ທ່ານເຫວິ້ນເຈຍບາວ ນາຍົກລັດຖະມຸນຕີຈີນ ຕໍາໜິຕິຕຽນພວກສະມາຊິກລັດຖະສະພາສະຫະລັດວ່າ ຫລິ້ນການເມືອງກັບເລື້ອງຄວາມບໍ່ກໍ້າເກິ່ງກັນທາງດ້ານການຄ້າລະຫວ່າງສະຫະລັດກັບຈີນ.
ທ່ານເຫວິ້ນເຈຍບາວສະແດງຄວາມເຫັນດັ່ງກ່າວນີ້ ໃນການໃຫ້ສໍາພາດ ຊຶ່ງກໍານົດຈະນໍາອອກຖ່າຍທອດທາງຕາໜ່າງໂທລະພາບ CNN ໃນວັນອາທິດມື້ນີ້. ການສໍາພາດດັ່ງ ກ່າວມີຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ເຊິ່ງທ່ານເຫວິ້ນ ເຈຍບາວໄດ້ເດີນທາງມາສະຫະລັດເພື່ອເຂົ້າຮ່ວມໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.
ທ່ານເຫວິ້ນກ່າວວ່າ ພວກສະມາຊິກລັດຖະສະພາສະຫະລັດບາງຄົນ ບໍ່ຮູ້ຈັກຫຍັງຫລາຍພໍກ່ຽວກັບຈີນ. ທ່ານຍັງເວົ້າຕື່ມວ່າ ຄວາມບໍ່ກໍ້າເກິ່ງກັນທາງດ້ານການຄ້າຈະບໍ່ສາມາດແກ້ໄຂໄດ້ ໂດຍການຕັດການສັ່ງຊື້ສິນຄ້າຈາກຈີນລົງນັ້ນ.
ໃນວັນພຸດຜ່ານມານີ້ ສະພາຕໍ່າສະຫະລັດໄດ້ຮັບຜ່ານຮ່າງກົດໝາຍສະບັບນຶ່ງ ອະນຸມັດໃຫ້ສະຫະລັດເກັບພາສີພວກສິນຄ້າທີ່ສັ່ງເຂົ້າມາຈາກພວກປະເທດທີ່ມີຕັ້ງລາຄາເງິນຕາຂອງຕົນຕໍ່າກ່ວາທ້ອງຕະຫລາດນັ້ນ.
ກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ ຕໍ່ການຮັບຜ່ານຮ່າງຍັດຕິດັ່ງກ່າວດ້ວຍອອກຄໍາເຕືອນວ່າ ການກົດດັນໂດຍລັດຖະສະພາສະຫະລັດເພື່ອບັງຄັບໃຫ້ຈີນປັບຄ່າເງິນຕາຂອງຕົນນັ້ນ ຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສາຍພົວພັນສອງຝ່າຍ.