ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ປະຕິເສດ ລາຍງານ ທີ່ວ່າ ຕົນອາດຈະຊື້ ໜ້ອຍລົງ ຫຼືແມ່ນກະທັງຢຸດຊື້ເລີຍ ພັນທະບັດ ສຫລ


ຕຶກອາຄານ ກະຊວງການເງິນ ຂອງສະຫະລັດ ຕັ້ງຢູ່ ໃນນະຄອນ
ຫຼວງ ວໍຊິງຕັນ ດີ ຊີ, ວັນເສົາ ທີ 15 ເມສາ, 2016.
ຕຶກອາຄານ ກະຊວງການເງິນ ຂອງສະຫະລັດ ຕັ້ງຢູ່ ໃນນະຄອນ ຫຼວງ ວໍຊິງຕັນ ດີ ຊີ, ວັນເສົາ ທີ 15 ເມສາ, 2016.

ຈີນກຳລັງປະຕິເສດ ຕໍ່ບົດລາຍງານທີ່ໄດ້ພິມເຜີຍແຜ່ ທີ່ວ່າ ຕົນອາດຈະຊື້ໜ້ອຍລົງ ຫຼື
ແມ່ນກະທັງຢຸດຊື້ ພັນທະບັດຂອງສະຫະລັດ.

ແຫລ່ງຂ່າວຕ່າງໆ ໄດ້ບອກ Bloomberg ເຊິ່ງເປັນອົງການຂ່າວດ້ານການເງິນ ທີ່ມີ
ຫ້ອງການຕັ້ງຢູ່ໃນສະຫະລັດ ໃນວັນພຸດວານນີ້ວ່າ ບັນດາເຈົ້າໜ້າທີ່ອາວຸໂສ ໃນລັດ
ຖະບານ ໄດ້ສະເໜີແນະໃຫ້ເອົາມາດຕະການ ໃນຂະນະທີ່ຕະຫຼາດສຳລັບພັນທະບັດ
ຂອງລັດຖະບານ ສະຫະລັດ ແມ່ນກຳລັງບໍ່ໄດ້ຮັບຄວາມນິຍົມຫຼາຍປານໃດ ພ້ອມກັນ
ກັບຄວາມເຄັ່ງຕຶງດ້ານການຄ້າ ທີ່ເພີ່ມຂຶ້ນເລື້ອຍໆ ກັບສະຫະລັດ ນັ້ນ. ລາຍງານຂອງ
ອົງການຂ່າວ Bloomberg ໄດ້ກໍ່ໃຫ້ເກີດການຕົກຕ່ຳລົງ ຢູ່ໃນຕະຫຼາດພັນທະບັດ
ແລະ ການຂາຍອອກ ເງິນໂດລາຂອງສະຫະລັດ ໃນລະຫວ່າງມື້ດຽວກັນ.

ໃນຖະແຫລງການສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ທາງເວັບໄຊຂອງຕົນ ໃນວັນພະຫັດ
ມື້ນີ້ ນັ້ນ ກົມຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດຂອງທາງການຈີນ ໄດ້ກ່າວວ່າ
ລາຍງານຂອງ Bloomberg ນັ້ນ ແມ່ນວ່າ ເປັນຂໍ້ມູນຜິດໆ ຫຼືບໍ່ ກໍແມ່ນ “ຂ່າວປອມ.”
ອົງການນີ້ ກ່າວວ່າ ເງິນຕາຕ່າງປະເທດ ທີ່ມີສຳຮອງໄວ້ ໃນຈຳນວນມະຫາສານຂອງ
ປະເທດ ແມ່ນໄດ້ຖືກຄຸ້ມຄອງຢ່າງເປັນມືອາຊີບ ຕາມພື້ນຖານ ສະພາບການຂອງ
ຕະຫຼາດ ແລະຄວາມຕ້ອງການຂອງ ການລົງທຶນ.

ຈີນ ມີເງິນຕາຕ່າງປະເທດສຳຮອງ ທີ່ໃຫຍ່ທີ່ສຸດຂອງໂລກ ໃນຈຳນວນ 3 ພັນ 100 ຕື້
ໂດລາ.

ກະຊວງການເງິນຂອງສະຫະລັດ ກ່າວວ່າ ຈີນ ໄດ້ຊື້ພັນທະບັດສະຫະລັດ ຫຼາຍກວ່າ
1 ຕື້ໂດລາ ໂດຍເຮັດໃຫ້ຈີນ ເປັນເຈົ້າໜີ້ຕ່າງປະເທດ ຂອງສະຫະລັດ ທີ່ໃຫຍ່ທີ່ສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG