ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Joe Biden ຢ້ຽມຢາມຈີນ


ທ່ານ Joe Biden ແລະລູກສາວນາງ Ashley Biden ໂບກມືໃສ່ຜູ້ຄົນໄປຕ້ອນຮັບ ເວລາເດີນທາງໄປຮອດ ສະໜາມບິນລະຫວ່າງຊາດກຸງປັກກິງ
ວັນທີ 17 ສິງຫາ 2011
ທ່ານ Joe Biden ແລະລູກສາວນາງ Ashley Biden ໂບກມືໃສ່ຜູ້ຄົນໄປຕ້ອນຮັບ ເວລາເດີນທາງໄປຮອດ ສະໜາມບິນລະຫວ່າງຊາດກຸງປັກກິງ ວັນທີ 17 ສິງຫາ 2011

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ​ເດີນທາງ​ໄປ​ຮອດ​ຈີນແລ້ວ ​ເພື່ອ​ເລີ້ມ
ທໍາ​ການ​ຢ້ຽມຢາມ​ເອ​ເຊຍ​ເປັນ​ເວລາ 6 ມື້ ທີ່​ຮວມທັງ​ການ​ຢຸດ​ແວ່​ທີ່​ມົງ​ໂກ​ເລຍ ​ແລະ​ຍີ່
ປຸ່ນ​ນໍາ.

ການ​ຢຸດ​ແວ່​ຢ້ຽມຢາມ​ຈີນ​ຂອງ​ທ່ານ Biden ມີ​ຂຶ້ນທ່າມກາງ​ຄວາມ​ເປັນ​ຫ່ວງ​ກັງວົນ ​ທີ່​
ກໍາລັງ​ເພີ່ມ​ທະວີຂຶ້ນ​ຂອງທັງ​ສອງ​ຝ່າຍ​ກ່ຽວ​ກັບ​ຊ່ອງ​ແຄບໄຕ້​ຫວັນ​ວ່າ ​ສະຫະລັດຈະ​ຕັດ
ສິນໃຈ​ແບບ​ໃດ​ກ່ຽວ​ກັບ​ການ ​ທີ່​ໄຕ້​ຫວັນ​ຂໍຊື້​ອາວຸດ​ຄັ້ງ​ໃໝ່​ຈາກ​ສະຫະລັດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ເນ້ນ​ວ່າ ທ່ານ Biden ຢາກ​ຈະ​ໃຊ້​ເວລາ​ຢ້ຽມຢາມ​ຈີນ
ເປັນ​ເວລາ 4 ມື້​ຂອງ​ທ່ານ​ເພື່ອ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ຈີນ​ກ່ຽວ​ກັບ​ລະບົບ​ການ​ເງິນ​ຂອງ​
ສະຫະລັດ ​ແລະ​ເພື່ອ​ສ້າງສາ​ຍພົວພັນກັບ​ຄະນະ​ນໍາພາ​ຂອງ​ຈີນ​ຮຸ່ນ​ຕໍ່​ໄປ.

ລາຍ​ງານ​ຂ່າວທັງ​ຂອງ​ຈີນ​ແລະ​ໄຕ້​ຫວັນ​ຕ່າງກໍໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເດີນທາງ​ໄປ​ຮອດ​ຈີນ​
ຂອງ​ທ່ານ Biden ​ແມ່ນ​ຕົງ​ກັນ​ກັບ​ວັນ​ຄົບຮອບ​ປີ​ແຫ່ງ​ວັນ​ຂີດ​ໝາຍ​ຖະ​ແຫລ​ງການ​ຮ່ວມ
ທີ່ສຳຄັນສະບັບປີ 1982 ທີ່​ສະຫະລັດ​ໄດ້​ໃຫ້​ຄໍາ​ໝັ້ນສັນຍາພ້ອມ​ກັບ​ສິ່ງ​ອື່ນໆ ​ເພື່ອ​ລົດ
ການ​ຂາຍ​ອາວຸດ​ຂອງ​ສະຫະລັດ​ແກ່ໄຕ້ຫວັນ​ລົງ​ເປັນ​ຂັ້ນໆ​ໄປ​ນັ້ນ.

XS
SM
MD
LG