ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດຈີນ ກໍາລັງຢ້ຽມຢາມສະຫະລັດ


ປະທານາທິບໍດີ ບາຣັກໂອບາມາ ແລະທ່ານຫູຈິນເຖົາ ປະທານປະເທດຈີນ ຮ່ວມຮັບປະທານອາຫານຄໍ່ານໍາກັນ ທີ່ທໍານຽບຂາວ ວັນທີ 18 ມັງກອນ 2011
ປະທານາທິບໍດີ ບາຣັກໂອບາມາ ແລະທ່ານຫູຈິນເຖົາ ປະທານປະເທດຈີນ ຮ່ວມຮັບປະທານອາຫານຄໍ່ານໍາກັນ ທີ່ທໍານຽບຂາວ ວັນທີ 18 ມັງກອນ 2011

ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ​ກໍາລັງ​ຢູ່ໃນ​ກຸງ​ວໍ​ຊິງ​ຕັນ
ບ່ອນ​ທີ່​ໃນ​ມື້​ນີ້ທ່ານຈະ​ໄດ້​ຖືກ​ຕ້ອນຮັບ​ໃນພິທີທີ່ຈັດຂຶ້ນຢ່າງ
ເປັນ​ທາງ​ການ ​ແລະ​ເລີ້ມທໍາການ​ໂອ້ລົມສົນທະນາ​ຫາລືກັນ
ກ່ຽວກັບ​ເລື້ອງ​ຕ່າງໆ​ ນັບ​ແຕ່​ບັນຫາຂັດແຍ້ງ​ທາງ​ດ້ານ​ເສດ
ຖະກິດດ​ຕະຫຼອດເຖິງ​ເລື້ອງ​ເກົາຫລີ​ເໜືອ​ນໍາ.

ທ່າ​ນຫູ​ຈິນ​ເຖົາ ​ໄດ້​ໄປ​ຢ້ຽມຢາມ​ທໍານຽບຂາວ​ແລ້ວ​ເພື່ອ​ຮ່ວມ
ຮັບ​ປະທານ​ອາຫານ​ຄໍ່າຢ່າງ​ບໍ່​ເປັນ​ທາງ​ການ​ກັບ​ປະທານາທິ
ບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໃນ​ຫ້ອງທີ້ຮູ້ຈັກ​ກັນ​ດີ​ວ່າ
ຫ້ອງ​ຮັບປະທານ​ອາຫານ​ເກົ່າ​ຂອງ​ຄອບຄົວນັ້ນ. ມີ​ແຕ່​ຜູ້​
ຊ່ອຍ​ວຽກຂັ້ນ​ສູງ​ສຸດ​ປະ​ຈໍາ​ຜູ້​ນໍາແຕ່ລະ​ຝ່າຍ 2 ຄົນເທົ່າ​ນັ້ນ
ໄດ້​ມີໜ້າ​ໃນ​ການຮ່ວມ​ຮັບປະທານ​ອາຫານ ​ແລະ​ໄດ້​ມີ​ການ​
ເກືອດ​ຫ້າມບໍ່ໃຫ້ພວກຈົດບັນທຶກ​ເຂົ້າ​ຮ່ວມ​ນໍາ ​ເພື່ອອໍານວຍ​
ໃຫ້ການ​ພົບ​ປະ​ຫາລື​ກັນ​ນີ້ ​ດໍາ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ​ຫລາຍ​ ຂຶ້ນ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ພາກັນ​ໂຮມ​ຊຸມນຸມ​ກັນ​ຢູ່​ຂ້າງ​ນອກ​ໃນ​ສວນສາທາລະນະ​ແຫ່ງ​
ນຶ່ງ​ກົງກັນຂ້າມ​ກັບ​ທໍານຽບຂາວ​ໃນ​ລະຫວ່າງ​ການ​ຮັບ​ປະທານ​ອາຫານຮ່ວມ​ກັນ​ນັ້ນ ​ເພື່ອ
ຮຽກຮ້ອງ​ໃຫ້ທິ​ເບ​ດ​ເປັນເອກກະລາດ ແລະ​ໃຫ້​ມີການເອົາໃຈໃສ່ຫລາຍຂຶ້ນ ​ກ່ຽວກັບເລື່ອງ
ສິດທິ​ມະນຸດ​ໃນ​ຈີນ​ນັ້ນ.

ທ່ານ​ຫູ​ຈິນ​ເຖົາ​ກ່າວໃນເວລາທີ່ທ່ານເດີນທາງມາຮອດ​ຖານ​ທັບ​ອາກາດ​ແຫ່ງ​ນຶ່ງ​ຢູ່ນອກ​ກຸງ​
ວໍ​ຊິງ​ຕັນ ທີ່ໄດ້ມີການຕ້ອນຮັບຢ່າງສົມກຽດ ໃນ​ວັນ​ອັງຄານ​ ວານ​ນີ້​ວ່າທ່ານ​ເດີນທາງ​ມາ
ສະ​ຫະລັດ​ແມ່ນ​ເພື່ອ​ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈ​ຊຶ່ງ​ກັນແລະ​ກັນ ​ແລະ​ເພື່ອ​ສົ່ງ​ເສີມ​
ມິດຕະພາບ ​ແລະ​ໃຫ້ມີການ​ຮ່ວມ​ໄມ້​ຮ່ວມ​ມື​ຢ່າງ​ເລິກເຊິ່ງກວ່າເກົ່າ. ນອກ​ນັ້ນ​ທ່ານ​ຫູ​ຍັງ​
ກ່າວ​ຕື່ມ​ຢູ່​ໃນ​ຖ້ອຍ​ຖະ​ແຫລ​ງ​ເວລາ​ທ່ານ​ເດີນທາງ​ມາ​ຮອດ​ສະຫະລັດ​ວ່າ ທ່ານ​ຢາກ​ເຮັດ​ໃຫ້​
ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ສະຫະລັດ​ກ້າວໜ້າ​ໄປໃນ​ທາງ​ບວກ ມີ​ການ​ຮ່ວມ​ໄມ້​ຮ່ວມມື​
ແລະ​ຮອບດ້ານ​ ສໍາລັບ​ສະຕະວັດ​ທີ 21 ນີ້.

XS
SM
MD
LG