ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວຫາ ສຫລ ທ້າທາຍ ທາງທະຫານ ໂດຍສົ່ງ ບີ ​52 ບິນຜ່ານເກາະທຽມ


ພາບຖ່າຍທາງອາກາດ ຂອງເກາະ Mischief Reef ທີ່ຕັ້ງຢູ່ ໃນເຂດໝູ່ເກາະ Spratly ໃນທະເລຈີນໃຕ້ ເມື່ອວັນທີ ​11 ພຶດສະພາ 2015.
ພາບຖ່າຍທາງອາກາດ ຂອງເກາະ Mischief Reef ທີ່ຕັ້ງຢູ່ ໃນເຂດໝູ່ເກາະ Spratly ໃນທະເລຈີນໃຕ້ ເມື່ອວັນທີ ​11 ພຶດສະພາ 2015.

ຈີນ​ກ່າວ​ຫາສະຫະລັດ​ວ່າ ທຳ​ການ​ທ້າ​ທາຍ​ເກາະ​ຜິດ​ທາງ​ທະ
ຫານ​ຢ່າງ​ຮ້າຍ​ແຮງ ​ໂດຍ​ການ​ສົ່ງ​ເຮືອບິນ​ລົບ​ບີ 52​ ບິນ​ຜ່ານ
ເກາະດອນທຽມ​ທີ່​ຈີນ​ສ້າງ​ຂຶ້ນ​ໃນ​ທະ​ເລຈີນ​ໃຕ້​ເມື່ອ​ຕົ້ນ​ເດືອນ
​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ
​ນຶ່ງ​ທີ່​ອອກ​ໃນ​ວັນ​ເສົາ​ມື້ນີ້​ວ່າ ຕົນ​ໄດ້​ເຕືອນ​ເຮືອບິນ ​ໃຫ້​ບິນ
ອອກ​ໄປ​ຈາກ​ບໍລິ​ເວນ​ດັ່ງກ່າວ. ​ຈີນ​ກ່າວ​ວ່າການກະທຳ​ຂອງ
​ສະຫະລັດພວມ​ນຳ​ໄປ​ສູ່​ການສ້າງເງື່ອນ​ໄຂ​ທາງ​ທະຫານ​ລະ
ຫວ່າງ​ປະ​ເທດ​ທັງສອງ.

ຈີນ​ກ່າວອ້າງ​ວ່າ ​ຕົນ​ມີ​ອະທິປະ​ໄຕ​ເໜືອ​ໝູ່​ເກາະ​ໝູ່​ດອນ ​ທີ່​ຕົນ​ໄດ້​ສ້າງ​ຂຶ້ນທັງ​ໝົດ​ຢູ່​ໃນ​
ເຂດ​ທະ​ເລ​ຈີນ​ໃຕ້.

ຜູ້​ບັນຊາ​ການ​ກອງທັບ​ເຮືອ​ສະຫະລັດ ທ່ານ Bill Urban ກ່າວ​ວ່າ ທາງ​ກອງທັບ​ເຮືອ​ໄດ້
​ທຳ​ການ​ຝຶກ​ຊ້ອມ​ເປັນ​ປະຈຳ​ຢູ່​ໃນ​ຂົງ​ເຂດ.

ທ່ານ Urban ​ເວົ້າວ່າ ຖ້ຽວ​ບິນ​ດັ່ງກ່າວ​ບໍ່​ແມ່ນ​ການ​ປະຕິບັດ​ງານເພື່ອອິດສະຫຼະພາບ​ໃນ
​ການ​ເດີນ​ເຮືອ ​ໂດຍ​ສະ​ເໜີ​ແນະ​ວ່າມັນ​ອາດ​ເປັນ​ຖ້ຽວ​ບິນທີ່​ອາດ​ບິນ​ອອກນອກ​ເສັ້ນທາງ​
ກໍເປັນ​ໄດ້.

ການ​ປະຕິບັດ​ງານເພື່ອ​ອິດສະຫຼະພາບ​ໃນ​ການ​ເດືອນ​ເຮືອ ​ແມ່ນ​ພາລະ​ກິດ​ເພື່ອ​ທ້າ​ທາຍ
​ຕໍ່​ອັນ​ທີ່​ສະຫະລັດ​ເຊື່ອ​ວ່າ ​ເປັນ​ການ​ອ້າງ​ກຳມະສິດເອົາດິນ​ແດນເກີນ​ຂອບ​ເຂດຂອງ​ປະ​
ເທດ​ອື່ນໆ.

ຈີນຊຶ່ງ​ໄດ້​ອ້​າງ​ເອົາ​ກຳມະສິດ​ໃນ​ທະ​ເລ​ຈີນ​ໃຕ້​ເກືອບ​ທັງໝົດ​ນັ້ນ​ໄດ້​ເພີ້ມທະວີການ​ດຳ​ເນີນ
​ໂຄງການ​ຖົມເກາະດອນ​ຕ່າງໆ​ ແລະ​ທຳ​ການ​ກໍ່ສ້າງ​ຢູ່​ໃນ​ບັນດາ​ເກາະ ​ແລະ​ຫີນ​ປະ​ກາ​ລັງ​
ຕ່າງໆຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະຫະລັດ​ແລະຂົງ​ເຂດ​ເອ​ເຊຍປາຊີ​ຟິກ.

XS
SM
MD
LG