ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ຍິນ​ດີນໍາ​ການເປີດ​ "ຊ່ອງ​ໃໝ່" ​ໃນ​ການ​ຕິດ​ຕໍ່​ສື່​ສານ​ກັບ​ສະຫະລັດ


ທ່ານ Campbell ລັດຖະມົນຕີຊ່ອຍວ່າການການ​ຕ່າງປະ​ເທດສະຫະລັດ​
ທ່ານ Campbell ລັດຖະມົນຕີຊ່ອຍວ່າການການ​ຕ່າງປະ​ເທດສະຫະລັດ​

ຈີນ​ໄດ້ສະ​ແດງ​ຄວາມຍິນ​ດີນໍາ​ການເປີດ​ "ຊ່ອງ​ໃໝ່" ​ໃນ​ການ​ຕິດ​ຕໍ່​ສື່​ສານ​ກັບ​ສະຫະລັດ
ລຸນຫຼັງ​ກອງ​ປະຊຸມ​ເຈ​ລະຈາໃນ​ລັດຮາ​ວາຍ ທີ່ໄດ້ປຶ​ກສາຫາລື​ກັນ ​ກ່ຽວ​ກັບບັນຫາ
ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້ນັ້ນ.

ບົດວິຈານ​ບົດ​ນຶ່ງໃນ​ວັນ​ອາທິດ​ວານ​ນີ້​ ຂອງ​ອົງການ​ຂ່າວຊິນ​ຫົວຂອງ​ທາງ​ການ​ຈີນ ​ກ່າວວ່າ
ການ​ເຈລະຈາ​ກັນ​ທີ່​ຮາ​ວາຍນັ້ນ ແມ່ນເນື່ອງ​ມາ​ຈາກ​ການໃຫ້​ຄວາມ​ສໍາຄັນທາງ​ຍຸ​ດທະ​ສາດ
ຂອງ​ Wshington ແກ່ຂົງ​ເຂດ​ເອ​ເຊຍ-ປາຊີ​ຟິກ ​ແລະ​ອິດ​ທິພົນ​ທີ່​ເຕີບ​ໃຫຍ່​ຂຶ້ນເລື້ອຍໆ
ຂອງຈີນ ຢູ່ໃນທົ່ວ​ໂລກ​. ຊີ​ນຫົວ​ກ່າວ​ອີກ​ວ່າ​ ຈີນແມ່ນຍິນ​ດີ​ນໍາ​ບົດບາດ​ທີ່​ຍົກ​ລະດັບ​ສູງ
ຂຶ້ນຂອງ​ສະຫະລັດ ຢູ່​ໃນ​ຂົງ​ເຂດ​ ຕາບ​ໃດທີ່ເປັນ​ບົດບາດໃນ​ທາງເສີມສ້າງ​ແລະ​ສ້າງສາ
ພັດທະນາ.

ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການ​ຕ່າງປະ​ເທດສະຫະລັດ​ ​ໄດ້​ກ່າວ
ຫຼັງ​ຈາກ​ການ​ປຶກສາ​ຫາລື​ກັບ ທ່ານ Cui Tiankai ຮອງ​ລັດຖະມົນຕີການ​ຕ່າງ
ປະ​ເທດຈີນ ໃນ​ວັນ​ເສົາ​ຜ່ານ​ມາ​ນັ້ນ ວ່າ ທັງ​ສອງ​ຝ່າຍໄດ້​ສົນທະນາ​ຫາລື​ກັນກົງ​ໄປ​
ກົງ​ມາ​ແລະ​ແຈ່ມແຈ້ງ​ ​ກ່ຽວ​ກັບ​ບັນຫາ​ໃນ​ທະ​ເລ​ຈີນ​ໃຕ້.

ທ່ານ​ຍັງ​ກ່າວ​ອີກ​ວ່າ ທາງ​ສະຫະລັດ​ຢາກ​ຈະ​ໃຫ້​ຄວາມ​ເຄັ່ງ​ຕຶງ​ທີ່ວ່າ​ນີ້ ຫລຸດ​ນ້ອຍ​ລົງ
ແລະຢາກ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ ລະຫວ່າງພັກ​ຝ່າຍ​ກ່ຽວຂ້ອງທີ່​ສໍາ​ຄັນໆ ​
ໃນບັນຫາ​ດັ່ງ​ກ່າວ​ນີ້.

XS
SM
MD
LG