ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ສະຫະລັດ ແຕກຕ່າງກັນ ໃນການຮັບມື ກັບຄວາມຮຸນແຮງ ຢູ່ໃນຕາເວັນອອກກາງ ທີ່ກຳລັງຂະຫຍາຍອອກ


ແຟ້ມພາບ - ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ (Li Qiang), ຂວາ, ຕ້ອນຮັບປະທານາທິບໍດີປາແລັສໄຕນ໌ ທ່ານ Mahmud Abbas ຢູ່ທີ່ຫໍປະຊຸມໃຫຍ່ປະຊາຊົນ ໃນນະຄອນຫຼວງປັກກິ່ງ ໃນວັນທີ 15 ມິຖຸນາ 2023.
ແຟ້ມພາບ - ນາຍົກລັດຖະມົນຕີຈີນ ທ່ານລີ ຈຽງ (Li Qiang), ຂວາ, ຕ້ອນຮັບປະທານາທິບໍດີປາແລັສໄຕນ໌ ທ່ານ Mahmud Abbas ຢູ່ທີ່ຫໍປະຊຸມໃຫຍ່ປະຊາຊົນ ໃນນະຄອນຫຼວງປັກກິ່ງ ໃນວັນທີ 15 ມິຖຸນາ 2023.

ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ "ຄວາມ​ພະຍາຍາມ​ທັງ​ໝົດ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້ແກ່​ການ​ເຈລະຈາ" ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງລະຫວ່າງ​ສອງ​ປະ​ເທດ ທ່າມກາງຄວາມຂັດແຍ່ງທີ່ທະວີຄວາມຮຸນແຮງຂຶິ້ນ​ ໃນຕາ​ເວັນ​ອອກ​ກາງ, ອີງຕາມກະຊວງ​ການ​ຕ່າງປະ​ເທດ​ຈີນ​.

ໃນ​ການຖະແຫຼງ​ຂ່າວປະຈຳວັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ໃນວັນທີ 23 ຕຸລາ ວານ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານນາງໝາວ ໜິງ (Mao Ning) ​ກ່າວ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ເວົ້າ​ເຖິງຄວາມຂັດແຍ່ງ​ລະຫວ່າງ ປາ​ແລັ​ສ​ໄຕ​ນ໌ ແລະ ອິສຣາ​ແອລ ກຳລັງຮຸນແຮງຂຶ້ນ, ສະຖານະ​ການ​ຢູ່​ເຂດກາຊານັ້ນມີຄວາມຮ້າຍແຮງ​ຫຼາຍ ​ແລະ ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ກໍ່​ແຜ່​ລາມ​ອອກ​ໄປ​ເລື້ອຍໆໂດຍມີຜົນກະທົບທີ່ແຜ່ລາມອອກໄປຫຼາຍຂຶ້ນໄປເລື້ອຍໆ.”

ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ, “ທຸກ​ຝ່າຍ​ຄວນ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ ແລະ​ກົດໝາຍ​ມະນຸດສະທຳ​ສາກົນ, ປົກ​ປ້ອງ​ພົນລະ​ເຮືອນ ​ແລະ ​ເຮັດ​ທຸກ​ສິ່ງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ຫຼີກ​ລ່ຽງ​ໄພພິບັດ​ດ້ານ​ມະນຸດສະທຳ​ທີ່​ຮ້າຍ​ແຮງ​ໄປກວ່າ​ນີ້.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າຕ້ອງຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳ ແລະກ່າວຕື່ມອີກວ່າ “ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ທັງ​ໝົດທີ່​ຊຸກ​ຍູ້​ການ​ເຈ​ລະ​ຈາ​ ແລະ​ຟື້ນ​ຟູ​ສັນ​ຕິ​ພາບ ​ແລະ​ເຮັດ​ໜ້າ​ທີ່​ໃນສ່ວນຂອງ​ຕົນ ... ເພື່ອ​ການ​ແກ້​ໄຂ​ບັນຫາຊາວ​ປາ​ແລັ​ສ​ໄຕ​ນ໌​ ຢ່າງ​ຮອບ​ດ້ານ, ຍຸ​ຕິ​ທຳ ແລະ​ຍືນ​ຍົງ.

ຄຳ​ປາ​ໄສ​ຂອງ​ທ່ານ​ນາງ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ວໍ​ຊິງ​ຕັນ ​ແລະປັກ​ກິ່ງ​ກ່ຽວ​ກັບ​ສົງຄາມ ອິສຣາ​ແອລ ແລະກຸ່ມຮາມາສ, ​ເຊິ່ງນັກວິ​ເຄາະ​ກັງວົນ​ວ່າ ຈະ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອຳນາດ​ຕື່ມ​ອີກ.

ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ຊາວອາເມຣິກັນໃນວັນທີ 19 ຕຸລານີ້ ໃນຄຳປາໄສສົດທາງໂທລະພາບວ່າ ສະຫະລັດຕ້ອງເພີ່ມທະວີການສະໜັບສະໜູນ ຢູເຄຣນ ແລະອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG