ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານປະເທດຈີນຈະກ່າວ ຄຳປາໃສທີ່ສຳຄັນໃນ ເວລາຢ້ຽມຢາມສະຫະລັດ

Protesters raise their open palms showing the word "No" during an anti-bailout rally outside the parliament in Nicosia, Cyprus. Cypriot ministers were trying to revise a plan to seize money from bank deposits before a parliamentary vote on Tuesday that will secure the island's financial rescue.

ຈີນ​ເວົ້າວ່າ ທ່ານ​ປະທານ​ປະ
ເທດ Hu Jintao ຈະ​ໄດ້​ກ່າວ
"ຄຳ​ປາ​ໃສ​ທີ່​ສຳຄັນ" ກ່ຽວກັບ
ການ​ພົວພັນ​ລະຫວ່າງ​ສະຫະ
ລັດກັບ​ຈີນ​ໃນ​ຂະນະ​ທີ່​ທ່ານ​
ເດີນທາງມາ​ຢ້ຽມຢາມ​ສະຫະ
ລັດຢ່າງ​ເປັນ​ທາງ​ການໃນ​ອາທິດໜ້າ.

ຢູ່ໃນກອງ​ປະຊຸມ​ຖະແຫຼງ​ຂ່າວ ​ໃນ​ວັນ​ພຸດ​ມື້ນີ້ ທ່ານ Cui Tiankai ລັດຖະມົນຕີຊ່ວຍ​ວ່າ
ການ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າວ່າ ການ​ກ່າວ​ຄຳ​ປາ​ໃສດັ່ງກ່າວ​ນີ້ ຈະ​ເວົ້າ​ເຖິງ​ຄວາມ
ຄິດ​ເຫັນ​ຂອງສະຫະລັດ ​ແລະ​ປະຊາ​ຄົມ​ສາກົນ​ກ່ຽວກັບ​ການ​ພັດທະນາ​ຢ່າງມີ​ສັນຕິພາບ
ຂອງ​ຈີນອີກ​ດ້ວຍ. ທ່ານ​ກ່າວ​ອີກ​ວ່າສຳລັບວັນ​ເວລາ​ແລະ​ສະຖານ​ທີ່ອັນແນ່ນອນ​ທີ່ທ່ານ
Hu ​ຈະກ່າວ​ຄຳ​ປາ​ໃສນັ້ນ​ ​ແມ່ນ​ຍັງ​ບໍ່ທັນ​ຮູ້​ເທື່ອ.

ທ່ານ Cui ຍັງ​ເວົ້າອີກວ່າ ​ບັນຫາ​ເສດຖະກິດແມ່ນຈະ​ຖືກ​ນຳ​ມາ​ສົນທະນາ​ກັນ​ຢູ່​ໃນການ
ພົບ​ປະ​ຂອງທ່ານ Hu ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ທີ່​ຈະ​ມີ​ຂຶ້ນ
ໃນ​ວັນ​ທີ 19 ມັງກອນ, ອາທິດໜ້ານີ້. ສະຫະລັດ​ໄດ້​ກົດ​ດັນໃຫ້​ຈີນປ່ອຍ​ໃຫ້​ເງິນຕາ​ຂອງ
ຕົນແຂງຄ່າໄວຂຶ້ນ​ກວ່າ​ເກົ່າ ແຕ່ທ່ານ Cui ​ໃຫ້ຂໍ້ສັງ ເກດ​ວ່າຈີນ​ກໍ​ມີ​ຄວາມ​ກັງ​ວົນ​ໃຈ​ຕໍ່
ຄວາມໝັ້ນຄົງ​ຂອງ​ຊັບ​ສິນ​ຂອງ​ຕົນຢູ່​ໃນ​ສະຫະ ລັດ​ເຊັ່ນ​ກັນ.

ທ່ານ​ກ່າວ​ອີກ​ວ່າ ທ່ານ​ປະທານ​ປະ​ເທດແລະ​ປະທານາທິບໍດີ​ຂອງປະ​ເທດທັງສອງ​ ຈະ​ໂອ້
ລົມ​ກັນ​ກ່ຽວກັບ​ວ່າ ​ຈະ​ເຮັດ​ແນວ​ໃດ​ເພື່ອ​ສົ່ງ​ເສີມ “ການ​ຟື້ນໂຕຄືນຂອງ​ເສດຖະກິດໂລກ
ໃຫ້ມີ​ຄວາມເຂັ້ມ​ແຂງ, ​ຍືນຍົງ ​ແລະ​ດຸ່ນດ່ຽງກັນ."

XS
SM
MD
LG