທີ່​ເມືອງ Qingheຢູ່​ນອກ​ກຸງ​ປັກ​
ກິ​ງ ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ໄປ​ຢ້ຽມຢາມເພື່ອເປັນ​ການ​ຕອບ​ສະໜອງ​ທີ່​ສໍານັກງານ​ໃຫຍ່​
ຂອງ​ກອງ​ບັນຊາ​ການ​ຍຸດ​ທະ​ສາດ​ຂອງ​ສະຫະລັດ​ໃນ​ລັດ Nebraska ຂອງ​ສະຫະລັດ.

ທ່ານ Gates ກ່າວ​ວ່າ ທ່ານ​ມີ​ຄວາມ​ດີ​ອົກ​ດີ​ໃຈ​ນໍາ​ຜົນ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ໃນ​ຄັ້ງ​ນີ້ ຊຶ່ງ​ໄດ້​ຕັ້ງ​ໃຈ​ໄວ້​ວ່າ ຈະ​ສ້າງ​ຕັ້ງ​ການ​ຕິດ​ຕໍ່​ພົວພັນ​ກັນ​ໂດຍ​ກົງ​ລະຫວ່າງ​ສອງ​ກອງທັບ​ດ້ວຍ​ເປົ້າ​ໝາຍ​ເພື່ອ​ຫາ​ທາງ​ຫລີກ​ລ້ຽງ​ຄວາມ​ເຂົ້າ​ໃຈ​ຜິດ​ກັກ​ນ​ແລະ​ການ​ຄາດ​ຄະ​ເນ​ຜິດ. ທ່ານ​ກ່າວ​ຕື່ມ​ວ່າ ທ່ານ​ເຊື່ອ​ວ່າ ການ​ພົບ​ປະ​ຂອງ​ທ່ານ​ໄດ້​ຈັດ​ຕັ້ງ​ຖານ​ສໍາລັບ​ເພື່ອ​ເຮັດ​ໃຫ້​ສາຍ​ພົວພັນ​ທາງ​ທະ​ຫານ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່.

XS
SM
MD
LG