ຮອງປະທານາທິບໍດີຂອງສະຫະລັດແລະຮອງປະທານປະເທດຈີນເປີດການເຈລະຈາຫາລືຢ່າງ
ເປັນທາງການທີ່ນະຄອນຫຼວງປັກກິ່ງ ພ້ອມກັບຄຳເຕືອນທີ່ວ່າ ຄວາມສຳພັນທີ່ດີລະຫວ່າງປະ
ເທດຂອງພວກທ່ານທັງສອງສາມາດສ້າງຜົນປະໂຫຍດໃຫ້ແກ່ໂລກທັງມວນໄດ້.
ຮອງປະທານາທິບໍດີ Joe Biden ແລະຮອງປະທານປະເທດ Xi Jinping ເລີ່ມການສົນ
ທະນາຫາລືກັນໃນວັນພະຫັດມື້ນີ້ລຸນຫຼັງພິທີຕ້ອນຮັບຢ່າງໃຫຍ່ທີ່ຫໍສາລາປະຊາຊົນໃນນະ
ຄອນຫຼວງປັກກິ່ງ.
ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳເວົ້າຂອງທ່ານ Xi ທີ່ກ່າວໃນຄຳປາໄສໄຂ
ກອງປະຊຸມວ່າ ປະເທດທັງສອງມີຜົນປະໂຫຍດ ແລະຄວາມຮັບຜິດຊອບຮ່ວມກັນຫຼາຍຂຶ້ນ
ນັບມື້ແບບທີ່ບໍ່ເຄີຍມີມາກອນ. ທ່ານເວົ້າວ່າ ຄວາມສຳພັນທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນແມ່ນ
ນອນຢູ່ໃນຜົນປະໂຫຍດ ບໍ່ພຽງແຕ່ສຳລັບປະເທດທັງສອງທໍ່ນັ້ນ ແຕ່ສຳລັບໂລກທັງມວນນໍາ
ດ້ວຍ.
ທ່ານ Biden ກ່າວຕອບວ່າ ສະຖຽນລະພາບທາງດ້ານເສດຖະກິດຂອງໂລກ ແມ່ນກາງຕໍ່
ຢ່າງໃຫຍ່ຫຼວງຕໍ່ການຮ່ວມມືລະຫວ່າງປະເທດທັງສອງ.
ເປັນທີ່ຄາດກັນວ່າ ການເຈລະຈາຫາລືທີ່ວ່ານີ້ ຈະເພັ່ງເລັງໃສ່ບັນຫາຕ່າງໆທາງດ້ານເສດຖະ
ກິດໂດຍທີ່ທ່ານ Biden ພວມພະຍາຍາມໃຫ້ການຄໍ້າປະກັນແກ່ຄູ່ຕຳແໜ່ງຂອງທ່ານວ່າສະ ຫະລັດມີເສດຖະກິດທີ່ມີພື້ນຖານໝັ້ນຄົງ ແລະການລົງທຶນຂອງຈີນແມ່ນມີຄວາມປອດໄພດີ.