ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນໂຈມຕີສະະຫະລັດຄືນ ກ່ຽວກັບເລື້ອງສິດທິມະນຸດ


ທຸງຊາດຈີນ
ທຸງຊາດຈີນ

ຈີນ​ໄດ້​ຕອບ​ໂຕ້​ຕໍ່​ການ​ຕໍາ​ໜິຕິຕຽນ​ຢູ່​ເລື້ອຍໆ​ຂອງ​ລັດຖະບານ​
ກຸງ​ວໍ​ຊິງ​ຕັນ​ກ່ຽວ​ກັບ​ການລະ​ເມີດ​ສິດທິ​ມະນຸດ​ຂອງ​ຈີນ ​ໂດຍ​
ອອກລາຍ​ງານ​ຂອງ​ຕົນ​ເອງ​ວ່າ​ດ້ວຍ​ປະຫວັດ​ການ​ເຄົາລົບ​ນັບ
ຖື​ສິດທິ​ມະນຸດ​ຂອງ​ສະຫະລັດນັ້ນ.

ລາຍ​ງານ​ທີ່​ເປີດ​ເຜີຍ​ໃຫ້ຊາບ​ໃນ​ວັນ​ອາທິດ​ວານ​ນີ້​ກ່າວ​ວ່າ
ລັດຖະບານ​ສະຫະລັດ ​ທໍາລາຍ​ການ​ຢາກ​ຢູ່​ຢ່າງ​ໂດດດ່ຽວ
ເປັນ​ການສ່ວນໂຕຂອງ​ພົນລະ​ເມືອງ​ຂອງຕົນ ​ໂດຍ​ໃຊ້​ການ
ທາລຸນ​ນະ​ກໍາ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ສາລະພາບ​ຜິດ​ຈາກ​ພວກ
ຜູ້​ຕ້ອງ​ຫາ ແລະ​ຈໍາກັດ​ຮັດແຄບເສລີພາບຕ່າງໆ​ນັ້ນ. ລາຍ
ງານ​ສະບັບ​ນີ້​ເວົ້າ​ຕື່ມ​ວ່າ ມີ​ການ​ຈໍາ​ແນ​ກກີດ​ກັນ​ໃນ​ ດ້ານ
ເຊື້ອ​ຊາດ​ຜີວພັນ​ແລະ​ຊົນ​ກຸ່ມ​ນ້ອຍ​ຢ່າງ​ແຜ່​ຫລາຍ ​ແລະ ​ຢ່າງ​ເລິກ​ເຊິ່ງ.

ລາຍ​ງານ​ສະບັບ​ນີ້​ເວົ້າ​ອີກ​ວ່າ ການ​ຕັດສິນ​ຄວາມ​ຜິດ​ຢ່າງ​ຜິດ
ພາດ​ໃນ​ສານ​ກໍ​ມັກ​ມີ​ຂຶ້ນ​ເລື້ອຍໆ ແລະ​ມີ​ອາ​ຊະ​ຍາ​ກໍາ​ແລະ​
ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ອາວຸດ​ປືນ​ຢ່າງ​ແຜ່​ຫລາຍ​ຢູ່​ໃນ​ສະຫະລັດ.

ນອກ​ນັ້ນ​ຈີນ​ຍັງກ່າວ​ຕື່ມ​ວ່າ ສະຫະລັດ​ເອີ້ນ​ຕົນ​ເອງ​ເປັນ​ໄຟສັນຍານ​ຫລື​ເຄື່ອງ​ຊີ້​ທິດ​ທາງ​ແຫ່ງ​ລະບອບ​ປະຊາທິປະ​ໄຕ ​ແຕ່​ຈີນ​ກ່າວ​ວ່າລະບອບ​ປະຊາທິປະ​ໄຕ​ຂອງ​ສະຫະລັດ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ອິງ​ໃສ່ເງິນ​ຄໍາ.

ການ​ຕໍາ​ໜິຕິຕຽນ​ຂອງ​ຈີນ​ມີ​ຂຶ້ນ​ຫລັງ​ຈາກ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ແລະພວກ​ລັດຖະບາ​ນປະ​ເທດ​ອື່ນໆ​ອີກຫລາຍ​ປະ​ເທດ ຕະຫລອດ​ທັງ​ພວກກຸ່ມ​ສົ່ງ​ເສີມ​ສິດທິ​ມະນຸດ​ນາໆ​ຊາດ ​ໄດ້​ຕໍາ​ໜິຫລື​ປະນາມ​ການ​ທີ່ຈີນ​ທໍາ​ການ​ຈັບກຸມ​ຄຸມ​ຂັງພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້.

XS
SM
MD
LG