ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ເອົາ​ບໍ​ລິ​ສັດ​ຈີນເຂົ້າ​ ໃນ​ບັນ​ຊີ​ດຳ ຍ້ອນລະເມີດ​ ສິດ​ທິ​ມະ​ນຸດ ​ຕໍ່​ຊາວ​ວີ​ເກີ້ ແລະ​ມຸ​ສ​ລິມ


​ຕຳ​ຫລວດ​ຈີນ​ຢືນ​ແນມ​ເບິ່ງຢູ່​ຫົນ​ທາງ ທີ່​ຢູ່​ໃກ້ກັບ​ສິ່ງ​ທີ່​ເອີ້ນ​ວ່າ ສູນ​ກາງ​ຝຶກ​ອົບ​ຮົມວິ​ຊາ​ຊີບໃນ​ເມືອງ ຢິ​ໜິງ ໃນ​ແຂວງ ຊິນ​ຈຽງ ເຊດ​ປົກ​ຄອງ​ຕົນ​ເອງຂອງ​ຊາວ​ເວີ​ເກີ ຢູ່​ຈີນ, ວັນ​ທີ 4 ກັນ​ຍາ, 2018
​ຕຳ​ຫລວດ​ຈີນ​ຢືນ​ແນມ​ເບິ່ງຢູ່​ຫົນ​ທາງ ທີ່​ຢູ່​ໃກ້ກັບ​ສິ່ງ​ທີ່​ເອີ້ນ​ວ່າ ສູນ​ກາງ​ຝຶກ​ອົບ​ຮົມວິ​ຊາ​ຊີບໃນ​ເມືອງ ຢິ​ໜິງ ໃນ​ແຂວງ ຊິນ​ຈຽງ ເຊດ​ປົກ​ຄອງ​ຕົນ​ເອງຂອງ​ຊາວ​ເວີ​ເກີ ຢູ່​ຈີນ, ວັນ​ທີ 4 ກັນ​ຍາ, 2018

ຈີນ​ໃນ​ວັນ​ອັງ​ຄານມື້ນີ້ ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ການ​ທີ່​ສະ​ຫະ​ລັດ​ໄດ້​ຈັດ​ເອົ​າ
28 ອົງ​ການ​ແລະ​ບໍ​ລິ​ສັດ​ຂອງ​ຈີນ​ເຂົ້າ​ໄວ້​ໃນ​ບັນ​ຊີ​ດຳ ຍ້ອນ​ຖືກ​ກ່າວ​ຫາ​ວ່າ​ ລະ
ເມີດ​ສິດ​ທິ​ມະ​ນຸດ​ຕໍ່​ຊາວ​ວີ​ເກີ້ ແລະ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍ​ອື່ນໆ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ເກັງ ຊວງ (Geng Shuang) ກ່າວ
ຢູ່​ທີ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ
ດີ​ທ​ຣຳ ແມ່ນ​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ຈີນ.

ອົງ​ການ​ແລະ​ກຸ່ມ​ຕ່າງໆ​ທີ່​ມີ​ຊື່​ຢູ່​ໃນ​ບັນ​ຊີ​ດຳ​ແມ່ນ​ຖືກ​ຫ້າມ​ບໍ່​ໃຫ້​ຊື້​ເຄື່ອງ​ອາ​ໄຫຼ່​ແລະ
ອຸບ​ປະ​ກອນ​ຮາຍ​ເທັກ​ຕ່າງໆ​ຈາກ​ບໍ​ລິ​ສັດ​ສະ​ຫະ​ລັດ ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​.

ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ອົງ​ການ​ແລະ​ບໍ​ລິ​ສັດ​ຕ່າງໆ​ທີ່​ມີ​ຊື່​ຢູ່​ໃນ
ບັນ​ຊີ​ດຳ ​ແມ່ນ​ຮວມ​ທັງ​ຫ້ອງ​ການ​ຮັກ​ສາ​ຄວາມ​ສະ​ຫງົບ ​ເຂດ​ປົກ​ຄອງ​ຕົນ​ເອງ​ຊີນ​ຈຽງ ໄດ້​ຖືກ​ກ່າວ​ຫາ​ວ່າ ເປັນ​ສ່ວນ​ນຶ່ງ​ໃນ​ການ​ປຸກ​ລະ​ດົມ​ກົດ​ຂີ່​ຂອງ​ລັດ​ຖະ
ບານ​ຈີນ ຈັບ​ກຸມ​ຄຸມ​ຂັງ​ໂດຍ​ພະ​ລະ​ການຂະ​ໜາດໃຫຍ່ແລະ​ສອດ​ແນ​ມ​ເບິ່ງ​ຊາວ
ມຸ​ສ​ລິມ​ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ.

ທ່ານ​ວິ​ລ​ເບີ ຣອ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ “ລັດ​ຖະ​ບານ​ສະ​ຫະ​ລັດ​ແລະ​ກະ​ຊວງ​ການ​ຄ້າແມ່ນ​ບໍ່​ສາ​ມາດ​ແລະ​ຈະ​ບໍ່​ຍອມ​ຮັບ​ເອົາ
ການ​ກົດ​ຂີ່​ ແບບ​ໂຫດ​ຮ້າຍ​ປ່າ​ເຖື່ອນ ​ຕໍ່​ພວກ​ຊົນ​ຊາດ​ຊົນ​ເຜົ່າ​ກຸ່ມ​ນ້ອຍຢູ່​ໃນ​ຈີນ
ການ​ເອົາ​ມາດ​ຕະ​ການນີ້ ຈະ​ຄ້ຳ​ປະ​ກັນ​ວ່າ ເທັກ​ໂນ​ໂລ​ຈີ​ຂອງ​ພວກ​ເຮົາແມ່ນ​ສົ່ງ

ເສີມ​ບັນຍາ​ກາດ​ໃນ​ການ​ມີ​ສິດ​ເສ​ລີ​ພາບ​ຂອງ​ສ່ວນ​ບຸກ​ຄົນ​ແລະ​ວິ​ສາ​ຫະ​ກິດ​ທີ່​ເປັນ
ອິດ​ສະ​ຫຼະ ບໍ່​ແມ່ນ​ເພື່ອ​ນຳ​ໃຊ້​ສຳ​ລັບ​ກົດ​ຂີ່ ​ປະ​ຊາ​ກອນ​ພວກ​ຊົນ​ກຸ່ມ​ນ້ອຍ​ທີ່​ບໍ່​ສາ​ມາດ​ປ້ອງ​ກັນ​ໂຕ​ເອງ​ໄດ້.”

ຈີນ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້ຕັ້ງ​ໃຈ ປຸກ​ລະ​ດົມ​ເພື່ອ​ກົດ​ຂີ່​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍ​ໂດຍ​ເວົ້າ​ວ່າ ຕົນ​ແນ​ເປົ້າ​ໃສ່​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ ພວກ​ຫົວ​ຮຸນ​ແຮງ​ຈັດ​ທາງ​ສາ​
ສະ​ໜາ​.

ນອກນັ້ນ​ແລ້ວ ຈີນ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສູນ​ຄຸມ​ຂັງ​ນັກ​ໂທດ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ​ສຳ​ລັບ​ຊາວ​ວີ​ເກີ້ ໂດຍ​ເອີ້ນ​ສູນ​ເຫຼົ່າ​ນີ້​ວ່າ ຄ້າຍ​ສຳ
ມະ​ນາແລະ​ສູນ​ກາງ​ຝຶກ​ອົບ​ຮົມ ທີ່​ບໍ່​ມີ​ການ​ປະ​ພຶດ​ປະ​ຕິ​ບັດ​ທີ່​ບໍ່​ຖືກ​ຕ້ອງ​ໃດໆ​ເລີຍ.


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG