ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕໍາໜິ ສຫລ ວ່າ ເຮັດໃຫ້ມີ ຄວາມເຄັ່ງຕຶງ ຢູ່ເຂດ ເອເຊຍ-ປາຊີຟິກ ເພີ້ມຂຶ້ນ (ວີດິໂອ)


ທະຫານກອງທັບສະຫະລັດ ໃນຂະນະທີ່ ຮ່ວມຊ້ອມລົບຢູ່ໃນເຂດ Yeoncheon ກັບທະຫານເກົາຫລີໃຕ້ ໃກ້ກັບຊາຍແດນຂອງ ເກົາຫລີເໜືອ ໃນວັນທີ 11 ເມສາ 2013.
ທະຫານກອງທັບສະຫະລັດ ໃນຂະນະທີ່ ຮ່ວມຊ້ອມລົບຢູ່ໃນເຂດ Yeoncheon ກັບທະຫານເກົາຫລີໃຕ້ ໃກ້ກັບຊາຍແດນຂອງ ເກົາຫລີເໜືອ ໃນວັນທີ 11 ເມສາ 2013.
ຈີນໄດ້ກ່າວເຕືອນປະເທດອື່ນໆ ຕໍ່ການເສີມສ້າງກໍາລັງທະ
ຫານ ຢູ່ໃນຂົງເຂດເອເຊຍ-ປາຊີຟິກ ໃນອັນທີ່ມີການເບິ່ງເຫັນ
ວ່າ ເປັນການຕໍາໜິໂດຍທາງອ້ອມອີກຄັ້ງນຶ່ງ ຕໍ່ການເພັ່ງເລັງ ທາງດ້ານຍຸດທະສາດຂອງສະຫະລັດ ໄປຍັງຂົງເຂດດັ່ງກ່າວ.

ຢູ່ໃນເອກະສານປົກຂາວປະຈໍາປີ ທີ່ນໍາອອກເຜີຍແຜ່ໃນວັນອັງ
ຄານມື້ນີ້ ກະຊວງປ້ອງກັນປະເທດຈີນເວົ້າວ່າ “ບາງປະເທດ” ກໍາລັງສ້າງຄວາມເຄັ່ງຕຶງຂຶ້ນໃນຂົງເຂດເອເຊຍ ໂດຍການສ້າງ
ຄວາມແໜ້ນແຟ້ນທາງທະຫານກັບພັນທະມິດຂອງຕົນ ແລະເສີມ
ຂະຫຍາຍການມີໜ້າຂອງກໍາລັງທະຫານຂອງຕົນ ຢູ່ໃນຂົງເຂດ
ດັ່ງກ່າວ.

ເຖິງແມ່ນວ່າ ລາຍງານດັ່ງກ່າວບໍ່ໄດ້ຕໍາໜິປະເທດໃດເປັນການ
ສະເພາະກໍຕາມ ແຕ່ທ່ານ Yang Yujun ໂຄສົກກະຊວງປ້ອງ
ກັນປະເທດຈີນ ກໍໄດ້ເວົ້າຍໍ້າ ການກ່າວຫາດັ່ງກ່າວຄືນໃນເວລາ
ຕໍ່ມາ ເມື່ອຖືກຖາມວ່າ ການເຄື່ອນໄຫວຂອງກຸງວໍຊິງຕັນ ໄດ້ເຮັດ
ໃຫ້ມີຄວາມເຄັ່ງຕຶງເພີ້ມຂຶ້ນ ຫລືບໍ່.

ຈີນໄດ້ກ່າວຕໍາໜິຢູ່ສະເໝີມາ ກ່ຽວກັບການເພັ່ງເລັງໃໝ່ຂອງສະຫະລັດ ໄປຍັງຂົງເຂດເອ
ເຊຍ ຊຶ່ງການເຄື່ອນໄຫວດັ່ງກ່າວຂອງສະຫະລັດນັ້ນເອີ້ນກັນວ່າ ເປັນການ “ໝຸນໄປຍັງ”
ຂົງເຂດເອເຊຍ ຫລື “ສ້າງຄວາມດຸ່ນດ່ຽງຄືນ” ໃນນະໂຍບາຍຂອງສະຫະລັດກ່ຽວກັບເອ
ເຊຍ. ຫລາຍຄົນໃນກຸງປັກກິ່ງຢ້ານວ່າ ນະໂຍບາຍດັ່ງກ່າວແມ່ນແນໃສ່ເພື່ອຢັບຢັ້ງການ
ໂຜ່ໂຕຂຶ້ນມາຂອງຈີນ ເຖິງແມ່ນວ່າ ກຸງວໍຊິງຕັນໄດ້ຢືນຢັນວ່າ ມັນມີຈຸດປະສົງໃນທາງ ກົງກັນຂ້າມກໍຕາມ.

ເບິ່ງວີດິໂອກ່ຽວກັບລາຍງານນີ້:
China-US-Defense
please wait
Embed

No media source currently available

0:00 0:01:33 0:00
XS
SM
MD
LG