ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນເຕືອນ ກ່ຽວກັບມະຕິ ຂອງສະພາສູງ ສະຫະລັດ


ທ່ານ Ma Zhaoxu ໂຄສົກກະຊວງການຕ່າງປະເທດຈີນ.
ວັນທີ 12 ຕຸລາ 2011.
ທ່ານ Ma Zhaoxu ໂຄສົກກະຊວງການຕ່າງປະເທດຈີນ. ວັນທີ 12 ຕຸລາ 2011.


















ຈີນ​ເຕືອນ​ກ່ຽວ​ກັບ​ຜົນ​ສະທ້ອນ​ຕາມ​ພາຍຫລັງ​ຂອງ​ຮ່າງ​ຍັດຕິ​ສະບັບ​ນຶ່ງ ທີ່​ສະພາ​ສູງ​ຮັບ​
ຜ່ານໃນ​ວັນ​ອັງຄານ​ວານ​ນີ້​ ທີ່​ອາດ​ສາມາດ​ລົງ​ໂທດ​ຕໍ່​ຈີນ ຫລື​ປະ​ເທດ​ໃດ​ກໍ​ໄດ້​ທີ່​ເຫັນ​ວ່າ
ຄວບ​ຄຸມ​ຄ່າ​ເງິນຕາ​ຂອງ​ຕົນ ​ໂດຍ​ເຈດ​ຕະນາ​ນັ້ນ.

ໂທລະພາບ​ແຫ່ງ​ລັດ​ຂອງ​ຈີນ​ອ່ານ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ຈາກ​ທ່ານ Ma Zhaoxu ​ໂຄສົກ
ກະຊວງ​ການ​ຕ່າງປະ​ເທດ​ຈີນ​ວ່າ ມະຕິ​ດັ່ງກ່າວ ເປັນ​ມາດ​ຕະການ​ປົກ​ປ້ອງ​ດ້ວຍການຕັ້ງກຳ
ແພງພາສີ ​ທີ່​ລະ​ເມີດ​ຕໍ່​ກົດ​ລະບຽບ​ການ​ຄ້າ​ໂລກແລະ​ຈະ​ບໍ່​ຊ່ອຍ​ເຫລືອ​ຫຍັງ​ຕໍ່​ສະພາບ​ເສດຖະ
ກິດ​ຂອງ​ສະຫະລັດ​ນັ້ນ.

ທ່ານ Ma Zhaoxu ຍັງ​ກ່າວ​ຕື່ມ​ວ່າ ມະຕິ​ສະບັບ​ນີ້​ຍັງ​ຈະ​ທໍາລາຍ​ສາຍພົວພັນ​ດ້ານ​ການ​ຄ້າ
ລະຫວ່າງ​ສະຫະລັດ​ແລະ​ຈີນ​ອີກ​ດ້ວຍ.

ທ່ານ Song Hong ຜູ້​ອໍານວຍ​ການ​ກົມ​ການ​ຄ້າ​ລະຫວ່າງ​ຊາດ​ທີ່​ສະຖາບັນສັງຄົມ​ສາດ​ທີ່​ມີ
ສ່ວນ​ພົວພັນ​ກັບ​ລັດຖະບານ​ຈີນ ກ່າວ​ຕໍ່​ວິທະຍຸ​ວີ​ໂອ​ເອວ່າ ການ​ລົງມະຕິ​ຂອງ​ສະພາ​ສູງ​ສະ
ຫະລັດ​ນີ້​ ອາດສາມາດບ່ອນ​ທໍາລາຍການ​ຟື້ນ​ໂຕ​ຄືນ​ ຂອງ​ການ​ເສດຖະກິດ​ໂລກ​ໄດ້.

XS
SM
MD
LG