ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຈີນ ສະແດງຄວາມເຊື່ອໝັ້ນ ໃນເສດຖະກິດ ຂອງສະຫະລັດ


ຮອງປະທານາທິບໍດີສະຫະລັດທ່ານ Joe Biden ທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມຈີນ (19 ສິງຫາ 2011)

ຮອງປະທານປະເທດຈີນ ທ່ານ Xi Jinping ໄດ້ສະແດງຄວາມເຊື່ອໝັ້ນ ໃນວັນສຸກມື້ນີ້ຕໍ່
ເສດຖະກິດທີ່ປະສົບບັນຫາຂອງສະຫະລັດໃນຂະນະທີ່ທ່ານແລະຮອງປະທານາທິບໍດີສະ
ຫະລັດທ່ານ Joe Biden ພົບປະທີ່ນະຄອນຫຼວງປັກກິ່ງກັບຄະນະບໍລິຫານງານຂອງບໍລິ
ສັດຕ່າງໆຈາກທັງສອງປະເທດ.

ທ່ານ Xi ກ່າວຕໍ່ພວກນັກທຸລະກິດເຫຼົ່ານີ້ວ່າ ເສດຖະກິດສະຫະລັດມີຄວາມສາມາດສູງໃນ
ການຟື້ນໂຕຄືນແລະມີຄວາມສາມາດຢ່າງເຂັ້ມແຂງໃນການປັບໂຕໄດ້. ນອກນັ້ນແລ້ວທ່ານ
ຍັງເຕືອນວ່າ ປັກກິ່ງແລະວໍຊິງຕັນ ບໍ່ຄວນສວຍໃຊ້ບັນຫາການຄ້າ ໃຫ້ກາຍເປັນເລື່ອງການ ເມືອງຫຼືກະຕຸກຊຸກຍູ້ໃຫ້ເກີດຄວາມຮູ້ສຶກ.

ການພົບປະທີ່ວ່ານີ້ແມ່ນແນໃສ່ເພື່ອເສີມຂະຫຍາຍການຮ່ວມມື ທ່າມກາງການຈົ່ມວ່າຂອງ
ບັນດາບໍລິສັດຕ່າງປະເທດ ກ່ຽວກັບກຳແພງກີດກັນໃນການເຂົ້າເຖິງຕະຫຼາດຈີນ ແລະການ ຈົ່ມວ່າຂອງປັກກິ່ງກ່ຽວກັບການຈຳກັດຮັດແຄບໃນການສົ່ງອອກສິນຄ້າມາຍັງສະຫະລັດ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ນຶ່ງໃນຈຸດປະສົງຂອງການເດີນທາງໄປຢ້ຽມຢາມຈີນຂອງທ່ານ
Biden ແມ່ນເພື່ອຢາກທຳຄວາມລຶ້ງເຄີຍກັບພວກຜູ້ນຳຮຸ້ນຕໍ່ໄປຂອງຈີນ ຮວມທັງທ່ານ Xi
ທີ່ຄາດວ່າ ຈະເຂົ້າກຳຕຳແໜ່ງເປັນປະທານປະເທດສືບຕໍ່ຈາກທ່ານ Hu Jintao ນັ້ນ. ໃນ
ວັນເສົາມື້ອື່ນນີ້ ທ່ານ Biden ແລະທ່ານ Xi ຈະເດີນທາງຮ່ວມກັນໄປຍັງແຂວງສີສວນໃນ
ພາກຕາເວັນຕົກສຽງໃຕ້ຂອງຈີນ.

XS
SM
MD
LG